ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະຫາລື ກ່ຽວກັບ ລະດັບຂອງ ກຳລັງທະຫານສະຫະລັດ ໃນ ອັຟການິສຖານ


ປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani.
ປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani.

ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງສະຫະລັດ ກ່າວ​ວ່າ ລັດຖະບານ ທ່ານ
Obama ຈະ​ສົນທະນາກ່ຽວກັບການຮັກສາ​ກຳລັງທະຫານ​ໄວ້
​ຫຼາຍ​ຂື້ນຢູ່​ໃນອັຟກາ​ນິສຖານ ​ກວ່າ​ທີ່​ໄດ້​ວາງ​ແຜນ​ເອົາ​ໄວ້ ​ກັບ​
ປະທານາທິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ​ໃນ​ລະ
ຫວ່າງ​ການ​ຢ້ຽມຢາມ​ ນະຄອນຫລວງວໍ​ຊິງ​ຕັນ ອາທິດ​ໜ້າ​ນີ້.

ປະທານາທິບໍດີ Obama ກຳລັງ​ພິຈາລະນາ​ການ​ຮ້ອງ​ຂໍ​ ຂອງ
ປະທານາທິບໍດີ Ghani ​ເມື່ອ​ຫລາຍ​ອາທິດ​ທີ່​ຜ່ານ​ມາ​ເພື່ອ​ປັບ
ປ່ຽນໃຫ້ມີຄວາມເໝາະສົມ ບາດກ້າວການ​ຖອນ​ທະຫານ​ພາຍ
ໃນ​ທ້າຍ​ປີນີ້.

US Afghan
please wait
Embed

No media source currently available

0:00 0:00:30 0:00

ທ່ານ Ghani ​ແລະ ຄະນະ​ຜູ້​ແທນອັຟກາ​ນິສຖານ ຈະເດີນທາງ​ມາຢ້ຽມຢາມ ສະຫະລັດ
​ເປັນ​ເວລາ​ສີ່ມື້ ຮວມທັງ​ການ​ຢ້ຽມຢາມທຳນຽບຂາວ ​ໃນ​ວັນ​ອັງຄານ ຈະມານີ້ນຳດ້ວຍ.

ວີດີໂອ: ລາຍງານກ່ຽວກັບ ການມາຢ້ຽມຢາມ ສຫລ ຂອງທ່ານ Ghani ໃນວັນທີ 24 ມີນາ:

US Troop Levels, Development Remain Focus of US-Afghan Talks
please wait

No media source currently available

0:00 0:02:46 0:00

XS
SM
MD
LG