ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ສັງເກດການ ລະມັດລະວັງ ກ່ຽວກັບ ການເລືອກຕັ້ງ ໃນ ມຽນມາ


ຜູ້ສະໜັບສະໜູນ ພັກ​ສັນນິບາດ​​ແຫ່ງ​ຊາດ ​ເພື່ອ​ປະຊາທິປະ​ໄຕ ທີ່ນຳພາໂດຍ ທ່ານນາງ Aung San Suu Kyi.
ຜູ້ສະໜັບສະໜູນ ພັກ​ສັນນິບາດ​​ແຫ່ງ​ຊາດ ​ເພື່ອ​ປະຊາທິປະ​ໄຕ ທີ່ນຳພາໂດຍ ທ່ານນາງ Aung San Suu Kyi.

ບັນດາ​ຜູ້​ສັງ​ເກດ​ການ​ສາກົນ​ໃນ​ມຽນມາ ​ໄດ້​ໃຫ້ການ​ຮັບ​ຮູ້​ຕໍ່ການ
​ເລືອກ​ຕັ້ງ​ສະພາຄັ້ງ​ປະ​ວັດ​ສາດ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ໃນ​ຂະ
ນະ​ທີ່​ການ​ນັບ​ຄະ​ແນ​ນສຽງ​ກ້າວ​ເຂົ້າ​ສູ່ມື້​ທີ່​ສອງຢູ່.

ທ່ານ Alexander Graf Lamsdorff ຫົວໜ້າ​ຜູ້​ສັງ​ເກດ​ການປະ
ຕິບັດ​ງານ​ການ​ເລືອກ​ຕັ້ງ ສະຫະພາບ​ຢູ​ໂຣບ ກ່າວ​ໃນ​ລະຫວ່າງ
​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ນະຄອນ​ຢ່າງ​ກຸ້ງ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ
ການ​ດຳ​ເນີນ​ໄດ້ເປັນ​ໄປ​ດ້ວຍດີ​ເກີນຄວາ​ມຄາດໝາຍສຳລັບ​
ຫລາຍ​ຄົນທີ່​ໄດ້​ຄາດເອົາ​ໄວ້”

ຫລາຍ​ກວ່າ 30 ລ້ານ​ຄົນ​ໄດ້​ພາກັນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃນ
​ວັນ​ອາທິດ ທີ່​ຜ່ານ​ມາ ​ຊຶ່ງເປັນ​ເທື່ອ​ທຳ​ອິດ​ຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ຢູ່ໃ​ນອະດີດປະ
​ເທດ​ທີ່​ປົກຄອງ​ໂດຍທະຫານ ມາ​ເປັນ​ເວລາ 25 ປີ. ນັກ​ຂ່າວ ວີ​ໂອ​ເອ Steve Herman
ຜູ້​ທີ່ຢູ່​ໃນນະຄອນ​ຢ່າງ​ກຸ້ງ ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ທີ່​ປະກາດ ເປັນທາງ​ການ ​ໂດຍ
ສະຫະພັນ​ຄະນະ​ກຳມະການ​ເລືອກຕັ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໃຕໄດ້ຮັບ​ໄຊຊະນະ 126 ບ່ອນ​ນັ່ງ ຢູ່​ໃນ​ສະພາ​ຕໍ່າຂອງ​ສະ​ພາ ​ໃນ​ຂະນະ​ທີ່​ທະຫານ​ໜູນ​ຫລັງ ພັກສະຫະພັນສາມັກຄີ​ພັດທະນາ ​ໄດ້​ຮັບໄຊຊະນະ​ພຽງ​ແຕ່ແປດ​ບ່ອນ​ນັ່ງ.

ພັກສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໃຕ ຫລື NLD ທີ່​ນຳພາ​ໂດຍ ຜູ້​ໄດ້​ຮັບ​ລາງວັນ
ໂນ​ແບ​ລສັນຕິ​ພາບ ທ່ານ​ນາງ Aung San Suu Kyi ກ່າວ​ວ່າ ພັກຂອງ​ທ່ານ​ນາງ ​ໄດ້​ໄຊຊະນະ​ປະມານ 75 ​ເປີ​ເຊັນ ຂອງ​ການ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ທັງ​ໝົດ.


ທ່ານ Alexander Graf Lamsdorff ຫົວໜ້າ​ຜູ້​ສັງ​ເກດ​ການປະຕິບັດ​ງານ​ການ​ເລືອກ​
ຕັ້ງ ສະຫະພາບ​ຢູ​ໂຣບ ກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ນະຄອນ​ຢ່າງ​ກຸ້ງ​ໃນ
ນ​ອັງຄານ​ມື້​ນີ້ວ່າການ​ດຳ​ເນີນ​ໄດ້ເປັນ​ໄປ​ດ້ວຍດີ​ເກີນຄວາ​ມຄາດໝາຍ

ໂນ​ແບ​ລສັນຕິ​ພາບ ທ່ານ​ນາງ Aung San Suu Kyi ກ່າວ​ວ່າ ພັກຂອງ​ທ່ານ​ນາງ ​ໄດ້
​ໄຊຊະນະ​ປະມານ 75 ​ເປີ​ເຊັນ ຂອງ​ການ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ທັງ​ໝົດ.

“ຄວາ​ມຈິງ​ແລ້ວ​ການສູນ​ເສຍຂອງ​ບັນດາ​ຜູ້​ສະມັກ ພັກສະຫະພັນນໍ້າ​ໜຶ່ງ​ໃຈ​ດຽວ​ພັດທະ
ນາ USDP ​ໄດ້ຮັບ​ຮູ້​ເອົາ​ການ​ປະລາ​ໄຊ ຊຶ່ງ​ເປັນ “ການ​ໃຫ້​ກຳລັງ​ໃຈ” ຕໍ່​ການ​ດຳ​ເນີນ​ໃນ
​ຄວາມ​ເຊື່ອ​ໝັ້ນ” ທີ່​ທ່ານ Lambsdorff ​ໄດ້​ກ່າວ ​ແຕ່​ທ່ານ​ຍັງ​ກ່າວ​ອີກ​ວ່າ ການ​ລົງ​ຄະ​
ແນນ​ສຽງ​ບໍ່​ສາມາດ​ທີ່​ຈະຮ້ອງ​ໄດ້​ຢ່າງ “ສົມ​ບຸນ​ແບບ” ​ເພາ​ະວ່າ ບ່ອນ​ນັ່ງ​ທັງໝົດ ບໍ່​ໄດ້
​ແຂ່ງຂັນ​ຢູ່​ໃນ​ການ​ເລື​ອກຕັ້ງ. ​ລັດຖະທຳ​ມະນູນມຽນມາ ​ໄດ້​ກຳນົດ​ໃຫ້ 25 ​ເປີ​ເຊັນບ່ອນ​
ນັ່ງ​ໃນ​ສະພາ​ແກ່ທະຫານ.

ທ່ານ Lambsdorff ຍັງ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ຂາດ​ເຂົ້າ​ຮ່ວມປ່ອນ​ບັດ
​ແລະ​ລາຍ​ຊື່​ຜູ້​ສະໝັກຂອງ​ວຊາວ Rohingya ມຸສລິ​ມ ອັນ​ທີ່​ທ່ານ​ຮ້ອງ​ວ່່າ “​ເ​ປັນ​ພາກສ່ວນ​
ໃຫຍ່​ບັນຫາ​ສັງຄົມ.” ຊາວ Rohingya ມຸສລິ​ມ ຫລາຍ​ລ້ານ​ຄົນ​ໄດ້​ແຕກ​ກະ​ຈັກກະ​ຈາ​ຍບໍ່
​ມີ​ທີ່ຢູ່​ອາ​ໄສ​ໃນ​ມມຽນມາ ທີ່​ບໍ່​ໄດ້​ເປັນ​ສັນຊາດ ​ແລະ​ເຫດຜົນ​ອຶ່ນໆ.

ຜູ້​ສັງ​ເກດ​ການ​ສະຫະລັດ ທ່ານ Jason Carter ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ແນ​ວຄິດ
​ຕ້ານ​ມຸສລິ​ມ” ​ໄດ້ມີ​ຢູ່​ທົ່ວ​ໄປ​ໃນ​ການ​ເລື​ອກຕັ້ງ. ທ່ານ Carter ​ໄດ້​ນຳພາ​ກຸ່ມຜູ້ສັງ​ເກດ​ການ
​ສາກົນ ​ໃນ​ມຽນມາ ຕາງໜ້າ ສູນ​ກາງ Carter ທີ່​ເປັນ​ຫ້ອງການ​ສິດທິ​ມະນຸດ ກໍ່​ຕັ້ງ​ຂື້ນ​ມາ
​ໂດຍ ພໍ່​ເຖົ້າ​ຂອງ​ທ່ານ ອະດີດ​ປະ​ທາ​ນາ​ທິບໍດີ Jimmy Carter. ອະດີດ​ປະທານາທິບໍດີ
Ireland ທ່ານ​ນາງ Mary Robinson ສະມາຊິກທິມ ຄົນ​ໜຶ່ງ​ຂອງ​ສູນ​ກາງ Carter ຍັງ
​ໄດ້​ກ່າວ​ວ່າ ຂາດ​ບັນດາ​ຜູ້​ສະໝັກ​ທີ່​ເປັນ​ຜູ້ຍິງ.

XS
SM
MD
LG