ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ໄປຢ້ຽມຄຸກ ຂອງລັດຖະບານກາງ ທີ່ລັດ Oklahoma


Obama Visits Federal Prison In Push For Sentencing Reform
please wait

No media source currently available

0:00 0:01:50 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກາຍເປັນ
ປະທານາທິບໍດີ ທີ່ຍັງຢູ່ໃນຕຳແໜ່ງຄົນທຳອິດທີ່ໄດ້ໄປຢ້ຽມຄຸກ
ຂອງລັດຖະບານກາງ ໃນຖານະທີ່ເປັນພາກສ່ວນນຶ່ງເພື່ອຊຸກຍູ້
ຢາກໃຫ້ມີລະບົບຍຸຕິທຳ ທີ່ເປັນທຳຫຼາຍຂຶ້ນ ແລະການປະຕິຮູບ
ຄຸກຂອງທ່ານ.

ໃນວັນພະຫັດວານນີ້ ທ່ານໂອບາມາ ໄດ້ເດີນທາງໄປຍັງຄຸກ El
Reno ທີ່ລັດ Oklahoma ບ່ອນທີ່ທ່ານໄດ້ພົບປະກັບທັງພວກ
ເຈົ້າໜ້າທີ່ ຄວບຄຸມຄຸກ ແລະ ພວກນັກໂທດຢາເສບຕິດ ທີ່ບໍ່ມີ
ຄວາມຜິດຮ້າຍແຮງ.

ປະທານາທິບໍດີກ່າວວ່າ ຕ້ອງໄດ້ມີການໃຈ້ແຍກລະຫວ່າງບຸກຄົນທີ່ເປັນອັນຕະລາຍ ທີ່ຈຳ ເປັນຕ້ອງໄດ້ຖືກຄຸມຂັງແລະພວກຊາວໜຸ່ມທີ່ເຮັດຄວາມຜິດ.

ທ່ານໄດ້ສະແດງໃຫ້ເຫັນເຖິງຄວາມຜູກພັນ ແນວໃດແນວນຶ່ງ ກັບພວກນັກໂທດຫົກຄົນທີ່ ທ່ານໄດ້ພົບພໍ້ໃນລະຫວ່າງການໄປຢ້ຽມຢາມຄຸກດັ່ງກ່າວ.

ທ່ານໂອບາມາ ກ່າວວ່າ ເວລາພວກເຂົາເຈົ້າ ໄດ້ກ່າວເຖິງສະໄໝ ທີ່ພວກເຂົາເຈົ້າຍັງໜຸ່ມ ແລະຍັງເປັນເດັກນ້ອຍຢູ່ນັ້ນ ພວກໜຸ່ມນ້ອຍເຫລົ່ານີ້ ໄດ້ກະທຳຄວາມຜິດ ທີ່ບໍ່ແຕກຕ່າງ ຫຍັງກັບຄວາມຜິດທີ່ຂ້າພະເຈົ້າເຄີຍໄດ້ເຮັດມາ. ຄວາມແຕກ ຕ່າງກໍມີຢູ່ວ່າເຂົາເຈົ້າບໍ່ໄດ້ ຮັບການສະໜັບສະໜຸນ ແລະໂອກາດຄັ້ງທີສອງ ຊັບພະຍາກອນທີ່ອາດຈະເອື້ອອຳນວຍ ໃຫ້ພວກເຂົາລອດພົ້ນຈາກຄວາມຜິດເຫຼົ່ານັ້ນ.

ໃນຄຳປາໄສຕົ້ນອາທິດນີ້ ທ່ານໂອບາມາໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນຫຼືບໍ່ກໍລົບລ້າງໄປເລີຍ ຄຳສັ່ງໃນການລົງໂທດຂັ້ນຕ່ຳສຸດສຳລັບຄວາມຜິດທີ່ບໍ່ຮ້າຍແຮງໂດຍພິຈາລະນາຄືນໃໝ່ ກ່ຽວກັບຄຸມຂັງພວກນັກໂທດ ແລະເພີ້ມໂຄງການຝຶກອົບຮົມວຽກງານສຳລັບຜູ້ຄົນໃນຂະ ນະທີ່ພວກເຂົາຖືກຄຸມຂັງຢູ່ນັ້ນ.

ນອກນັ້ນທ່ານຍັງໄດ້ປະກາດກ່ຽວກັບການທົບທວນເບິ່ງການນຳໃຊ້ການຄຸມຂັງແລະຮຽກ ຮ້ອງໃຫ້ລັດຖະສະພາຮັບຮອງເອົາຮ່າງກົດໝາຍປະຕິຮູບການລົງໂທດພາຍໃນທ້າຍປີນີ້.

XS
SM
MD
LG