ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ໂອບາມາ ຢ້ຽມຢາມ ອາຟຣິກາໃຕ້ (ວີດິໂອ)


ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບ ການຢ້ຽມຢາມ ຂອງປະທານາທິບໍດີ ໂອບາມາ ທີ່ປະເທດອາຟຣິກາໃຕ້ ບ່ອນທີ່ທ່ານໄດ້ໄປເບິ່ງຄຸກ ຢູ່ເກາະ Robben ບ່ອນທີ່ທ່ານແນລເສິນ ແມນເດລາ ຖືກຂັງຄຸກ ເກືອບ 20 ປີ.

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດໄປ​ຢ້ຽມຢາມ​ເກາະ Robben ປະ​ເທດ​ອາ​ຟຣິກາ​ໃຕ້ໃນ​ວັນ​ອາທິດ​ມື້​ນີ້ ບ່ອນທີ່ອະດີດປະທານາທິບໍດີ Nelson Madela ​ໄດ້ໃຊ້​ເວລາ​ຈໍາ​ຄຸກ​ຢູ່​ທີ່​ນັ້ນ​ເກືອບ 20 ປີ ​ ຍ້ອນ​ໄດ້​ທໍາ​ການ​ຕໍ່ສູ້​ເພື່ອ​ໂຄ່ນ​ລົ້ມ​ ລະບອບ ປົກຄອງ​ແບ່ງ​ເຊື້ອ​ຊາດ​ຜິວ​ພັນ ຂອງ​ປະ​ເທດ​ນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ບັນດາ​ຍາດ​ພີ່ນ້ອງ​ຂອງ​ທ່ານ ​ແມນ​ເດ​ລາ ທີ່ໄດ້​ໄປ​ຮັບ ການຮັກສາ​ປິ່ນປົວໂຣກປອດ​ອັກ​ເສບ​ ຢູ່​ໂຮງໝໍ​ແຫ່ງ​ນຶ່ງ ​ໃນ​ນະຄອນຫລວງ Pretoria ມາ​ໄດ້​ສາມ​ອາທິດ​ແລ້ວ​ນັ້ນ. ປະທານາທິບໍດີ​ໂອ​ບາ​ມາ ບໍ່​ມີ​ແຜນການ​ທີ່​ຈະ​ໄປ​ຢາມ​ທ່ານ​ແມນ​ເດ​ລາ ບຸລຸດ​ທີ່​ໄດ້ຮັບ​ຄວາມ​ຊື່ນ​ຊົມ​ຈາກ​ທົ່ວ​ໂລກ ​ຍ້ອນ​ການ​ຕໍ່ສູ້​ຂອງ​ທ່ານ​ເພື່ອ​ລົບ​ລ້າງ​ການ​ແບ່ງ​ເຊື້ອ​ຊາດ​ຜິວ​ພັນ​ນັ້ນ ​ແຕ່​ທ່ານ​ໂອ​ບາ​ມາ​ກໍ​ເວົ້າ​ວ່າ ຄວາມ​ພິລາດ​ອາດ​ຫານທາງ​ດ້ານ​ສິນລະ​ທໍາ​ຂອງ​ທ່ານ​ແມນ​ເດ​ລາ ​ແລະການ​ຜັນ​ປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ​ຂອງ​ປະ​ເທດ​ອາ​ຟຣິກາ​ໃຕ້ນັ້ນ ​ໄດ້​ເປັນ​ສິ່ງ​ດົນ​ໃຈ​ທ່ານ​ຕະຫຼອດມາ.

ທ່ານໂອບາມາຢ້ຽມຢາມອາຟຣິກາໃຕ້
please wait

No media source currently available

0:00 0:00:52 0:00

ການ​ຢຸດ​ແວ່ອາ​ຟຣິກາ​ໃຕ້​ ​ແມ່ນ​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ການ​ຢ້ຽມຢາມ​ຂົງ​ເຂດ​ອາ​ຟຣິກາ​ເປັນ​ເວລາ​ນຶ່ງ​ອາທິດ ​ ຂອງປະທານາ​ທິບໍດີ​ໂອ​ບາ​ມາ ເພື່ອ​ຊຸກຍູ້​ ​ການ​ຄ້າ​ແລະ​ການພັດ ທະນາ​ເສດຖະກິດ.

​ໃນ​ການ​ເຈລະຈາ​ຂອງ​ທ່ານ​ກັບ​ປະທາ​ນາ​ທິບໍດີ Jacob Zuma ​ເມື່ອ​ວັນເສົາ​ວານ​ນີ້
ທ່ານ​ໂອ​ບາ​ມາ​ໄດ້​ປະກາດໂຄງການ​ໃໝ່​ໂຄງການ​ນຶ່ງ ​ເພື່ອ​ນໍາ​ເອົາ​ຊາວ​ໜຸ່ມ​ອາ​ຟຣິກາ 500 ຄົນ ​ໄປ​ສະຫະລັດ​ໃນ​ແຕ່ລະ​ປີ ​ເພື່ອ​ການ​ອົບ​ລົມເລື້ອງ​ການ​ເປັນ​ຜູ້​ນໍາ.

ເບິ່ງວີດີໂອ ທ່ານໂອບາມາໂອ້ລົມກັບຊາວໜຸ່ມອາຟຣິກາໃຕ້:

Obama, African Youth Discuss Opportunity, Security
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ






XS
SM
MD
LG