ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທີ່ ສປຊ ມີການຮຽກຮ້ອງ ໃຫ້ໂລກ ເອົາບາດກ້າວ ຕ້ານສະພາບ ອາກາດຮ້ອນເອົ້າ (ວີດີໂອ)


Obama Calls for World Action on Climate Change
please wait

No media source currently available

0:00 0:02:06 0:00

ກອງ​ປະຊຸມສຸດ​ຍອດສະຫະ​ປະຊາ​ຊາດກ່ຽວ​ກັບການ​ປ່ຽນແປງ
ຂອງດິນ​ຟ້າ​ອາກາດ​ ເປັນ​ເວລານຶ່ງ​ມື້ ໄດ້​ສີ້ນ​ສຸດ​ລົງ ພ້ອມ​ດ້ວຍ ​
ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ເປັນເງິນຫຼາຍ​ຮ້ອຍພັນລ້ານໂດ​ລາຈາກ
ບັນດາ​ສະມາຊິກ ​ເພື່ອ​ຕໍ່ສູ້​ກັບ ສະພາບອາກາດຮ້ອນ​ເອົ້າ​ຂອງ​
ໂລກ ​ແຕ່​ວ່າ ເປັນຂໍ້ຕົກລົງແບບບໍ່ມີຂໍ້​ຜູກ​ມັດໃດໆ.

​ເລ​ຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດທ່ານ Ban Ki-moon ຮ້ອງ
ການ​ປ່ຽນ​ແປງ​ດິນ ​ຂອງຟ້າ​ອາກາດນີ້ວ່າ ເປັນບັນຫາ ທີ່ພົວພັນ
ກັບການຕັດສິນໃຈທາງການເມືອງ ຂອງ​ຍຸກ​ສະ​ໄໝ​ແລະ​ກ່າວ​ວ່າ
ການ​ຮັບມືໃນຍຸກປັດຈຸບັນ ຈະ​ກຳນົດ​ກ່ຽວກັບອະນາ​ຄົດ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ວ່າ
​ໃນ​ຖານະທີ່ເປັນປະເທດສ້າງຄວາມເປື້ອນ​ເປິໃຫ້ແກ່ໂລກ​ ໃຫຍ່ສຸດອັນດັບສອງ ນຳ​ຫລັງ
​ຈີນນັ້ນ ສະຫະລັດ ຂໍຮັບ​ເອົາຄວາມ​ຮັບຜິດຊອບຂອງຕົນ ໃນ​ບົດບາດການສ້າ​ງຄວາ​ມ​ເສຍ​
ຫາຍໃຫ້​ແກ່​ໂລກ​ມະນຸດເຮົາ. ​ແຕ່ ທ່ານ​ກ່າວ​ວ່າ ບັນດາ​ປະ​ເທດ​ທັງໝົດ ​ຕ້ອງ​ດຳເນີນການ
​ຮ່ວມ​ກັນ.

ຜູ້ຕາງໜ້າ​ຈີນ ທ່ານ Zhang Gaoli ກ່າວ​ວ່າ ຈີນໃຫ້ຄວາມ​ສຳຄັນ​ສູງ ​ຕໍ່ການ ແກ້ໄຂບັນ
ຫາການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ຮວມ​ທັງຫລຸດຜ່ອນການປ່ອຍ ທາດຄາບອນ
ການປະຢັດພະລັງງານ ​ແລະການ​ຫລຸດ​ຜ່ອນໃນ​ການ​ໃຊ້​ເຊື້ອໄຟ​ທີ່ມາຈາກຊາກພືດ
ແລະສັດ.

ບັນດາ​ຜູ້​ຕາງໜ້າ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່ຈະດຳເນີນ​ງານ ເພື່ອຈະຍຸດຕິການ​ຕັດ​ປ່າ​ໄມ້
ທຳລາຍປ່າ ​ປັບປຸງການ​ຜະ​ລິດ​ອາຫານ ​ແລະ​ສົ່ງ​ເສີມ​ການໃຊ້​ລົດໄຟຟ້າ ​ແທນ​ລົດ​ທີ່​ໃຊ້​
ນຳ້ມັນ.

​ແຕ່​ວ່າ​ການໃຫ້​ຄຳ​ໝັ້ນ​ສັນຍາ​ເຫຼົ່ານີ້ ບໍ່ແມ່ນສັນຍາທີ່ມີການ​ຜູກ​ມັດ ​ໃນ​ຂະນະທີ່ ປະເທດ
ຕ່າງໆພວມຊອກຫາທາງ ເພື່ອໃຫ້ມີການບັນລຸຂໍ້ຕົກລົງຂອງໂລກສຳລັບ ຫລຸດຜ່ອນການ
ປ່ອຍແກັສເຮືອນແກ້ວ ທີ່ກອງ​ປະຊຸມຢູ່ນະຄອນ​ປາຣີ ​ໃນ​ທ້າຍ​ປີໜ້າ.

XS
SM
MD
LG