ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ໂອບາມາ ກ່າວເຖິງຊ່ວງເວລາ ຂອງການປະຕິບັດໜ້າທີ່ໃນທຳນຽບຂາວ ທັງດີແລະຮ້າຍ


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ກ່າວ​ວ່າ ຄວາມ​ຜິດ​ພາດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຊ່ວງ​ໄລຍະ​ເວລາ​ຂອງ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ ນັ້ນ​ແມ່ນ​ການ​ຕຽມ​ການ​ຕໍ່ລີເບຍ ຫຼັງ​ຈາກ​ທີ່ ອົງການ​ເນ​ໂຕ ​ໄດ້​ນຳພາ​ໃນ​ການ ​ໂຄ່ນ​ລົ້ມ​ຜູ້ນຳ​ຜະ​ເດັດ​ການ Moammar Gadhafi ​ໃນ​ປີ 2011 ທີ່​ໄດ້​ພາ​ໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ສະພາວະທີ່​ຫຍຸ້ງເຫ​ຍີ​ງນັ້ນ.

ທ່ານ​ ໂອ​ບາ​ມາ ​ໄດ້​ຢ້ອນ​ເຖິງ​ການ​ປະຕິບັດ​ໜ້າ​ທີ່​ ​ທັງ​ດີ​ແລະ​ຮ້າຍ ທັງ 2 ສະ​ໄໝ ຂອງ​ທ່ານ​ໃນ​ທຳນຽບຂາວ ​ໃນ​ການ​ໃຫ້​ສຳ​ພາດ​ທາງ​ໂທລະພາບກັບສະຖານີ ຊ່ອງ Fox News.

ຊຶ່ງ​ທ່ານ​ໄດ້​ບອກ​ກັບ​ນັກ​ຂ່າວ ທ່ານ Chris Wallace ວ່າ ການ​ເຂົ້າ​ໄປ​ບຸກລຸກລີ​ເບຍ ​ເພື່ອ​ປົກ​ປ້ອງ​ພົນລະ​ເມືອງ​ຊາວ​ລີ​ເບີຍ ນັ້ນ ​“ແມ່ນ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ.” ຫຼັງ​ຈາກ​ທີ່​ຜູ້​ນຳທີ່​ແຂງ​ແກ່ນ​ນັ້ນໄດ້​ຖືກ​ສັງຫານ​ ຫຼາຍໆ​ເດືອນ​ຫຼັງ​ຈາກ​ທີ່​ສະຫະລັດ ​ແລະ​ບັນດາ​ປະ​ເທດ​ຢູ​ໂຣບ ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ປະ​ເທດ​ຕາ​ເວັນ​ອອກກາງ ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ຕົກຢູ່ໃນ
ສະພາບ“ວຸ້ນວາຍ​ມາ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້.”

ປ, ໂອບາມາ ຂວາ, ໂອ້ລົມກັບ ອາຈານ David Strauss ໃນ Chicago, ລັດ Ill., 7 ເມສາ, 2016.
ປ, ໂອບາມາ ຂວາ, ໂອ້ລົມກັບ ອາຈານ David Strauss ໃນ Chicago, ລັດ Ill., 7 ເມສາ, 2016.

ພວກ​ຫົວ​ຮຸນ​ແຮງ​ໄດ້​ເຂົ້າ​ຍຶດຄອງ​ເອົາ​ທັງ​ສອງ​ລັດຖະສະພາ ​ແລະ​ລັດຖະບານທີ່​ກໍ່​ຕັ້ງ​ໃໝ່ ​ແລະ​ລີ​ເບຍ ​ໄດ້​ກາຍ​ມາ​ເປັນ​ຈຸດ​ຫັນ​ປ່ຽນ​ໃຫ້​ເກີດ​ວິກິດ​ການ​ອົບ​ພະຍົບຂຶ້ນ​ໃນ​ທົ່ວ​ຢູ​ໂຣບ. ອົງການ​ສະຫະ​ປະຊາ​ຊາດ​ທີ່​ສະໜັບສະນຸນ ລັດຖະບານ​ຮ່ວມ ​ໄດ້​ເຂົ້າ​ໄປ​ເຖິງ​ໃນ​ນະຄອນ Tripoli ​ແຕ່​ວ່າ ລັດຖະສະພາ​ທີ່ເປັນປໍລະປັກກັນນັ້ນ ແມ່ນ​ຍັງ​ບໍ່ມີໃຜ​ໄດ້ສະໜັບສະນຸນ
ຢ່າງເປັນ​ທາງ​ການ​ ຂໍ້ຕົກລົງຂອງ​ອົງການ​ສະຫະ​ປະຊາ​ຊາດນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ເຫັນ​ລີ​ເບຍ ​ທຸກ​ມື້​ນີ້​ “ເປັນຄວາມ​ວຸ້ນວາຍ” ​ແລະ​ທ່ານ​ໄດ້​ບອກ​ກັບ​ວາລະສານ Atlantic ​ໃນ​ການ​ໃຫ້​ສຳພາດຕ່າງຫາກ ວ່ານາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ໄດ້​ຫັນເຫໜີຫ່າງ ຫຼັງຈາກ​ການ​ປະຕິບັດ​ງານຕ່າງໆ​ໃນ​ລີ​ເບຍ. ທ່ານ​ໂອ​ບາ​ມາ ​ຍັງ​ໄດ້​ຕຳ​ນິຕິ​ຕຽນ​ອະດີດ​ປະທານາທິບໍດີຝຣັ່ງ ທ່ານ​ Nicolas Sarkozy ທີ່​ກຳກັບລີ​ເບຍ​ໃນ​ທາງ​ທີ່​ບໍ່​ຖືກ​ບໍ່​ຄວນ ຫຼັງ​ຈາກ​ທີ່​ໄດ້​ໂຄ່ນ​ລົ້ມ​ຜູ້ນຳ​ຜະ​ເດັດ​ການ Moammar Gadhafi​ ແລ້ວ.

XS
SM
MD
LG