ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ການປະຕິຮູບ ຕະຫຼາດຮຸ້ນ ໄດ້ຮັບ ຜົນດີ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທາ
ນາທິບໍດີສະຫະລັດທ່ານບາຣັກ ໂອບາມາ ແມ່ນເວົ້າເຖິງຄວາມ
ກ້າວໜ້າ ທີ່ພວກເຮົາໄດ້ເຮັດມາ ເພື່ອໃຫ້ລະບົບການເງິນຂອງ
ພວກເຮົາ ມີຄວາມເຂັ້ມແຂງກວ່າເກົ່າ ປອດໄພກວ່າເກົ່າ ແລະ
ຍຸຕິທຳກວ່າເກົ່າ ໃນໄລຍະຫຼາຍໆປີທີ່ຜ່ານມານີ້ ນັບຕັ້ງແຕ່ໄດ້
ເກີດວິກິດການທາງດ້ານການເງິນ.

ປະທານາທິບໍດີໂອບາມາ ເວົ້າວ່າ ຄົບຮອບຫ້າປີໃນອາທິດນີ້ ປະເທດຂອງເຮົາໄດ້ປະກາດ ໃຊ້ກົດໝາຍປະຕິຮູບ ຕະຫລາດຮຸ້ນ Dodd-Frank ແລະປົກປ້ອງຜູ້ບໍລິໂພກ ຊຶ່ງເປັນກົດ ລະບຽບ ທີ່ໄດ້ຫລຸດຜ່ອນລົງຢ່າງຫລວງຫລາຍ ຄວາມປະໝາດເລີ້ນເລີ້ແລະການປະຕິບັດ ທີ່ບໍ່ຖືກບໍ່ຕ້ອງຢູ່ໃນລະບົບການເງິນຂອງພວກເຮົາ ທີ່ມີຂຶ້ນກ່ອນເກີດວິກິດການນັ້ນ.

ປະທານາທິບໍດີກ່າວວ່າ ຜົນຂອງການປະຕິຮູບຕະຫຼາດຮຸ້ນເຮັດໃຫ້ທະນາຄານຂອງພວກ ເຮົາເພິ່ງພາໜ້ອຍລົງ ຕໍ່ເງິນທຶນ ທີ່ບໍ່ມີຄວາມທຸ່ນທ່ຽງ ແລະມີທາງເປັນໄປໄດ້ໜ້ອຍລົງ ໃນ ການກະທຳທີ່ມີຄວາມສ່ຽງ ຫ້ອງການຄຸ້ມຄອງການເງິນຜູ້ບໍລິໂພກທີ່ເປັນອິດສະຫຼະ ແມ່ນ ເຮັດວຽກເພື່ອໃຫ້ການປົກປ້ອງຄຸ້ມຄອງຜູ້ບໍລິໂພກອາເມຣິກັນ ແລະລະບົບການເງິນຂອງ ພວກເຮົາແມ່ນໄດ້ຮັບການຄວບຄຸມດູແລດີຂຶ້ນກວ່າເກົ່າ.

ປະທານາທິບໍດີໂອບາມາກ່າວວ່າ ກົດໝາຍ Dodd-Frank ແມ່ນໄດ້ຜົນດີແລະທ່ານກ່າວ ຢ້ຳວ່າ ທ່ານຈະສືບຕໍ່ ທຳການຕໍ່ສູ້ກັບການທ້າທາຍໃດໆກໍຕາມ ຕໍ່ກົດໝາຍດັ່ງກ່າວ ແລະ ຈະໃຊ້ສິດຢັບຢັ້ງຕໍ່ການດຳເນີນຄວາມພະຍາຍາມໃດໆກໍຕາມທີ່ຈະຍົກເລີກລະບຽບການ ໃໝ່ເພື່ອຄຸ້ມຄອງຕະຫລາດຮຸ້ນສະບັບນີ້.

Weekly Address: Wall Street Reform is Working

WASHINGTON, DC — In this week's address, the President spoke to the progress we have made in making our financial system stronger, safer, and more fair in the years since financial crisis. Five years ago this week our country enacted the Dodd-Frank Wall Street Reform and Consumer Protection Act, rules that have substantially reduced recklessness and abuse in our financial system that predated the crisis.As a result of Wall Street reform, our banks are less reliant on unstable funding and less likely to engage in risky behavior, the independent Consumer Financial Protection Bureau works to protect American consumers, and our financial system is significantly better-regulated.Dodd-Frank is working, and the President emphasized that he will continue to fight any challenges to the law and veto any effort to unravel the new rules governing Wall Street.

XS
SM
MD
LG