ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ຈະມອບ ຫຼຽນໄຊ ປະທານາທິບໍດີ ໃຫ້ແກ່ ຊາວອາເມຣິກັນ 16 ຄົນ (ສະໄລດ໌)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາຈະມອບຫຼຽນ
ໄຊພົນລະເຮືອນຂັ້ນສູງສຸດຂອງປະເທດ ຄືຫລຽນໄຊອິດສະຫະ ພາບຂອງປະທານາທິບໍດີ ຫຼື Presidential Medal of Free-
dom ໃຫ້ແກ່ຊາວອາເມຣິກັນ 16 ຄົນ ໃນພິທີຈັດຂຶ້ນຢູ່ທຳນຽບ
ຂາວ ໃນວັນພຸດມື້ນີ້.

ນຶ່ງໃນບັນດາ ຜູ້ທີ່ເຄີຍຮັບຕຳແໜ່ງ ເປັນປະທານາທິບໍດີກ່ອນ
ທ່ານໂອບາມາ ຄືມື້ລາງປະທານາທິບໍດີ John Kennedy ໄດ້ ເປັນຜູ້ກໍ່ຕັ້ງລາງວັນດັ່ງກ່າວເມື່ອ 50 ປີກ່ອນເພື່ອເປັນກຽດໃຫ້ ແກ່ພວກທີ່ໄດ້ປະກອບສ່ວນຢ່າງໂດດເດັ່ນ ຕໍ່ຄວາມໝັ້ນຄົງຫຼື
ຜົນປະໂຫຍດແຫ່ງຊາດຂອງສະຫະລັດ ຕໍ່ສັນຕິພາບຂອງໂລກ ແລະຄວາມພະຍາຍາມບາກບັ່ນອື່ນໆຕໍ່ສາທາລະນະຊົນຫຼືສ່ວນບຸກຄົນ.

ພວກທີ່ໄດ້ຮັບຫລຽນໄຊໃນປີນີ້ ແມ່ນຮວມທັງອະດີດປະທານາທິບໍ Bill Clinton ນັກຮ້ອງ ລູກທົ່ງທີ່ໂດ່ງດັງ Loretta Lynn ນັກເຄື່ອນໄຫວດ້ານສິດທິແມ່ຍິງ ທີ່ມີຊື່ສຽງ Gloria Steinem ແລະນັກຈັດລາຍການໂທລະພາບທີ່ໂດດເດັ່ນ Steinem Oprah Winfrey.

ທ່ານໂອບາມາກ່າວວ່າ ພວກທີ່ໄດ້ຮັບຫລຽນໄຊໃນປີນີ້ ແມ່ນເປັນພວກທີ່ມີຄວາມສາມາດ ໂດດເດັ່ນເປັນພິເສດ ແຕ່ທ່ານກໍເວົ້າວ່າ ສິ່ງທີ່ເຮັດໃຫ້ພວກເຂົາເຈົ້າ ມີຊື່ສຽງແຕກຕ່າງໄປ ຈາກຄົນອື່ນໆ ກໍຄືພອນສະຫວັນໃນການແບ່ງປັນຄວາມສາມາດພິເສດຂອງພວກເຂົາເຈົ້າ ໃຫ້ແກ່ໂລກມະນຸດເຮົາ.

3 ຄົນຂອງຈຳນວນທັງໝົດ 16 ຄົນທີ່ຈະໄດ້ຮັບຫລຽນໄຊໃນຄັ້ງນີ້ແມ່ນໄດ້ຮັບຫຼັງຈາກເຂົາ ເຈົ້າເສຍຊີວິດໄປແລ້ວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG