ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກ່າວຕໍ່ພວກຮຽນຈົບ ທີ່ສະຖາບັນ ທັບອາກາດ ໃຫ້ປະຕິເສດ ຕໍ່ການຢູ່ໂດດດ່ຽວ


ປ. ໂອບາມາ ກ່າວຄຳປາໄສ ໃນພິທີຮັບປະລິນຍາ ຂອງສະຖາບັນກອງທັບອາກາດ ຮຸ້ນປີ 2016 ທີ່ເມືອງ Colorado Springs ລັດ Colorado. (ວັນທີ 2 ມິຖຸນາ 2016)
ປ. ໂອບາມາ ກ່າວຄຳປາໄສ ໃນພິທີຮັບປະລິນຍາ ຂອງສະຖາບັນກອງທັບອາກາດ ຮຸ້ນປີ 2016 ທີ່ເມືອງ Colorado Springs ລັດ Colorado. (ວັນທີ 2 ມິຖຸນາ 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາໃຊ້​ຄຳ​ປາ​ໄສ​ໃນ​ພິທີ​ມອບ​ໃບປະລິນຍາ ເທື່ອ​ສຸດ​ທ້າຍ​ ໃນ​ນາມ​ປະ​ນາ​ທິບໍດີ​ຂອງ​ທ່ານ ຕໍ່​ພວກ​ນັກຮຽນ​ ນາຍ​ທະຫານກອງທັບ​ອາ ກາດ ​ໂດຍ​ກ່າວ​ເຖິງ​ບົດຮຽນໃນຊີວິດທີ່​ທ່ານ​ໄດ້​ຮຽນ​ຮູ້​ ກ່ຽວ​ກັບ​ເລື້ອງຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ໃນ​ຮອບ​ເຈັດ​ປີທີ່ຜ່ານ​ມາ.

ທີ່​ເມືອງ Colorado Springs ລັດ​ Colorado ທ່ານ​ໂອ​ບາ​ມາ ​ໃນ​ວັນ​ພະຫັດວານ​ນີ້​ໄດ້ ຮຽກຮ້ອງ​ໃຫ້​ພວກ​ນາຍທະຫານ​ອາ​ກາດ​ໃໝ່ 800 ກວ່າ​ຄົນ ​ບໍ່​ໃຫ້​ຖອຍກັບ ​ໃນ​ການ​ພົວ ພັນ ແລະ​ການ​ເປັນ​ຜູ້ນຳ​ຂອງ​ສະຫະລັດ​ຢູ່​ໃນ​ໂລກ.

ພວກ​ເຮົາ​ບໍ່​ສາມາດ​ຢູ່​ຢ່າງ​ໂດດດ່ຽວ​ແຕ່​ພຽງ​ປະ​ເທດ​ດຽວ​ໄດ້. ມັນ​ເປັນ​ໄປ​ບໍ່​ໄດ້​ໃນຍຸກ​ໂລ ກາ​ພິວັດ ທີ່​ໂລກ​ມີ​ການ​ເຊື່ອມ​ຕໍ່​ກັນ ນັ້ນຄື​ຄຳ​ເວົ້າຂອງ​ປະທານາທິບໍດີ​ໂອ​ບາ​ມາ.​ ​ໃນ​ຍຸກ ສະ​ໄໝຂອງ​ຄວາມບໍ່​ແນ່ນອນ​ດັ່ງກ່າວນີ້ ​ບາງ​ຄັ້ງບາງ​ຄາວມັນ​ເປັນ ທີ່​ຊັກ​ຊວນ​ໃຫ້​ພວກ ເຮົາ​ພະຍາຍາມ​ຖອຍ​ກັບ ​ແລະ​ລ້າງ​ມື​ຂອງ​ພວກ​ເຮົາ​ຈາກ​ບັນຫາ​ຂັດ​ແຍ້​ງຕ່າງໆ ທີ່​ເບິ່ງ​ຄື ວ່າຄວບ​ຄຸມ​ໄດ້​ຍາກ ຈົ່ງ​ປ່ອຍ​ໃຫ້​ປະ​ເທດ​ອື່ນ​ຕໍ່ສູ້​ເພື່ອ ​ເຂົາ​ເຈົ້າ​ເອງ.

​ໃນ​ຂະນະ​ທີ່​ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ການ​ເລືອກ​ຕັ້ງຂັ້ນຕົ້ນ ​ທີ່​ເປັນ​ບັນຫາ​ຖົກ​ຖຽງກັນເລີຍນັ້ນ ແຕ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ໂອ​ບາ​ມາ ​ແມ່ນ​ເປັນ​ການ​ກ່າວ​ໂຈມ​ຕີຕໍ່​ຜູ້ທີ່​ຄາດ​ວ່າ​ຈະ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບບລີ​ກັນ ທ່ານ Donald Trump ທີ່​ໄດ້​ຮຽກຮ້ອງ​ໃຫ້ ຮວມຢູ່​ໃນ​ຫລາຍໆ​ຢ່າງ​ນັ້ນ ​ກໍ​ແມ່ນສ້າງ​ກຳ​ແພງ ຢູ່​ເຂດ​ຊາຍ ແດນ​ທີ່​ຕິດ​ກັບ​ເມັກ​ຊິ​ໂກ​ແລະ​ຊັ່ງຊາ​ຕີ​ລາຄາ​ຄືນໃໝ່ກ່ຽວ​ກັບ​ຄວາມ​ໝາຍ​ໝັ້ນຂອງສະຫະ ລັດ​ຕໍ່​ອົງການ​ເນ​ໂຕ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ພວກ​ເຮົາ​ບໍ່​ສາມາດ​ອ່ວຍ​ໜ້າ​ກັບ​ຄືນ​ເຂົ້າປະ​ເທດ. ພວກ​ເຮົາ​ບໍ່​ສາ ມາດ​ຍອມ​ແພ້​ຕໍ່​ລັດ​ແຍກ​ຕົວ​ຈາກ​ຊາດ​ອື່ນ. ນັ້ນ​ເປັນ​ການບັນ​ເທົາ​ໃຈ​ທີ່​ຜິດພາດ.

ທ່ານ​ໂອ​ບາ​ມາ​ເຕືອນ​ພວກ​ນາຍ​ທະຫານທີ່​ຮຽນ​ຈົບ​ວ່າ ກຳລັງ​ທະຫານ​ຂອງ​ສະຫະລັດ​ພຽງ ຢາງ​ດຽວຈະ​ບໍ່​ສາມາດ​ແກ້​ໄຂ​ທຸກ​ບັນຫາ​ໄດ້ແລະ​ກ່າວ​ຢ້ຳ​ເຖິງ​ຄວາມຈຳ​ເປັນ​ໃນເລື້ອງການ ທູດ​ແລະ​ສົນທິສັນຍາ​ຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG