ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ຈະເອົາບາດກ້າວຕ້ານ ລັດຖະບານໃດໆ ທີ່ຫຍຸ້ງກ່ຽວກັບ ການເລືອກຕັ້ງໃນ ສະຫະລັດ


ປ. Barack Obama ກ່າວຄຳປາໄສ ຢູ່ກອງປະຊຸມສຸດຍອດ My Brother's Keeper ທີ່ທຳນຽບຂາວ.
ປ. Barack Obama ກ່າວຄຳປາໄສ ຢູ່ກອງປະຊຸມສຸດຍອດ My Brother's Keeper ທີ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ ​ສະຫະລັດ​ຈະ​ເອົາ​ບາດກ້າວ​ຕ້ານຣັດ​ເຊຍ ຫລື​ ລັດຖະບານ​ຕ່າງປະ​ເທດ​ໃດໆ ທີ່​ພະຍາຍາມ​ຫຍຸ້ງ​ກ່ຽວ​ ກັບ​ການ​ເລືອກ​ຕັ້ງ​ສະຫະລັດ.

ປະທານາທິບໍດີ​ໄດ້​ກ່າວ​ຕໍ່ ວິທະ​ຍຸ​ສາທາລະນະ​ແຫ່ງ​ຊາດ NPR ​ໃນ​ກາ​ນສຳ ພາດ​ທີ່​ຈະ​ອອກ​ອສກສດ​ໃນ​ວັນ​ສຸກ​ມື້​ນີ້​ ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ບໍ່​ມີ​ຄວາມ​ສົງ​ໄສ​ ໃດໆ​ທີ່​ລັດຖະບານ​ຕ່າງປະ​ເທດ ພະ​ຍາ​ຍາມສ້າງ​ຜົນ​ກະທົບຕໍ່​ການ​ປະຕິບັດ​ງານ​ຢ່າງ​ຖືກຕ້ອງ​ໃນ​ການ​ເລືອກ​ຕັ້ງຂອງ​ພວກ​ເຮົາ ພວກ​ເຮົາ​ຈຳ​ເປັນ​ທີ່ຈະ​ຈັດການ ຈະ​ປະຕິບັດງານ ​ແລະ​ພວກ​ເຮົາກໍ​ຈະ​ເຮັດ​ມັນ.”

“ຈຳນວນ​ນຶ່ງ​ອາດ​ຈະ​ເປັນ​ເລືິ້ອງທີ່​ຈະ​ແຈ້ງແລະຖືກ​ເຜີຍ​ແຜ່ແກ່​ສາທາລະນະ ​ແລະ​ຈຳນວນ​ນຶ່ງ​ອາດ​ຈະ​ບໍ່​ແມ່ນ.”

ອົງການ​ສືບ​ລັບ CIA ​ໄດ້​ສະຫລຸບ​ວ່າ ພວກ​ເຈາະ​ຂໍ້​ມູນຣັດ​ເຊຍ ​ໄດ້​ທັບ​ມ້າງ​ເຂົ້າ ສູ່​ເຄຶ່ອງ ຄອມພິວ​ເຕີຂອງ​ພັກ​ເດ​ໂມ​ແຄຣັດ ​ເພື່ອນຳ​ເອົາ​ອີ​ແມ​ລທີ່​ອັບອາຍ ​ເສຍ​ຫາຍ ອອກ​ມາ​ເຜີຍ​ແຜ່ຂອງການໂຄສະນາ​ຫາ​ສຽງ​ປະທານາທິບໍດີ​ ຂອງ​ທ່ານ​ນາງ Hillary Clinton ​ ​ໂດຍ​ເບິ່ງ​ຄື​ວ່າ ມີ​ຈຸດປະສົງ ທີ່​ຈະ​ຊ່ວຍ​ພັກຣີພັບ​ບລິ​ກັນ ຂອງທ່ານ Donald Trump ​ໃຫ້ຊະນະການ​ເລືອກ​ຕັ້ງໃນ​ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າໜ້າ​ທີ່​ລະດັບ​ສູງ​ປະຈຳທຳນຽບຂາວ​ກ່າວ​ວ່າ ​ເລື້ອງ​ດັ່ງກ່າວເກີດ​ຂຶ້ນບໍ່​ໄດ້​ປາດ​ສະ​ຈາກການ​ພົວພັນ​ຂອງປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຫລື ການ​ຮູ້​ໂດຍ​ກົງ. ມົສກູ ​ເອີ້ນ​ການ​ກ່າວ​ຫານີ້​ວ່າ “​ເປັນ​ໜ້າ​ຢາກຫົວ ບໍ່​ມີ​ຄວາມ​ຈິງ.”

ປະທານາທິບໍດີ​ໄດ້​ກ່າວ​ຕໍ່ ວິທະຍຸ NPR ວ່າ​ຍັງ​ມີ “ການ​ສັ່ງ​ຊາ​ຫລາຍໆ​ຢ່າງ” ທີ່​ກຳລັງ​ດຳ​ເນີນ​ໂດ​ຍບັນດາອົງການ​ສືບ​ລັບ ​ແລະ​ທ່ານ​ຍັງ​ລໍຖ້າ​ລາຍ​ງານ​ຫລ້າ​ສຸດທີ່​ວ່າ ແມ່ນ​ໃຜ​ໄດ້ພົວພັນ ​ແລະ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ເຮັດ.”

ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວລະຫວ່າງາຍງານປະຈຳວັນ.
ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວລະຫວ່າງາຍງານປະຈຳວັນ.

“​ແຕ່ວ່າ​ນັ້ນ​ບໍ່​ໄດ້ຫັນ​ເຫ​ອອກ​ຈາກ​ຈຸດ​ພື້ນຖານ​ ​ລະຫວ່າງ​ການ​ເລືອກ​ຕັ້ງທີ່ເຫັນວ່າ​ຖືກຕ້ອງ ຄວາມຈິງ​ແລ້ວອັນ​ທີ່ຣັດ​ເຊຍ ບຸກ​ເຂົາ​ລັກ​ຂໍ້​ມູນ ​ນັ້ນ​ແມ່ນໄດ້​ສ້າງ​ບັນ​ຫາ​ເພີ້​ມຂຶ້ນ​ແກ່​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ຫລາຍ​ກວ່າ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump.”

ທ່ານນາງ Kellyanne Conway ຜູ້ບໍລິຫານໂຄສະນາຫາສຽງ ແລະທີ່ປຶກສາສູງສຸດ ຂອງທ່ານ Donald Trump.
ທ່ານນາງ Kellyanne Conway ຜູ້ບໍລິຫານໂຄສະນາຫາສຽງ ແລະທີ່ປຶກສາສູງສຸດ ຂອງທ່ານ Donald Trump.

ທ່ານ Trump ​ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້ຖາມໃນຂໍ້​ຄວາມ​ Twitter ວ່າ“​ຖ້າ​ຫາກຣັ​ດ​ເຊຍ ຫລື
ຜູ້​ໃດ​ຜູ້​ນຶ່ງ​ໄດ້​ທັບ​ມ້າງ ຫຼື​ລັກຂະ​ໂມ​ຍ​ເຈາະ​ຂໍ້​ມູນ​ແລ້ວ ​ເປັນ​ຫຍັງ ທາງທຳນຽບຂາວ ຈຶ່ງ​ລໍຖ້າ​ດົນ​ນານແທ້ ທີ່​ກ່າວ​ເຖິງ​ເລື້ອງ​ນີ້? ​ເປັນ​ຫຍັງ​ເຂົາ​ເຈົ້າຕິຕຽນ​ຫລັງ​ຈາກ​ທ່ານ​ນາງ Hillary ​ໄດ້​ເສຍ​ໄຊ.”​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Obama Russia Hacking
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG