ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ ເພື່ອການເຈລະຈາຫາລືກັນ


Obama Welcomes Myanmar’s Aung San Suu Kyi for Crucial Talks on Sanctions
please wait

No media source currently available

0:00 0:01:50 0:00

ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ ນັກ​ຕໍ່ສູ້​ເພື່ອ ປະຊາທິປະໄຕທີ່​ມີ​ຊື່​ສຽງ ແລະຜູ້ນຳທີ່ແທ້ຈິງຂອງ ມຽນມາ ທີ່ທຳນຽບຂາວໃນວັນພຸດມື້ນີ້.

ມັນຈະເປັນການຢ້ຽມຢາມ ສະຫະລັດ ຄັ້ງທຳອິດຂອງທ່ານນາງ ໃນຖານະເປັນທີ່ປຶກສາ ຂອງປະເທດ ແລະ ລັດຖະມົນຕີການຕ່າງປະເທດ ​ເຊິ່ງເປັນຕຳແໜ່ງທີ່ທ່ານນາງໄດ້ຮັບ ໃນເວລາລັດຖະທຳມະນູນສະໄໝ ລັດຖະບານທະຫານຂອງປະເທດ ໄດ້ຫ້າມບໍ່ໃຫ້ທ່ານ ນາງເປັນປະທາ ນາທິບໍດີ ຍ້ອນສາມີຜູ້ທີ່ໄດ້ລ່ວງລັບໄປແລ້ວ ແລະ ລູກຂອງເພິ່ນເປັນຄົນ ທີ່ມີສັນຊາດຕ່າງປະເທດ.

ທ່ານນາງ ອອງ ຊານ ຊູ ຈີ ໄດ້ໃຊ້ເວລາ ຫຼາຍກວ່າ 20 ປີພາຍໃຕ້ການຖືກກັກບໍລິ​ເວນຢູ່​ໃນ​ມຽນມາ. ການພົບປະຂອງທ່ານນາງກັບທ່ານ ໂອບາມາ ໃນຫ້ອງປະຊຸມ Oval office ຂອງ​ທຳນຽບຂາວ ແມ່ນໄດ້ຖືກ​ເບິ່ງ​ກັນ​ວ່າ ​ເປັນການບົ່ງບອກທີ່ຊັດເຈນອີກອັນໜຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານນາງ ເປັນຜູ້ນຳພົນລະເຮືອນທີ່ແທ້ຈິງຂອງ ມຽນມາ.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ທ່ານປະທານາທິບໍດີມີຄວາມກະຕືລືລົ້ນທີ່ຈະຮັບ ຟັງທັດສະນະຄະຕິຂອງທ່ານນາງ ອອງ ຊານ ຊູ ຈີ ກ່ຽວກັບວ່າ ສະຫະລັດ ຄວນຍົກເລີກ ມາດຕະການລົງໂທດຕໍ່ ມຽນມາ ໄກສ່ຳໃດ. ນັບຕັ້ງແຕ່ທ່ານນາງໄດ້ເຂົ້າຮັບຕຳແໜ່ງໃນ ທ້າຍເດືອນມີນາທີ່ຜ່ານມາ, ທ່ານນາງ ບໍ່ໄດ້ຮຽກຮ້ອງ​ໃຫ້ຍົກເລີກຕໍ່ທຸກໆມາດຕະການລົງ ໂທດ, ເຊິ່ງໄດ້ຖືກມອງກັນ​ວ່າ ​ເພື່ອ​ເປັນ​ການ​ກົດ​ດັນສຳລັບ​ຊຸກຍູ້ໃຫ້ພວກທະຫານອະນຸ ຍາດ​ໃຫ້​ມີການປະຕິຮູບປະຊາທິປະໄຕຫຼາຍຂຶ້ນ.


ທີ່ກອງປະຊຸມ ກ່ຽວກັບ ມຽນມາ ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນອັງຄານວານນີ້, ທ່ານ Ben Rhodes ຮອງທີ່​ປຶກສາ​ດ້ານຄວາມປອດໄພແຫ່ງຊາດຂອງທ່ານ ໂອບາມາ ໄດ້ກ່າວ ວ່າ ທຳນຽບຂາວຢາກຮັບ ປະກັນວ່າ ມາດຕະການລົງໂທດ ຂອງສະຫະລັດ ບໍ່ໄດ້ໄປກີດ ກັ້ນການລົງທຶນດ້ານເສດຖະກິດ ທີ່ຈະຊ່ວຍເຫຼືອປະຊາຊົນຂອງປະເທດນັ້ນ. ທ່ານ Rhodes ໄດ້ກ່າວວ່າ “ທັດສະນະຂອງລັດຖະບານ ມີຄວາມສຳຄັນຕໍ່ພວກເຮົາຫຼາຍ.”

ໃນການຖະແຫຼງຂ່າວປະຈຳວັນ ຂອງກະຊວງການຕ່າງປະເທດໃນວັນອັງຄານວານນີ້, ຮອງໂຄສົກກະຊວງການຕ່າງປະເທດ ທ່ານ Mark Toner ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການຍົກເລີກມາດຕະການລົງໂທດຕ່າງໆ ແມ່ນການຕອບສະໜອງຕໍ່ຄວາມກ້າວໜ້າຂອງ ປະຊາທິປະໄຕ ຕະຫຼອດມາ. ທ່ານ Toner ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຍັງບໍ່ພ້ອມທີ່ ຈະຍົກເລີກທຸກໆມາດຕະການລົງໂທດເທື່ອ. ການ​ລົງ​ໂທດ​ບາງ​ຢ່າງຍັງຄົງຈະ​ດຳ​ເນີນ​ຕໍ່​ໄປ. ພວກເຮົາຈະຮັກສາສິດທິໃນການສືບຕໍ່ການ​ລົງ​ໂທດ​ໄວ້ ຕາບໃດທີ່ພວກເຮົາຮູ້ສຶກ ວ່າມັນເປັນປະໂຫຍດ.” ທ່ານ Toner ໄດ້ກ່າວວ່າ ສະຫະລັດ ແມ່ນຍິນດີທີ່ຈະຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ, ແລະ ກ່າວເພີ່ມເຕີມວ່າ ຫຼາຍຢ່າງໄດ້ມີການປ່ຽນແປງ​ໃນ​ໄລ ຍະສອງສາມປີທີ່ຜ່ານມາໃນ ມຽນມາ. ທ່ານໄດ້ກ່າວວ່າ ຄວາມເປັນຫ່ວງດ້ານສິດທິມະນຸດ ຍັງຄົງມີຢູ່ຄື ເກົ່າ ແລະ ສະຫະລັດ ໃຫ້ການສະໜັບສະໜູນຕໍ່ສັນຕິພາບ ແລະ ການກ້າວ ໄປສູ່ປະຊາທິປະໄຕຢ່າງເຕັມທີ່ ແລະເຂັ້ມແຂງຂຶ້ນກວ່າເກົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Myanmar Minority Issue Looms Over Aung San Suu Kyi's Historic US Visit
please wait

No media source currently available

0:00 0:02:26 0:00

XS
SM
MD
LG