ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ເວົ້າວ່າ ໂລກ ແມ່ນສາມັກຄີກັນ ໃນການຕໍ່ສູ້ ຕ້ານກຸ່ມ ລັດອິສລາມ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະ
ຫະລັດ ຈະສືບຕໍ່ເປັນຜູ້ນຳພາ ບັນດາປະເທດເພື່ອນມິດ ແລະ
ພັນທະມິດທັງຫຼາຍ ໃນຍຸດທະສາດ ເພື່ອສ້າງຄວາມເສຍຫາຍ
ແລະທຳລາຍໃນທີ່ສຸດ ຕໍ່ກຸ່ມກໍ່ການຮ້າຍ ທີ່ຮູ້ກັນໃນນາມ ISIL
ຫຼືລັດອິສລາມໃນອີຣັກແລະ Levant ນັ້ນ.

ທ່ານໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ weekly
address
ຂອງທ່ານໃນວັນເສົາມື້ນີ້ວ່າກຸ່ມຫົວຮຸນແຮງນີ້ເປັນ
ໄພຂົ່ມຂູ່ຕໍ່ປະຊາຊົນອີຣັກ ຊີເຣຍ ແລະໃນພາກຕາເວັນອອກ
ກາງໂດຍລວມ. ທ່ານເວົ້າວ່າ ຖ້າປ່ອຍໄວ້ແບບບໍ່ມີການຄວບ
ຄຸມແລ້ວພວກເຂົາອາດຈະເປັນໄພຂົ່ມຂູ່ຫຼາຍຂຶ້ນຕໍ່ສະຫະລັດ.

ປະທານາທິບໍດີສະຫະລັດ ເວົ້າວ່າ ສະມາຊິກສະພາ ຈາກທັງສອງພັກການເມືອງ ຢູ່ໃນທັງ
ສະພາຕ່ຳແລະສະພາສູງໄດ້ລົງຄະແນນສຽງອະນຸມັດໃຫ້ທະຫານອາເມຣິກັນທຳການເຝິກ ແອບພວກນັກລົບຕໍ່ຕ້ານລັດຖະບານ ເພື່ອສູ້ລົບ ກັບພວກກະບົດ ISIL ຢູ່ໃນຊີເຣຍ ໂດຍ ເປັນການສົ່ງສັນຍານຢ່າງແຂງຂັນໃຫ້ໂລກເຫັນວ່າ ຊາວອາເມຣິກັນ ແມ່ນມີຄວາມປຸ້ມລຸມ ສາມັກຄີກັນ ໃນການປະເຊີນໜ້າ ກັບໄພອັນຕະລາຍດັ່ງກ່າວ.

ທ່ານໂອບາມາ ເວົ້າວ່າ ໃນຂະນະທີ່ທ່ານບໍ່ອະນຸຍາດ ໃຫ້ມີການສົ່ງກຳລັງສະຫະລັດໄປສູ້ ລົບຢູ່ໃນສົງຄາມພາກພື້ນດິນຄັ້ງໃໝ່ ຢູ່ໃນອີຣັກຫລືໃນຊີເຣຍ ແຕ່ສະຫະລັດຈະໃຊ້ຄວາມ ສາມາດຂອງຕົນເພື່ອຊ່ອຍບັນດາປະເທດພາຄີໃຫ້ຄ້ຳປະກັນຄວາມປອດໄພໃຫ້ແກ່ອະນາ ຄົດຂອງປະເທດເຂົາເຈົ້າ.

ປະທານາທິບໍດີໂອບາມາ ເວົ້າວ່າ ການສູ້ລົບນີ້ ບໍ່ແມ່ນລະຫວ່າງອາເມຣິກາແລະກຸ່ມ ISIL ແຕ່ແມ່ນການສູ້ລົບ ລະຫວ່າງປະຊາຊົນຢູ່ໃນຂົງເຂດ ຕ້ານກຸ່ມ ISIL ໂລກຕ້ານກຸ່ມ ISIL.

XS
SM
MD
LG