ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ຢ້ຽມຢາມ ບໍລິສັດ Nike ເພື່ອຊຸກຍູ້ ໃຫ້ສະໜັບສະໜຸນ ສັນຍາ​ການ​ຄ້າ TPP


Obama Promotes Controversial Trade Deals
please wait

No media source currently available

0:00 0:02:38 0:00

ເບິງວີດີໂອ ລາຍງານກ່ຽວກັບເລື່ອງນີ້

ປະທານາທິບໍດີ ສະຫະ​ລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ປຸກລະດົມ
​ເອົາ​ການ​ສະ​ໜັບ​ສະ​ໜຸນ ຕໍ່ຂໍ້​ສະ​ເໜີ​ຕ່າງໆ ກ່ຽ​ວກັບ​ການ​ຄ້າ​ສາກົນ
​ຂອງ​ທ່ານ ເມື່ອ​ວັນ​ສຸກ​ວານ​ນີ້ ​ໂດຍ​ກ່າວ​ວ່າ ສະຫະລັດ​ຕ້ອງ​ເຮັດ
​ໃຫ້​ແນ່​ໃຈວ່າ ຕົນ​ເປັນ​ຜູ້ “ຂຽນ​ກົດ​ລະບຽບ​ຕ່າງໆ ຂອງ​ເສດ-
ຖະກິດ​ໂລກ”
ຫຼືວ່າ​ ຈະ​ເບິ່ງຈີນ ​ຂຽນແທນ.

ທ່ານ​ໂອ​ບາ​ມາ ກ່າວຖະ​ແຫລ​ງຕໍ່​ບັນ​ດາ​ຄົນງານ ຢູ່​ທີ່​ສຳນັກງານ
​ໃຫຍ່ ຂອງ​ບໍລິສັດ​ຜະລິດເກີບ​ກິ​ລາ​ຍັກ​ໃຫຍ່ ຍີ່​ຫໍ້ Nike ຢູ່​ລັດ
Oregon ທາງ​ພາກ​ຕາ​ເວັນ​ຕົກ ຂອງ​ສະຫະລັດ​ວ່າ “​ແລະ​ພວກ​
ເຮົາ​ຄວນ​ຈະ​ຂຽນ​ມັນ​ ໃນ​ມື້​ນີ້ ​ໃນຍາມ​ທີ່ເສ​ດຖະກິດ​ ຂອງ​
ພວກ​ເຮົາ ​ຢູ່​ໃນທ່າແຂງແຮງໃນ​ທົ່ວໂລກ.”

ບໍລິສັດ Nike ຄາດການ​ວ່າ ຖ້າ​ຫາກ​ວ່າ ສັນຍາ ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ Trans-
Pacific Partnership ຫຼື TPP ນັ້ນ ໄດ້ຖືກ​ຮັບ​ຮອງ​ເອົາ​ແລ້ວ ຕົນກໍ​ຈະ​ສາມາດ​ສ້າງວຽກ
​ເຮັດ​ງານ​ທຳຂຶ້ນ​ໄດ້ ​ໃນຈຳນວນ 10,000 ​ວຽກ ຢູ່ໃນ​ສະຫະລັດ.

ທ່ານ​ໂອ​ບາ​ມາ ຍ້ອງຍໍ ສັນຍາ​ການ​ຄ້າ TPP ວ່າ​ “ເປັນມາດຕະ​ຖານ​ທີ່​ສູງທີ່​ສຸດ ​ແລະ ​
ເປັນຂໍ້​ຕົກລົງ​ການ​ຄ້າ ທີ່​ກ້າວ​ໜ້າ​ຫຼາຍທີ່​ສຸດ ໃນປະຫວັດສາດ”
​ ເພາະ​ມີ​ຂໍ້​ກຳນົດ​ຕ່າງໆ ທີ່​ໜັກ​ແໜ້ນ ​ແລະ ສາມາດ​ບັງຄັບ​ໃຊ້​ໄດ້ ​ເພື່ອປ້ອງ​ກັນ​ບັນຫາ​ຕ່າງໆ ​ເຊັ່ນ​ວ່າ ການ​ໃຊ້​ແຮງ​ງານ​ເດັກ ການ​ຄ້າ​ສັດປ່າ ​ແລະ ການ​ຕັດ​ໄມ້​ທຳລາຍ​ປ່າ.

ທ່ານ​ປະທານາທິບໍດີ ກ່າວ​ວ່າ ຖ້າບໍ່​ມີຂໍ້ຕົກລົງ​ດັ່ງກ່າວ​ນັ້ນ ອັນຈະ​ອຳນວຍ ໃຫ້ບັນດາ​
ບໍລິສັດ​ ​ແລະ ຄົນງານສະຫະລັດ ​ໄດ້​ເຂົ້າຮ່ວມໃນ​ “ເວທີ​ທຸລະ​ກິດ​ທີ່​ເທົ່າ​ທຽມ​ກັນ” ກໍ​ຄື
ຢູ່​ພາຍ​ໃຕ້​ກົດ​ລະບຽບ ​ແລະ ​ເງື່ອນ​ໄຂ​ຕ່າງໆ ອັນ​ດຽວກັນກັບ​ປະ​ເທດ​ອື່ນໆ​ແລ້ວ ​ຈີນ​ກໍອາດ
​ຈະ​ເປັນ​ຜູ້ຕັ້ງ ກົດ​ລະບຽບຂຶ້ນ ​ໃນ​ທາງ​ທີ່​ເຮັດ​ໃຫ້​ບັນດາຄົນ​ງານ​ ​ແລະ ບໍລິ​ສັດ​ຈີນ ມີ​ການ​ໄດ້
ປຽບກວ່າ ບໍລິສັດ ​ແລະ ຜະລິດ​ຕະພັນຕ່າງໆ ຂອງອາ​ເມ​ຣິກາ.

U.S. President Barack Obama campaigned for his international trade proposals Friday, saying the U.S. must make sure it "writes the rules of the global economy" or watch China do so instead.

"And we should do it today, when our economy is in a position of global strength," President Obama told workers at the headquarters of athletic shoe giant Nike in ((the western state of)) Oregon.

If the Trans-Pacific Partnership is approved, the Nike company predicted it will create 10,000 jobs in the U.S.

Mr. Obama hails the TPP as "the highest-standard, most progressive trade deal in history," with strong and enforceable provisions to prevent problems such as child labor, wildlife trafficking and deforestation.

Without such deals to put U.S. businesses and workers on a "level playing field" - subject to the same rules and conditions as other countries - the president said China would set the rules in a way that gives Chinese workers and businesses a competitive advantage over American firms and products.

XS
SM
MD
LG