ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມາເລເຊຍ ເປີດເຜີຍ ບົດສົນທະນາ ທີ່ມີການດັດແກ້ ຂອງ ຖ້ຽວບິນ 370 (ສະໄລດ໌/ວີດີໂອ)


​ມາເລເຊຍໄດ້ນຳເຜີຍແຜ່ ບັນທຶກລາຍລະອຽດຂອງການໂອ້
ລົມ ທີ່ມີຂຶ້ນລະຫວ່າງຫໍຄວບຄຸມການບິນ ແລະ​ຫ້ອງຂັບເຮືອ
ບິນຂອງຖ້ຽວບິນ 370 ທີ່ຫາຍສາບສູນໄປນັ້ນ. ເອກກະສານ
ນີ້ ໄດ້ເຜີຍໃຫ້ຮູ້ກ່ຽວກັບຄຳເວົ້າສຸດທ້າຍທີ່ມີເນື້ອໄນເລິກ​ເຊິ່ງ
ຫຼາຍໄປກວ່າຄຳເວົ້າ​ກັນປົກກະຕິຈາກເຮືອບິນລຳດັ່ງກ່າວ ທີ່
ເຈົ້າໜ້າທີ່ ໄດ້ແຈ້ງໃຫ້ຊາບ ກ່ອນໜ້ານີ້. Steve Herman ຜູ້
ສື່ຂ່າວວີີໂອເອມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ ດັ່ງ
ໄພສານຈະ​ນຳ​ເອົາລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ມາເລເຊຍໄດ້ເປີດເຜີຍໃນອັນທີ່ພວກເຂົາເຈົ້າເອີ້ນ
ວ່າ ບັນທຶກລາຍລະອຽດ ການໂອ້ລົມໂດຍເຕັມ ຂອງຖ້ຽວບິນ
370. ຄຳເວົ້າສຸດທ້າຍຈາກເຮືອບິນໂດຍສານໄປຫາຫໍຄວບຄຸມການບິນກໍຄື “ລາຕີສະ ຫວັດຖ້ຽວບິນ 370 ຂອງມາເລເຊຍ.”

ກ່ອນໜ້ານີ້ ເຈົ້າໜ້າທີ່ມາເລເຊຍກ່າວວ່າ ການສື່ສານທີ່ສຳຄັນອັນສຸດທ້າຍແມ່ນຂ້ອນ ຂ້າງແບບບໍ່ເປັນທາງການແລະບໍ່ມີລັກສະນະພິເສດຫຍັງເລີຍ ຄື “ທຸກຢ່າງດີແລ້ວ ລາ ຕີສະຫວັດ.”

ເຈົ້າໜ້າທີ່ມາເລເຊຍກ່າວວ່າເວລານີ້ພວກເຂົາເຈົ້າຍັງບໍ່ແນ່​ໃຈເທື່ອວ່າຄຳເວົ້າສຸດທ້າຍ
ນັ້ນ ແມ່ນເວົ້າໂດຍນັກບິນ ຫຼືຜູ້ຊ່ອຍນັກບິນກັນແທ້ ຫລັງຈາກ​ໄດ້ກ່າວ ກ່ອນໜ້ານີ້ວ່າ ແມ່ນຜູ້ຊ່ອຍນັກບິນ ເປັນຜູ້ກ່າວ ຄຳເວົ້າສຸດທ້າຍນັ້ນ. ເຂົາເຈົ້າເວົ້າວ່າ ບົດໂອ້ລົມດັ່ງ
ກ່າວ ໃນຂັ້ນຕົ້ນ ໄດ້ຖືກຕຳຫຼວດກັກໄວ້ເພື່ອທຳການສືບສວນ ແຕ່ກໍບໍ່ໄດ້ໃຫ້ເຫດຜົນ ອື່ນ​ໃດ ທີ່ພາໃຫ້ມີການຊັກຊ້າໃນການເປີດເຜີຍກ່ຽວກັບເລື່ອງນີ້.
CN- US Helps Search for Flight 370 With Planes, Equipment
please wait

No media source currently available

0:00 0:02:17 0:00

ການສື່ສານ ລະຫວ່າງຫ້ອງຂັບເຮືອບິນກັບຫໍຄວບຄຸມການບິນ ໄດ້ຖືກກວດສອບຢ່າງ ລະອຽດ ເພື່ອຊອກຫາຮ່ອງຮອຍທີ່ພົວພັນກັບການຫາຍ​ໄປຂອງເຮືອບິນ. ມາຮອດປັດ
ຈຸບັນນີ້ ຄະນະສືບສວນທີ່ກວດຄົ້ນເບິ່ງປະຫວັດຂອງພວກພະນັກງານເຮືອບິນ ກໍບໍ່​ໄດ້
ພົບເຫັນຫຍັງເລີຍ ທີ່ສາມາດ​ໃຫ້​ຄຳອະທິບາຍ​ໄດ້​ວ່າ ​ດ້ວຍ​ເຫ​ດ​ໃດ​ເຮືອບິນລຳ​ນັ້ນ ​ຈຶ່ງ
ເດີນທາງດ້ວຍຄວາມງຽບ ເປັນໄລຍະທາງໄກໆ ໄປຍັງເຂດສອກຫຼີກຫ່າງໄກ ຂອງມະ ຫາສະມຸດອິນເດຍນັ້ນ.

ລຳດັບເຫດການ ກ່ຽວກັບຖ້ຽວບິນ MH370

ລຳດັບເຫດການ ກ່ຽວກັບຖ້ຽວບິນ MH370

8 ມີນາ: ຂາດການຕິດຕໍ່ ຫລັງຈາກບິນອອກຈາກ
ກົວລາລຳເປີ ໄດ້ບໍ່ຮອດຊົ່ວໂມງ ເພື່ອມຸ່ງໜ້າໄປ
ຍັງ ປັກກິ່ງ.
10 ມີນາ: ວົງລັດສະໝີສຳຫລັບການຊອກຫາ ໄດ້
ຂະຫຍາຍກ້ວາງອອກ. ຈີນຮຽກຮ້ອງໃຫ້ມາເລເຊຍ
ເລັ່ງລັດການສືບສວນ ໃຫ້ໄວຂຶ້ນ.
12 ມີນາ: ຈີນເປີດເຜີຍພາບຈາກດາວທຽມ ທີ່ສະ
ແດງໃຫ້ເຫັນສິ່ງຂອງຢູ່ໜ້ານ້ຳ ທີ່ອາດຈະມາຈາກ
ເຮືອບິນ ແຕ່ມີການລົງຄວາມເຫັນວ່າ ບໍ່ແມ່ນ.
14 ມີນາ: ລາຍງານສື່ມວນຊົນເວົ້າວ່າ ດາວທຽມ
ຍັງສືບຕໍ່ໄດ້ຮັບສັນຍານ ຈາກລະບົບ ສື່ສານຂອງ
ຖ້ຽວບິນ MH370 ຢູ່ ຫລາຍຊົ່ວໂມງຫລັງຈາກເຮືອ
ບິນຫາຍສາບສູນໄປ.
15 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ກ່າວວ່າ ໃຜຜູ້ນຶ່ງຢູ່ ເທິງຖຽວບິນ
MH370 ໄດ້ມອດລະບົບສື່ສານຂອງເຮືອບິນໄວ້.
17 ມີນາ: ບັດນີ້ ມີ 26 ປະເທດ ເຂົ້າຮ່ວມໃນ
ການຊອກຫາ.
20 ມີນາ: ເຮືອບິນຂອງອອສເຕຣເລຍໄປສືບ
ສວນເບິ່ງເສດສິ່ງຂອງ ທີ່ອາດມາຈາກເຮືອບິນ
ມາເລເຊຍຢູ່ບໍລິເວນຫ່າງໄກແຫ່ງນຶ່ງ ໃນພາກ
ໃຕ້ມະຫາສະມຸດອິນເດຍ.
24 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ເວົ້າວ່າ ຜົນການວິເຄາະໃໝ່
ສະແດງວ່າ ຖ້ຽວບິນ MH370 ໄດ້ຕົກລົງ ຢູ່ມະ
ຫາສະມຸດອິນເດຍ.
26 ມີນາ: ເຈົ້າໜ້າທີ່ມາເລເຊຍ ລະບຸວ່າ ມີ
122 ຊິ້ນສ່ວນຈາກພາບດາວທຽມ ທີ່ອາດມາ
ຈາກຖ້ຽວບິນ MH370.
28 ມີນາ: ການຊອກຫາ ຍ້າຍອອກຈາກຈຸດ
ທຳອິດ ໃນມະຫາສະມຸດອິນເດຍ ຂຶ້ນໄປທາງ
ທິດຕາເວັນອອກສຽງເໜືອ 1,000 ກ່ວາຫລັກ
ຫລັງຈາກມີຮ່ອງຮອຍໃໝ່ ທີ່ໜ້າເຊື່ອຖືໄດ້.
1 ເມສາ: ມາເລເຊຍເປີດເຜີຍບົດສົນທະນາ
ຄັ້ງສຸດທ້າຍ ໂດຍເຕັມ ກັບຖ້ຽວບິນ MH370
2 ເມສາ: ມາເລເຊຍກ່າວວ່າ ທາງການບໍ່ພົບ
ເຫັນວ່າ ຜູ້ໂດຍສານທັງໝົດໃນຖ້ຽວບິນ
MH370 ມີພຶດຕິກຳ ຜິດກົດໝາຍໃດໆ.
4-5 ເມສາ: ກຳປັ່ນຈີນ ລາຍງານວ່າ ໄດ້ຍິນ
ສຽງສັນຍານ.
6 ເມສາ: ກຳປັ່ນອອສເຕຣເລຍ ລາຍງານວ່າ
ໄດ້ຍິນສຽງສັນຍານ ມາຈາກບໍລິເວນນຶ່ງອີກ
ຂອງເຂດຊອກຫາ.

ເຮືອບິນໂດຍສານຂອງສາຍການບິນມາເລເຊຍໄດ້ຫາຍສາບ
ສູນໄປ ໃນວັນທີ 8 ມີນາ ພ້ອມດ້ວຍຜູ້ໂດຍສານ ແລະພະນັກ
ງານປະຈຳເຮືອບິນ 239 ຄົນ.

ໃນວັນອັງຄານວານນີ້ ເອກອະທິບໍດີຂອງກົມການບິນພົນລະ
ເຮືອນມາເລເຊຍ ໄດ້ຖະ​ແຫຼງຕໍ່ກອງປະຊຸມປະຈຳປີ ຂອງສະ ມາຄົມການຄ້າສຳລັບສາຍການບິນຂອງໂລກ ກໍຄືສະມາຄົມ ຂົນສົ່ງທາງອາກາດນາໆຊາດຫລື IATA.

ໃນລະຫວ່າງຄຳປາໄສຂອງທ່ານທີ່ນະຄອນຫຼວງກົວລາລຳເປີ
ນັ້ນ ທ່ານ Azharuddin Abudul Rahman ໄດ້ໃຫ້ລາຍລະ
ອຽດ ທີ່ພົວພັນກັບການປະຕິບັດງານຊອກຄົ້ນຫາເຮືອບິນນັ້ນ
ແຕ່ໄດ້ຢຸດເວົ້າທັນທີ ເວລາທ່ານໄດ້ຍິນສຽງ ບີບກ້ອງຖ່າຍຮູບ
ຢູ່ໃນກຸ່ມບັນດາພວກທີ່ເຂົ້າຮັບຟັງ.

ທ່ານ Azharuddin ເວົ້າວ່າ “ການສົ່ງສັນຍານເທື່ອສຸດທ້າຍ
ຈາກລະບົບສື່ສານ ເພື່ອແຈ້ງບ່ອນຢູ່ ແລະ ລາຍງານຂອງ
ເຮືອບິນ ຫລື ACARS ແມ່ນໃນເວລາ 1 ໂມງເຊົ້າ ກັບ 7
ນາທີ ຂະນະທີ່ເຮືອບິນໆຜ່ານແຫຼມມາເລເຊຍ. ການສົ່ງຂໍ້
ມູນເທື່ອຕໍ່ໄປແມ່ນຄວນຈະເປັນໃນເວລາ 1 ໂມງ 37 ນາ
ທີ ຄືເຄິ່ງຊົ່ວໂມງຕໍ່ມາ..”

ທ່ານ Rahman ຢຸດເວົ້າ ເມື່ອ​ໄດ້​ຍິນສຽງກົດກ້ອງຖ່າຍຮູບດັງ
ຂຶ້ນກ່ອນ​ກ່າວ​ຕໍ່​ໄປວ່າ “ຂໍ​ໂທດ ມີສື່ມວນຊົນຢູ່ນີ້ບໍ? ຂ້າພະ
ເຈົ້າບໍ່ຮູ້ວ່າມີສື່ມວນຊົນຢູ່ນີ້ ຂໍ​ໂທດ ຂ້າພະເຈົ້າຂໍຮ້ອງໃຫ້
ສື່ມວນຊົນ ກະລຸນາອອກໄປຈາກທີ່ນີ້ ໄດ້ບໍ.”


ທ່ານ Tony Tyler ຜູ້ອຳນວຍການຂອງອົງການ IATA ກ່າວຕໍ່
ຄະນະຜູ້​ເຂົ້າ​ຮ່ວມ​ປະຊຸມວ່າ ທ່ານເຂົ້າໃຈດີເຖິງຄວາມບໍ່​ເຂົ້າ​ໃຈ​
ຂອງ​ຄົນ​ໃນ​ທົ່ວ​ໂລກ ທີ່ວ່າ ເຮືອບິນໂດຍສານລຳນີ້ ຫາຍໄປໄດ້
ແນວໃດ ໂດຍບໍ່ສາມາດພົບເຫັນຫລັກຖານໂຕຈິງໃດໆເລີຍ ຫລັງຈາກໄດ້ມີການຊອກ ຄົ້ນຫາມາໄດ້ 3 ອາທິດ ແລ້ວນັ້ນ.

ທ່ານ Tyler ເວົ້າວ່າ “ຢູ່ໃນໂລກ ບ່ອນທີ່ທຸກໆການເຄື່ອນໄຫວຂອງພວກເຮົາໄດ້ ມີການຕິດຕາມເບິ່ງມັນເປັນເລື່ອງທີ່ບໍ່ໜ້າເຊື່ອເລີຍທີ່ວ່າເຮືອບິນທັງລຳໄດ້ຫາຍ
ໄປ ແລະ ເຄື່ອງບັນທຶກສຽງຂອງເຮືອບິນ ກໍຍາກຫລາຍ ທີ່ຈະຫາພົບ. ຖ້ຽວບິນ
447 ຂອງສາຍການບິນຝຣັ່ງ ກໍມີບັນຫາທີ່ຄ້າຍຄືກັນນີ້ ເກີດຂຶ້ນເມື່ອສອງສາມ ປີກ່ອນແລະກໍມີຄວາມກ້າວໜ້າບາງຢ່າງແລ້ວ ແຕ່ນັ້ນ ບັດ​ນີ້​ແມ່​ນຈະຕ້ອງໄດ້ມີ​ ການເລັ່ງລັດ ໃຫ້ໄວຂຶ້ນ. ພວກເຮົາບໍ່ສາມາດປ່ອຍໃຫ້ເຮືອບິນອີກລຳນຶ່ງ ຫາຍ ໄປຊື່ໆ.”


ແຕ່ວ່າເວລາກຳລັງຈະໝົດລົງ​ແລ້ວ. ເຈົ້າໜ້າທີ່ເວົ້າວ່າ ໝໍ້ໄຟຂອງເຄື່ອງບັນທຶກສຽງຈະ ໝົດລົງພາຍໃນເວລາ 30 ມື້ ຫລັງຈາກໄດ້ເກີດອຸບັດຕິເຫດ.
CN- US Helps Search for Flight 370 With Planes, Equipment
please wait

No media source currently available

0:00 0:02:17 0:00

ທ່ານ Andrew Herdman ຜູ້ອຳນວຍການ ຂອງສະມາຄົມສາຍການບິນ ໃນຂົງເຂດ ເອເຊຍປາຊີຟິກກ່າວວ່າ ເຖິງແມ່ນບໍ່ສາມາດພົບເຫັນເຄື່ອງບັນທຶກສຽງ ກ່ອນທີ່ມັນຈະ ຢຸດສົ່ງສັນຍານ ການຊອກຄົ້ນຫາ ກໍຄົງ​ຈະຍັງຈະດຳເນີນຕໍ່ໄປ.

ທ່ານ Herdman ກ່າວວ່າ “ຂ້າພະເຈົ້າຄິດວ່າຈະມີການດຳເນີນທຸກຄວາມພະຍາ ຍາມຕໍ່ໄປ ເພື່ອທຳການຊອກຄົ້ນຫາ ແລະສືບຕໍ່ ຄວາມພະຍາຍາມ ເຫລົ່ານັ້ນ. ເທັກໂນໂລຈີອາດປ່ຽນແປງ ແຕ່ເຮົາເອງ ກໍຍັງຮູ້ສຶກວ່າ ມີພັນທະທີ່ຈະຕ້ອງພະ ຍາຍາມຊອກຄົ້ນຫາຊາກຫັກພັງ. ແນ່ນອນ ບໍ່​ແມ່ນວ່າ ຢ່າງໜ້ອຍພວກເຮົາ ກໍ ເປັນ ໜີ້ຕໍ່ບັນດາຄອບຄົວພຽງເທົ່າ​ນັ້ນ ແຕ່ກໍຍັງຢາກຮູ້ຈັກເລື່ອງນຳດ້ວຍ.”

ບັນດາສະມາຊິກໃນຄອບຄົວຂອງຜູ້ໂດຍສານຊາວຈີນ ໄດ້ພາກັນສະແດງຄວາມໂກດ ແຄ້ນຂອງພວກເຂົາເຈົ້າ ຕໍ່ເຈົ້າໜ້າທີ່ຂອງສາຍການບິນມາເລເຊຍ. ລັດຖະບານ ແລະ ສື່ມວນຊົນຈີນ ຍັງໄດ້ຕຳໜິຕິຕຽນການຮັບມືກັບວິກິດການຂອງມາເລເຊຍວ່າ ເຊີ້ຊ້າບໍ່ ທັນການ.

ເຈົ້າໜ້າທີ່ມາເລເຊຍ ກ່າວວ່າ ຕົນພວມດຳເນີນການຢ່າງດີທີ່ສຸດ ເທົ່າທີ່ສາມາດກະທຳ ໄດ້ ເພຶື່ອແກ້ໄຂບັນຫາທີ່ລຶກລັບດັ່ງກ່າວນີ້.

ການຊອກຄົ້ນຫາທີ່ມີຫຼາຍໆຊາດ ປະກອບສ່ວນເຂົ້າຮ່ວມຊຶ່ງກຳລັງດຳເນີນຢູ່ໃນເວລາ ນີ້ ແມ່ນຮວມທັງຢ່າງໜ້ອຍເຮືອບິນ 10 ແລະກຳປັ່ນ 9 ລຳ ຢູ່ໃນເຂດ ພາກໃຕ້ຂອງມະ ຫາສະມຸດອິນເດຍ ປະມານ 1,800 ກິໂລແມັດ ຫ່າງຈາກເມືອງ Perth ຂອງອອສເຕຣ ເລຍໄປທາງທິດຕາເວັນຕົກ.

ກຳປັ່ນທະຫານລຳນຶ່ງຂອງອອສເຕຣເລຍ ພວມບັນທຸກເຄື່ອງສຳຫຼວດພື້ນທະເລທີ່ທັນ ສະໄໝຂອງອາເມຣິກາ ທີ່ສາມາດຮັບສັນຍານ ຂອງເຄື່ອງບັນທຶກສຽງເຮືອບິນ ກຳລັງ ຈະເຂົ້າຮ່ວມການປະຕິບັດງານ ໃນການຊອກຄົ້ນຫານັ້ນ.
XS
SM
MD
LG