ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບ່ອນດຶງດູດຄວາມສົນໃຈທີ່ແປກໆ ແລະບໍ່ປົກກະຕິ ຢູ່ຂ້າງຖະໜົນຫລວງຂອງ ອາເມຣິກາ


ຮ້ານອາຫານທີ່ແປກໆ ຢູ່ເມືອງ Natchez ລັດ Mississippi.
ຮ້ານອາຫານທີ່ແປກໆ ຢູ່ເມືອງ Natchez ລັດ Mississippi.

​ລາຄາ​ນໍ້າມັນ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ​ໃນ​ປີ​ກາຍ​ນີ້ ສະມາຄົມ​ຊ່ວຍ ​ເຫລືອ​ຜູ້​ຂັບ​ລົດຊາວອາ​ເມຣິກັນຫລື AAA ກ່າວ​ວ່າ 56 ​ເປີ​ເຊັນ​ຂອງ​ຊາວ​ອາ​ເມຣິກັນ ມີ​ແຜນ​ທີ່​ຈະ​ເດີນທາງ​ໂດຍ​ທາງ​ລົດຢ່າງ​ໜ້ອຍ​ນຶ່ງ​ເທື່ອ​ໃນ​ລະ​ດູ​ຮ້ອນ​ປີ ​ນີ້. ​ແຕ່ກ່ອນ​ທີ່ພວກ​ເດີນທາງ​ ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍທາງ​ຂອງ​ເຂົາ​ເຈົ້າ​ນັ້ນ ສະຖານ​ທີ່​ແປກໆ​ອາດ​ລໍ້​ໃຫ້​ເຂົາ​ເຈົ້າອອກ​ຈາກ​ຖະໜົນ​ຫລວງ. Erika Celeste ຈະ​ພາ​ທ່ານ​ໄປ​ສຳ​ຫຼວດ​ເບິ່ງສະຖານ​ທີ່ທ່ອງທ່ຽວຊຶ່ງ​ເປັນ​ທີ່​ດຶງ​ດູດ​ໃຈສຳຄັນ​ແຫ່ງ​ຕ່າງໆຢູ່​ນອກ​ຖະໜົນຫລວງຊຶ່ງ​ກິ່ງສະຫວັນ ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ.

(ຢູ່​ທີ່​ເມືອງ carhenge, Alliance Nebraska) ຖ້າ​ຫາກ​ວ່າພົບ​ເຫັນ​ຢູ່່​ໃກ້ກັບ​ຖະໜົນ ຫຼວງ ທີ່​ບໍ່​ມີ​ການເສຍ​ຄ່າ ຂ້ອນ​ຂ້າງໃຫຍ່​ຫລື​ພຽງ​ເປັນ​ຂອງແປກໆ ຄົງ​ຈະ​ແມ່ນບ່ອນທ່ອງ​ທ່ຽວ​ທີ່​ດຶງດູດໃຈຢູ່ແຄມ​ຖະໜົນຫລວງ. ບໍ່​ມີ​ໃຜ​ຮູ້​ແນ່ນອນ​ວ່າ​ມີ​ຫລາຍ​ປານ​ໃດ ​ເພາະວ່າ​ບໍ່​ມີ​ກົດ​ລະບຽບ​ບັງຄັບ​ໃຫ້​ລົງທະບຽນ ​ແລະ ບອ​ກ​ເຖິງປະ​ເພດ​ໃຫ້ຄົນ​ເບິ່ງ ​ແຕ່​ວ່າເຈົ້າໜ້າ​ທີ່ທ່ອງ​ທ່ຽວ ທ່ານ​ນາງ June Julien ກ່າວ​ວ່າ​ ເວັບ​ໄຊ Roadside America ມີ​ລາຍ​ຊື່​ຢູ່​ປະມານ 15,000 ​ແຫ່ງ.

ທ່ານ​ນາງ June Julien ຈາກຫ້ອງການ​ຈັດ​ປະຊຸມ​ແລະ​ຕ້ອນຮັບ​ຜູ້​ມາ​ຢ້ຽມຢາມ​ ເມື​ອງ Steuben ໃນລັດ Indiana ກ່າວ​ວ່າ “​ເຫດຜົນບາງ​ຢ່າງ ​ທີ່​ເຮັດ​ໃຫ້​ໄປ​ເບິ່ງ​ບ່ອນທ່ອງ​ທ່ຽວ​ທີ່​ດຶງດູດ​ໃຈ​ ຢູ່​ແຄມ​ຖະໜົນ​ຫລວງ​ກໍ​ເພາະວ່າ ທ່ານ​ໄດ້​ຢູ່​ໃນ​ລົດ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ ທ່ານ​ສາມາດ​ອອກ​ມາ​ຈາກ​ລົດ​ເພື່ອ​ຢືດຂາ​ຢືດ​ແຂ່ງ ທ່ານ​ສາມາດ​ມີ​ເວລາ​ໜ້ອຍ​ນຶ່ງ ເພື່ອ​ລົມ​ກັບ​ຄອບຄົວ​ເຮັດ​ແນວໃດ​ແນວ​ນຶ່ງ ​ແລະ​ທ່ານ​ຊອກ​ຫາ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ແປກໆ.”

ບ່ອນ​ແປກໆ​ທີ່​ມີຊາຍ​ແດນ​ສາມ​ລັດ​ມາຄົບ​ກັນ ເຮັດ​ໃຫ້​ທ່ານ​ຢືນ​ຢູ່ໃນ​ຈຸດ ​ທີ່ລັດ Michigan, Indiana ​ແລະ Ohio ພໍ້​ກັນ ​ແລະ​ຫລຽວ​ເຫັນ​ຫໍ​ນ້ຳ​ປະປາສູງ ​ທີ່​ມີຮູບໜ້າ​ຍີ້ມ​ແຍ້ມ ​ທີ່​ສາມາດ​ຫລຽວ​ເຫັນ​ໄດ້ຈາກ​ໄລຍະ​ໄກ​ຫຼາຍກິ​ໂລ​ແມັດ.

ບ່ອນທ່ອງ​ທ່ຽວ​ທີ່​ດຶງດູດໃຈແຄມ​ຖະໜົນ​ໄດ້​ຮັບ​ຄວາມ​ນິຍົ​ມຊົມ​ຊອບຫຼາຍຂຶ້ນຫຼັງຈາກ​ສົງ ຄາມ​ໂລກ ​ຄັ້ງທີ 2 ​ເວລາ​ພວກ​ທະຫານກັບ​ຄືນ​ປະ​ເທດ. ພວກ​ຜູ້​ຊາຍ ​ເຫຼົ່ານີ້​ໄດ້​ໄປ​ເຫັນ​ໂລກ​ມາ​ແລ້ວ ​ແລະມີ​ກະຕືລືລົ້ນ​ຢາກຈະ​ສຳ​ຫລວດ​ເບິ່ງປະ​ເທດ​ຂອງ​ຕົນ​ເອງ.

ທ່ານນາງ Julien ກ່າວ​ວ່າ “ບ່ອນ​ເຫລົ່ານີ້​ແມ່ນມ​າ​ກ່ອນ ຮ້ານ​ອາຫານ​ໄວ​ທັນ​ໃຈ. ​ແຕ່​ກ່ອນ​ບໍ່​ຄ່ອຍ​ມີ​ບ່ອນ​ພໍ​ທີ່ຈະ​ຢຸດ​ເຊົາ. ບັນດາ​ເຂດຕ່າງໆໄດ້​ເລີ້ມກ່າວ​ວ່າ​ເຮ ພວກ​ເຮົາ​ຕ້ອງການໃຫ້​ພວກຄົນ​ເຫລົ່າ​ນີ້​ອອກ​ຈາກຖະໜົນຫລວງ ພວກ​ເຮົາ​ຕ້ອງການ​ຢາກ​ໃຫ້​ເຂົາ​ເຈົ້າ​ມາ ທ່ຽວ​ເຂດ​ພວກ​ເຮົາ​ເພື່ອ​ມາ​ຈ່າຍ​ເງິນ” ​ເພາະສະ​ນັ້ນເຂົາ​ເຈົ້າ​ພາກັນ​ເລີ້ມ​ສ້າງສິ່ງ​ດຶງດູດໃຈ​ພວກທີ່ມາ​ທ່ອງ​ທ່ຽວ.”

ຮ້ານ​ອາຫານ ​ແລະ​ຮ້ານ​ຄ້າຕ່າງໆ​ພາກັນ​ຕັ້ງ​ຂຶ້ນມາ ທຸກ​ສິ່ງ​ທຸກ​ຢ່າງ ​ນັບ​ແຕ່ຮູບ​ແຕ້ມ​ທີ່​ແຈ້ງໆໄປ​ຫາ​ຮູບ​ປັ້ນ​ທີ່​ແປກໆ ​ເພື່ອ​ດຶງດູດ​ຄົນ. ສິ່ງ​ທີ່​ໃຫຍ່​ສຸດ​ໃນ​ໂລກ ມັກ​ຈະ​ເປັນ​ບ່ອນ​ດຶງດູດເອົາ​ຜູ້​ຄົນ​ຈຳນວນ​ຫຼວງຫຼາຍ ບໍ່​ວ່າ​ຈະ​ເປັນ​ກໍ້ເຊືອກໝາກ​ບານ ຕັ່ງ​ນັ່ງ ຫລື​ກ້ອນ​ເຂົ້າ​ຈີ່.

ຖ້າ​ຫາກ​ວ່າຄວາມໃຫຍ່ເປັນ​ສິ່ງ​ທີ່ດີ​ສຳ​ລັບການຜະລິດ ມັນ​ຍັງ​ດີ​ໄປ​ກວ່ານັ້ນອີກ ສຳລັບ​ສິ່ງ​ທຳ​ມະ​ຊາດ ​ເຊັ່ນ​ວ່າ​ງົວ​ກະທິງ​ທີ່​ໃຫຍ່​ສຸດ​ໃນ​ໂລກ ​ຢູ່​ເມືອງ Komoko ລັດ Indiana.

ທ່ານ Mike Swartz ຈາກລັດ Ohio ກ່າວ​ວ່າ "ການຢຸດ​ຢູ່​ບ່ອນ​ທ່ອງ​ທ່ຽວ​ທີ່ດຶງ​ດູ​ດ​ໃຈ​ແຄມ​ຖະໜົນ​ຫລວງ ​ເປັນ​ວິທີ​ດີ​ທີ່​ສອນ​ ​ແລະເຮັດ​ໃຫ້​ເດັກນ້ອຍ​ໃກ້ຊິດກັບ​ທ່ານຂຶ້ນຕື່ມ."

ທ່ານ Swartz ກ່າວ​ວ່າ “​ພວກເດັກນ້ອຍພາກັນ​ໄດ້​ເຫັນ​ຫລາຍເຂດ​ຂອງ​ສະຫະ ລັດ ດຶງ​ເອົາ​ຕາໜ່າງລົງເພື່ອໂອ້​ລົມ​ກັບ​ແມ່​ແລະ​ພໍ່.”

ຂອງ​ແປ​ກໆ ​ແລະ​ຜິດ​ປົກກະຕິ ​ທີ່ເຫັນ​ເປັນ​ເຮືອນ​ບິດ​ບ້ຽວ ​ແລະ​ພວກ​ກະຕ່າຍ​ໃຫຍ່ນັ້ນ ທ່ານ​ນາງ Julien ​ເຊື່ອ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ຈຸດປະສົງ​ເກີນ​ໄປ​ກວ່າ​ການ​ຜັກ​ຜ່ອນ​ສຳລັບ​ພວກ​ເດີນທາງ ​ແລະ​ນຳ​ເອົາ​ລາຍ​ໄດ້​ມາ​ໃຫ້ບັນດາປະຊາຄົມ​ທີ່ຢູ່​ໃກ້ໆ​ນັ້ນ.

ທ່ານ​ນາງ June Julien ກ່າວ​ວ່າ “ທ່ານເດີນທາງຫລາຍເທົ່າໃດ ທ່ານຈະ ເຫັນໂລກ ກວ້າງ ອອກໄປ​ເທົ່າ​ນັ້ນ ແລະຈະ​ເປັນ​ການ​ງ່າຍ​ຂຶ້ນ ໃນລະຍະຍາວ ສຳລັບພວກເຮົາ ທັງ​ໝົດທີ່​ຈະ​ຮັກແພງກັນ.”

XS
SM
MD
LG