ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຢາກໃຫ້ ລັດຖະສະພາ ສະຫະລັດ ຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຊາວ
ອາເມຣິກັນສ່ວນໃຫຍ່ ແມ່ນເຫັນພ້ອມ ກັບການຂຶ້ນຄ່າຈ້າງ ຂັ້ນ
ຕ່ຳສຸດເປັນ 10 ໂດລາກັບ 10 ເຊັນຕໍ່ຊົ່ວໂມງ.

ໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາກ່າວວ່າ ເຄິ່ງນຶ່ງ ຂອງພັກຣີພັບບລີກັນ ກໍໃຫ້
ການສະໜັບສະໜຸນຕໍ່ການຂຶ້ນ ຄ່າຈ້າງຂັ້ນຕ່ຳສຸດດັ່ງກ່າວ ແຕ່
ບໍ່ເປັນຈັ່ງໂຊກຍ້ອນວ່າພວກເຂົາເຈົ້າບໍ່ແມ່ນສະມາຊິກຂອງພັກ
ຣີພັບບລີກັນທີ່ຮັບໜ້າທີ່ຢູ່ໃນລັດຖະສະພາ.

ຜູ້ນຳຂອງສະຫະລັດເວົ້າວ່າ ສະມາຊິກສະພາຂອງພັກຣີພັບບລີ
ກັນບໍ່ຕ້ອງການ ທີ່ຈະລົງຄະແນນສຽງ ກ່ຽວກັບເລື່ອງຄ່າຈ້າງຂັ້ນຕ່ຳສຸດເລີຍ.

ປະທານາທິບໍດີໂອບາມາ ໄດ້ກ່າວຊົມເຊີຍໃນການດຳເນີນຄວາມພະຍາຍາມຂອງເຈົ້າຂອງ ທຸລະກິດຈຳນວນນຶ່ງ ທີ່ໄດ້ຂຶ້ນຄ່າຈ້າງເງິນເດືອນຂອງພວກເຂົາເຈົ້າເປັນຢ່າງໜ້ອຍ 10 ໂດ
ລາ 10 ເຊັນຕໍ່ຊົ່ວໂມງ ໂດຍເວົ້າວ່າ ຊາວອາເມຣິກັນທີ່ພວມດີ້ນຮົນຕໍ່ສູ້ ກ່ຽວກັບຄ່າຈ້າງເງິນ ເດືອນທີ່ບໍ່ມີການຂຶ້ນມາໄດ້ດົນແລ້ວ. ທ່ານເວົ້າວ່າ ບໍ່ຄວນມີຜູ້ໃດທີ່ເຮັດວຽກເຕັມເວລາ ຈະ ຕ້ອງດຳລົງຊີວິດ ຢູ່ໃນຄວາມທຸກຍາກ.

ປະທານາທິບໍດີໂອບາມາ ໄດ້ລົງນາມໄປແລ້ວ ໃນດຳລັດຂອງລັດຖະບານ ເພື່ອຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດໃຫ້ແກ່ພວກທີ່ເຮັດວຽກ ໃຫ້ບໍລິສັດທີ່ມີສັນຍາຈ້າງ ກັບລັດຖະບານສະຫະລັດ.

ເບິ່ງວີດີໂອ ຄຳປາໄສ ປະຈຳສັບປະດາ ຂອງ ປ.ໂອບາມາ

XS
SM
MD
LG