ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອ​ບາ​ມາ ໄປຮ່ວມ ພິທີໄວ້ອາໄລ ໃຫ້ພວກເຄາະຮ້າຍ ທີ່ຄ້າຍ Fort Hood (ວີດີໂອ)


FORT HOOD MEMORIAL VOSOTVO
please wait

No media source currently available

0:00 0:00:55 0:00
ປະທານາທິບໍດີສະ​ຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ສັນຍາ
ທີ່​ຈະ​ເພີ່ມ​ການ​ສະໜັບສະໜຸນ ​ໃຫ້​ແກ່ພວກທະຫານ​ ແລະ​
ບັນດານັກ​ລົບ​ເກົ່າ ​ໃນ​ຂະນະ​ທີ່​ທ່ານ​ ໄດ້​ເຂົ້າ​ຮ່ວມພິທີ ​ໄວ້
ອາ​ໄລ​ໃຫ້​ແກ່​ພວກ​ເຄາະ​ຮ້າຍ​ໃນ​ເຫດການ​ໂສກ​ນາດຕະ
ກຳທີ່​ຄ້າຍ​ທະຫານບົກ Fort Hood ​ໃນ​ລັດ Texas ຊຶ່ງ​ເປັນ
​ຄັ້ງ​ທີ 2 ​ໃນ​ຮອບ​ຫ້າ​ປີ.

​ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ໄດ້​ບອກ​ກັບ​ສະມາຊິກ​ຂອງ​ບັນດາ​ຄອບຄົວ​ ​ມິດ​ສະ​ຫາຍ ​ແລະ​ເພື່ອນຮ່ວມງານ ຂອງພວກເຄາະຮ້າຍທີ່ໄດ້ຖືກ​ສັງຫານ ​ແລະ​ໄດ້​ຮັບ​ບາດ​ເຈັບ ເມື່ອນຶ່ງ​ອາທິດ​ກ່ອນ​ໜ້າ​ນີ້ວ່າ ລັດຖະບານ​ຕ້ອງໄດ້ເລີ້ມຕົ້ນອີກຄັ້ງນຶ່ງ ໃນຄວາມ
ໝາຍໝັ້ນຂອງຕົນ​ ເພື່ອປົກ​ປ້ອງ​ໃຫ້ພວກທະຫານ​ພວກ​ເຫຼົ່ານີ້ມີຄວາມປອດໄພ
ບໍ່​ແມ່ນ​ພຽງ​ແຕ່​ໃນ​ສະໜາມ​ລົບ​ເທົ່າ​ນັ້ນ ​ແຕ່​ຢູ່ຕາມ​ບ້ານ​ເຮືອນ​ໃນສະຫະລັດ ເອງ​ນຳ.
FORT HOOD SHOOTING CNPK
please wait

No media source currently available

0:00 0:02:29 0:00

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວ​ເຖິງ​ການ​ຍິງ​ສັງຫານໃນອາທິດ​ແລ້ວ​ນີ້​ວ່າ ​ແມ່ນ​ຍິ່ງ​ຊ້ຳ​ເຕີມ ​ເພີ່ມ​ນ້ຳຕາ ເພີ່ມ​ຄວາມເຈັບ​ປວດ​ ໃຫ້ແກ່​ຮອຍ​ແຜ​ເປັນ​ ທີ່ຍັງບໍ່ທັນຫາຍດີເທື່ອຈາກ​ການ​ໂຈມ​ຕີ​ໃນຄັ້ງ​ກ່ອນ ​ເມື່ອ​ປີ 2009​ ໂດຍ​ພັນ​ຕີ Nidal Hasan ​ທີ່ຄ້າຍ Fort Hood ​ແຫ່ງ​ນີ້ ຊຶ່ງໄດ້​ສັງຫານ 13 ຄົນ ​ແລະ ​ພັນ​ຕີ Nidal Hasan ກໍ​ໄດ້​ຮັບການຕັດສິນໂທດ ໃຫ້ປະຫານ​ຊີວິດ ​ໃນ​ປີ​ກາຍ​ນີ້.
FORT HOOD SHOOTING MILLEY SOTs
please wait

No media source currently available

0:00 0:00:36 0:00

​ໃນ​ອາທິດ​ແລ້ວ​ນີ້ ພົນທະຫານ Ivan Antonio Lopez ​ໄດ້​ຖົກຖຽງກ່ຽວ​ກັບ​ການ​ລາ​ພັກ​ສ່ວນ​ຕົວ ກ່ອນ​ທີ່​ຈະ​ໄດ້​ຍິງ​ພວກເພື່ອ​ນຮ່ວມ​ງານດ້ວຍ​ກັນ ພ້ອມ​ທັງ​ຄົນ​ອື່ນໆ​ນຳ​ນັ້ນ ທີ່​ຍັງ​ຜົນ​ໃຫ້​ມີ 3 ຄົນ​ເສຍ​ຊີວິດ​ແລະ16 ຄົນ​ໄດ້​ຮັບ​ບາດ​ເຈັບ ກ່ອນ​ທີ່​ຜູ້ກ່ຽວຈະ​ຍິງຕົວ​ເອງຕາຍ.

ຄະນະ​ສືບສວນສອບ​ສວນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ສາ​ເຫດ​ຢ່າງ​ຊັດ​ເຈນ​ເທື່ອວ່າ
​ເປັນ​ຫຍັງ​ ພົນທະຫານ Lopez ຈຶ່ງ​ກະທຳ​ການ​ເຊັ່ນ​ນັ້ນ.
Obama Wants Improved Safety For US Troops
please wait

No media source currently available

0:00 0:02:49 0:00
XS
SM
MD
LG