ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ກ່າວເຖິງເສັ້ນທາງໃໝ່ ໄປສູ່ໂອກາດ ສຳຫຼັບ ຊາວອາເມຣິກັນ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີສະ
ຫະລັດທ່ານບາຣັກ ໂອບາມາ ແມ່ນເວົ້າເຖິງບູລິມະສິດຂອງທ່ານ
ໃນການເຮັດໃຫ້ເສດຖະກິດເຕີບໂຕແລະເປີດກວ້າງເສັ້ນທາງໃໝ່
ໄປສູ່ໂອກາດ ສຳຫລັບຊາວອາເມຣິກັນ ທີ່ເຮັດວຽກ ແບບບໍ່ຮູ້ອິດ
ເໝື່ອຍ.

ປະທານາທິບໍດີໂອບາມາກ່າວວ່າ ໃນຂະນະທີ່ສະຫະລັດໄດ້ສ້າງຄວາມຄືບໜ້າທາງດ້ານ ເສດຖະກິດຢູ່ແລ້ວ ໂດຍການສ້າງວຽກເຮັດງານທຳຫຼາຍກວ່າ 12 ລ້ານໜ້າວຽກໃນພາກ ເອກກະຊົນ ໃນຮອບຫ້າປີທີ່ຜ່ານມານີ້ ແຕ່ກໍຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ຈະຕ້ອງໄດ້ກະ ທຳຕື່ມ.

ດ້ວຍເຫດຜົນດັ່ງກ່າວ ຈຶ່ງວ່າເປັນຫຍັງປະທານາທິບໍດີຈຶ່ງຍັງສືບຕໍ່ກົດດັນໃຫ້ມີການບັນລຸ ຂໍ້ຕົກລົງການຄ້າ ທີ່ເຂັ້ມແຂງ ມີມາດຕະຖານສູງ ທີ່ເປັນຜົນດີ ຕໍ່ພວກຄົນງານອາເມຣິກັນ ແລະເປັນຜົນດີຕໍ່ທຸລະກິດຂອງອາເມຣິກັນນຳດ້ວຍ.

ແລະເປັນຫຍັງລັດຖະບານຂອງທ່ານຈຶ່ງໄດ້ເປັນພາຄີກັບພວກເຈົ້າຄອງກຳແພງນະຄອນ ແລະຜູ້ປົກຄອງລັດໃນທົ່ວປະເທດ ກ່ຽວກັບບັນຫາຕ່າງໆເຊັ່ນວ່າ ຄ່າຈ້າງຂັ້ນຕ່ຳສຸດ ແລະ ການຈ່າຍເງິນໃນເວລາພັກ ທີ່ມີຜົນກະທົບຕໍ່ຊາວອາເມຣິກັນ ທີ່ເຮັດວຽກດ້ວຍຄວາມຍາກ ລຳບາກ.

ປະທານາທິບໍດີໄດ້ກ່າວເຖິງ ຂໍ້ລິເລີ້ມທີ່ມີຜົນດີຕ່າງໆ ເຊັ່ນຂໍ້ລິເລີ້ມເຫລົ່ານີ້ຢູ່ໃນຄຳປາໄສ ຂອງທ່ານຕໍ່ກອງປະຊຸມເຈົ້າຄອງກຳແພງ ໃນມື້ວັນສຸກວານນີ້.


WEEKLY ADDRESS: Creating New Pathways of Opportunity for Americans Like You

WASHINGTON, DC — In this week's address, the President spoke to his priority of growing the economy and opening new avenues of opportunity for hardworking Americans.While the United States has already made economic progress, with more than 12 million new private sector jobs created over the past five years, there's still more to be done.That's why the President has continued to press for strong, high-standard trade agreements that are good for American workers and good for American businesses.And it's why his Administration has partnered with mayors and governors across the country on issues such as minimum wage and paid leave that impact hardworking Americans.The President discussed impactful initiatives like these in his address before the Conference of Mayors on Friday.

XS
SM
MD
LG