ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ໄນຈີເຣຍ ໂຕ້ຖຽງ​ ລາຍ​ງານຂ່າວ ການລັກພາ​ໂຕ ​ຜູ້ຍິງອີກ 20 ຄົນ​ (ວີດີໂອ)


ໜ້າໜັງສືພິມ ຢູ່ແຄມຖະຫນົນ ນະຄອນ Lago ມີຫົວຂໍ້ຂ່າວ ກ່ຽວກັບການລັກພາໂຕ ພວກຜູ້ຍິງ ຈາກບ້ານ ໃນເຂດ ພາກຕາເວັນອອກສຽງເໜືອ ຂອງ Nigeria.
ໜ້າໜັງສືພິມ ຢູ່ແຄມຖະຫນົນ ນະຄອນ Lago ມີຫົວຂໍ້ຂ່າວ ກ່ຽວກັບການລັກພາໂຕ ພວກຜູ້ຍິງ ຈາກບ້ານ ໃນເຂດ ພາກຕາເວັນອອກສຽງເໜືອ ຂອງ Nigeria.
ບັນດາເຈົ້າໜ້າ​ທີ່​ ໃນພາກ​ຕາ​ເວັນອອກສຽງ​ເໜືອ ຂອງ Nigeria
​ໂຕ້ຖຽງ​ລາຍ​ງານຂ່າວທີ່​ວ່າ ພວກ​ຫົວ​ຮຸ​ນ​ແຮງ Boko Haram ​
ໄດ້​ລັກພາ​ໂຕ​ຜູ້ຍິງຈຳນວນ 20 ຄົນ​ ໄປຈາກບ້ານແຫ່ງນຶ່ງ ​ໃກ້​ກັບ
​ເມືອງ Chibok ບ່ອນ​ທີ່ເດັກນັກຮຽນ​ຍິງຫຼາຍກວ່າ 200 ຄົນ ​ໄດ້​
ຖືກ​ຈັບໂຕ​ໄປ​ໃນ​ເດືອນ ​ເມສາ​ຜ່ານ​ມາ.

​ໃນ​ການໃຫ້​ສຳພາດ​ທາງ​ໂທລະສັບ ກັບ​ຜູ້​ສື່​ຂ່າວຂອງ​ວີ​ໂອ​ເອ
ພາສາ Hausa ນັ້ນ ຜູ້​ບັນ​ຊາ​ການ​ຕຳຫຼວດໃນລັດ Borno ທ່ານ
Lawal Tanko ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຕຳຫຼວດທ້ອງ​ຖິ່ນ ​ບໍ່​ໄດ້​ຮັບ​ຮູ້​
ເລື້ອ​ງລາວ​ກ່ຽວກັບການ​ລັກ​ພາຕົວ​ໃດໆເລີຍ.
ພວກຫົວຮຸນແຮງ Boko Haram ໄດ້ໂຈມຕີ ລັດ Borno ຂອງ Nigeria ເມື່ອວັນທີ 30 ພຶດສະພາ ປີນີ້.
ພວກຫົວຮຸນແຮງ Boko Haram ໄດ້ໂຈມຕີ ລັດ Borno ຂອງ Nigeria ເມື່ອວັນທີ 30 ພຶດສະພາ ປີນີ້.

ປະທານ​ລັດຖະບານ​ທ້ອງ​ຖິ່ນ​ຂອງເມືອງ Chibok ທ່ານ Ben
Lawan ຍັງ​ບອກວີ​ໂອ​ເອວ່າ ລາວ​ບໍ່​ໄດ້​ຍິນຂ່າວ​ ກ່ຽວ​ກັບການ
​ລັກ​ຕົວ​ໃດໆ​ເຊັ່ນ​ກັນ.

ອົງການຂ່າວເອພີລາຍ​ງານ​ວ່າ ພວກ​ຫົວ​ຮຸນ​ແຮງ Boko
Haram ​ໄດ້​ລັກ​ພາໂຕ​ຜູ້ຍິງ​ຈຳນວນ 20 ຄົນໃນທ້າຍ​ອາທິດ​
ແລ້ວ​ນີ້ຈາກບ້ານ Garkin Fulani ຊຶ່ງ​ເປັນ​ບ້ານນ້ອຍໆ
ບໍ່ເທົ່າໃດກິໂລແມັດຫ່າງຈາກເມືອງ Chi-bok.

ລາຍງານຂ່າວດັ່ງກ່າວໄດ້ອ້າງຄຳເວົ້າສະມາຊິກຄົນນຶ່ງຂອງກຸ່ມປ້ອງກັນ ໂຕເອງທີ່ກ່າວວ່າ
ພວກຜູ້ຍິງເຫຼົ່ານີ້ໄດ້ຖືກບັງຄັບໃຫ້ເຂົ້າໄປໃນລົດດ້ວຍ ປາຍປືນ ແລະກໍຂັບໄປຍັງສະຖານທີ່ ທີ່ບໍ່ມີໃຜຮູ້ຈັກ.
Experts: Slow International Response Contributed to Rise of Boko Haram
please wait

No media source currently available

0:00 0:03:05 0:00

ອົງການຂ່າວເອພີໄດ້ແຈ້ງໃຫ້ວີໂອເອຊາບວ່າ ຕົນຍັງຢືນຢັນກ່ຽວກັບ ລາຍງານຂ່າວ
ດັ່ງກ່າວຢູ່.

ກຸ່ມ Boko Haram ໄດ້ອ້າງເອົາຄວາມຮັບຜິດຊອບ ກ່ຽວກັບການລັກ ພາໂຕພວກເດັກ
ນ້ອຍນັກຮຽນຍິງຫລາຍກວ່າ 200 ຄົນ ໄປຈາກໂຮງ ຮຽນເມືອງ Chibok ໃນເດືອນ
ເມສາຜ່ານມາ. ສະຫະລັດແລະປະເທດ ອື່ນໆພວມໃຫ້ການຊ່ວຍເຫຼືອ ແກ່ເຈົ້າໜ້າທີ່
ໄນຈີເຣຍ ຊອກຄົ້ນຫາພວກ ເດັກນ້ອຍແມ່ຍິງເຫຼົ່ານີ້ ຊຶ່ງການລັກພາໂຕດັ່ງກ່າວ ພາໃຫ້
ນາໆຊາດປະ ນາມນັ້ນ.
NIGERIA KIDNAPPINGS VO
please wait

No media source currently available

0:00 0:00:42 0:00
XS
SM
MD
LG