ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ສືບສວນເບິ່ງ ການເຊື່ອມໂຍງ ລະຫວ່າງ ກຸ່ມລັດອິສລາມ ກັບພວກມືປືນ ໃນລັດເທັກຊັສ


ຊາຍສອງຄົນຖືປ້າຍ ແລະ ທຸງຊາດ ສຫລ ຢູ່ຟາກທາງດ້ານໜ້າ ສູນກາງ Curtis Culwell ບ່ອນທີ່ຊາຍສອງຄົນ ເປີດສາກຍິງປືນ ເຂົ້າໃສ່, ໃນເມືອງ Garland, ລັດ Texas, ວັນທີ 5 ພຶດສະພາ 2015.
ຊາຍສອງຄົນຖືປ້າຍ ແລະ ທຸງຊາດ ສຫລ ຢູ່ຟາກທາງດ້ານໜ້າ ສູນກາງ Curtis Culwell ບ່ອນທີ່ຊາຍສອງຄົນ ເປີດສາກຍິງປືນ ເຂົ້າໃສ່, ໃນເມືອງ Garland, ລັດ Texas, ວັນທີ 5 ພຶດສະພາ 2015.

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ພວມ​ພະຍາຍາມ ພິຈາລະນາ
​ເບິ່ງ​ວ່າ ມີການ​ກ່ຽວ​ພັນ​ກັນໃດໆ​ຫຼືບໍ່ ລະຫວ່າງກຸ່ມລັດ​ອິສລາມ
​ແລ​ະ ຊາຍ 2 ຄົນ​ ທີ່ໄດ້​ໂຈມ​ຕີ ​ງານການ​ແຂ່ງຂັນ​ແຕ້ມ​ຮູບ
ກາ​ຕູນລໍ້​ລຽນ ພະ​ສາ​ສະ​ດາ​ມູຮຳມັດ ຂອງ​ສາສະໜາ​ອິສລາມ
ຢູ່​ໃນ​ລັດເທັກ​ຊັສນັ້ນ.

ບັນດາ​ນັກ​ສືບສວນ​ ​ໄດ້​ກວດສອບ​ເບິ່ງເຄືອ​ຂ່າຍສື່​ສັງຄົມ
Twitter ຂອງ​ມື​ປືນ​ຄົນ​ນຶ່ງ ພ້ອມ​ກັນ​ກັບ ​ເຄື່ອງ​ອີ​ເລັກ​ໂທຣ
​ນິກຕ່າງໆ ທີ່​ພວກ​ເຂົາ​ທັງ​ສອງ​ໄດ້​ນຳ​ໃຊ້.

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ການ​ໂຈມ​ຕີ
​ດັ່ງກ່າວ ​ໂດຍ​ກ່າວ​ວ່າ “ສອງ​ທະຫານຜູ້​ກ້າ​ຂອງອານາຈັກອິສລາມ​” ​ ໄດ້​ທຳ​ການໂຈມ​ຕີ
ຢູ່​ໃນ​ເມືອງ Garland ນອກ​ນະຄອນ Dallas. ກຸ່ມ​ດັ່ງກ່າວ ​ເວົ້າວ່າ ນີ້​ແມ່ນການໂຈມ​ຕີຄັ້ງ
ທຳ​ອິດ​ຂອງ​ຕົນ​ ຢູ່ໃນ​ດິນ​ແດນ​ ຂອງ​ສະຫະລັດ ​ແລະ ​ເວົ້າອີກ​ວ່າ ສິ່ງ​ທີ່​ຮ້າຍ​ແຮງ​ກວ່າ​ນັ້ນ
​ແມ່ນ​ຍັງ​ຈະ​ຕາມ​ມາ​ອີກ.

​ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ລັດຖະບານ​ທ່ານ​ໂອ​ບາ​ມາ ​ແມ່ນ​ຍັງ
​ບໍ່​ພ້ອມ ​ທີ່​ຈະ​ປະກາດອອກ​ມາວ່າ ກຸ່ມ​ລັດ​ອິສລາມ ​ໄດ້ເຂົ້າມາໃນ​ສະຫະລັດ​ແລ້ວ.

ທ່ານ Earnest ​ເວົ້າວ່າ “​ແນ່ນອນ ພວກ​ເຮົາ​ຢາກ​ໃຫ້​ແນ່​ໃຈ​ວ່າ ພວກ​ເຮົາ​ຮູ້ຈັກຫລາຍ​
ກ່ວາ​ນີ້ ​ກ່ຽວ​ກັບຂໍ້​ເທັດຈິງ​. ມີ​ພວກ​ຫົວ​ຮຸນ​ແຮງ​ຈັດ​ຕ່າງໆ​ໃນ​ທົ່ວ​ໂລກ ລວມທັງບາງ​
ກຸ່ມ​ທີ່​ເປັນ​ເຄືອ​ຂ່າຍຂອງ ກຸ່ມ​ລັດ​ອິສລາມ ຊຶ່ງພວກ​ເຂົາ​ກຳລັງ​ພະຍາຍາມ ສວຍ​ເອົາ
ໂອ​ກາດ ທີ່​ທາງ​ສື່​ສັງຄົມໄດ້​ອຳນວຍ​ໃຫ້​ ​ເພື່ອ​ພະຍາຍາມ​ ທີ່​ຈະ​ສື່ສານ​ກັບ​ບຸກຄົນ​
ຕ່າງໆ​ໃນ​ທົ່ວ​ໂລກ ລວມທັງ ຢູ່​ໃນ ສະຫະລັດນຳ.”

ຕຳຫລວດ ​ໄດ້​ລະບຸ​ໂຕ​ພວກມື​ປືນ ວ່າ ຊຶ່ Elton Simpson ​ແລະ Nadir Soofi. ທັງ​ສອງ​
ຄົນ ​ໄດ້​ເປີດ​ສາກ​ຍິງ​ເຂົ້າ​ໃສ່ ຫໍ​ປະຊຸມບ່ອນ​ຈັດ​ງານ​ແຂ່ງຂັນ​ແຕ້ມ​ຮູບ​ດັ່ງກ່າວ ເຮັດ​ໃຫ້​ຍາມ
​ຮັກສາ​ຄວາມ​ປອດ​ໄພ​ຄົນ​ໜຶ່ງບາດ​ເຈັບ ກ່ອນ​ທີ່​ຕຳຫລວດ ​ຈະ​ຍິງສັງຫານ​ພວກ​ເຂົາ​.

FBI Investigates Gunmen Killed Outside Texas Event
please wait

No media source currently available

0:00 0:01:54 0:00

XS
SM
MD
LG