ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຢືນຢັນ ທີ່ຈະປົກປ້ອງສິດທິ ໃນການປ່ອນບັດ ຂອງ ຊາວອາເມຣິກັນ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີ
ບາຣັກ ໂອບາມາ ໄດ້ສະເຫລີມສະຫລອງ ວັນຄົບຮອບ 50 ປີ
ຂອງກົດໝາຍ ວ່າດ້ວຍສິດທິໃນການປ່ອນບັດ ໂດຍໄດ້ກ່າວ
ເນັ້ນເຖິງຄວາມສຳຄັນຂອງນຶ່ງໃນສິດທິຂັ້ນພື້ນຖານທີ່ສຸດສຳ
ລັບລະບອບປະຊາທິປະໄຕ ຂອງພວກເຮົາ ທີ່ພວກເຮົາທຸກໆ
ຄົນໄດ້ຖືກສ້າງຂຶ້ນມາໂດຍເທົ່າທຽມກັນແລະແຕ່ລະຄົນຂອງ
ພວກເຮົາກໍສົມຄວນທີ່ຈະຕ້ອງ ມີສິດມີສຽງ.

ການອອກກົດໝາຍວ່າດ້ວຍສິດທິໃນການປ່ອນບັດນີ້ ບໍ່ແມ່ນເລື້ອງງ່າຍໆ ມັນເປັນຜົນຜະ
ລິດ ຂອງການເສຍສະຫລະຂອງພວກຜູ້ຊາຍແລະແມ່ຍິງຈຳນວນນັບບໍ່ຖ້ວນ ທີ່ໄດ້ພາກັນ ສ່ຽງຊີວິດເພື່ອປົກປ້ອງສິດທິໃນການປ່ອນບັດຂອງທຸກໆຄົນ.

ປະທານາທິບໍດີໂອບາມາ ໄດ້ເຕືອນພວກເຮົາ ກ່ຽວກັບການສູ້ຊົນ ຂອງພວກເຂົາເຈົ້າແລະ ໃນຂະນະທີ່ປະເທດຊາດຂອງພວກເຮົາດີຂຶ້ນ ຍ້ອນສິ່ງດັ່ງກ່າວນີ້ ແຕ່ກໍຍັງມີວຽກງານທີ່ຈະ ຕ້ອງໄດ້ກະທຳຕື່ມອີກ.

ປະທານາທິບໍດີໂອບາມາໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ຊຸກຍູ້ໃຫ້ລັດຖະສະພາຮັບຮອງເອົາ ຮ່າງກົດໝາຍໃໝ່ເພື່ອປົກປ້ອງຄຸ້ມຄອງສິດທິໃນການປ່ອນບັດ ແລະຮຽກຮ້ອງໃຫ້ຊາວອາ ເມຣິກັນທຸກໆຄົນ ບໍ່ສຳຄັນວ່າຈະເປັນພັກໃດກໍຕາມນຳໃຊ້ໃນທຸກໆໂອກາດເທົ່າທີ່ເປັນໄປ ໄດ້ ເພື່ອຊົມໃຊ້ສິດທິພື້ນຖານໃນການປ່ອນບັດຂອງເຂົາເຈົ້າ.

Weekly Address: Reaffirming Our Commitment to Protecting the Right To Vote

WASHINGTON, DC — In this week's address, the President celebrated the 50th Anniversary of the Voting Rights Act by underscoring the importance of one of the most fundamental rights of our democracythat all of us are created equal and that each of us deserves a voice.The enactment of the Voting Rights Act wasn't easyit was the product of sacrifice from countless men and women who risked so much to protect every person's right to vote.The President reminded us about their struggle and that while our country is a better place because of it, there is still work to be done.He promised to continue to push Congress for new legislation to protect everyone's right to the polls, and asked that all Americans regardless of party use every opportunity possible to exercise the fundamental right to vote.

XS
SM
MD
LG