ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຢ້ຽມຢາມ ອາເຈັນຕິນາ ນຶ່ງມື້ ກ່ອນວັນຄົບຮອບ ລັດຖະປະຫານ


ເຮືອບິນປະຈຳຕຳແໜ່ງ ຂອງປະທານາທິບໍດີ ໂອບາມາ​ ພວມກະກຽມທີ່ຈະອອກເດີນທາງຈາກຄິວບາ.
ເຮືອບິນປະຈຳຕຳແໜ່ງ ຂອງປະທານາທິບໍດີ ໂອບາມາ​ ພວມກະກຽມທີ່ຈະອອກເດີນທາງຈາກຄິວບາ.

ປະທານາທິບໍດີ​ ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ ໄດ້​ເດີນທາງ​
ໄປ​ເຖິງ​ປະ​ເທດ​ອາ​ເຈັນ​ຕິ​ນາ​ແລ້ວເພື່ອ​ຢ້ຽມຢາມ​ເປັນ​ເວລາ​ສອງ
​ມື້​ຊຶ່ງ​ເປັນ​ສັນຍາ​ທີ່​ສະ​ແດງ​ໃຫ້ເຫັນ​ເຖິງ​ຄວາມ​ສຳພັນ​ທີ່​ກຳລັງ​ອົບ
​ອຸ່ນ​ຂຶ້ນກັບປະ​ເທດ​ທີ່​ພວມ​ປະສົບ​ກັບ​ບັນຫາ​ເສດຖະກິດແຕ່​ກໍ​ບັງ​
ເອີນ​ມີ​ຂຶ້ນພ້ອມໆ​ກັນ​ກັບ​ວັນ​ຄົບຮອບ 40 ປີ ​ໃນ​ການເຮັດລັດຖະ
ປະຫານທີ່​ສະໜັບສະ​ໜຸນ​ໂດຍ​ສະຫະລັດ.

​ເຮືອບິນ​ ຂອງ​ປະທານາທິບໍດີ​ ໂອ​ບາ​ມາ ​ໄດ້​ລົງ​ຈອດ ​ທີ່​ນະຄອນ
Buenos Aires ຫຼັງຈາກ​ທ່ຽງ​ຄືນ​ໜ້ອຍ​ນຶ່ງ ​ໃນ​ຕອນ​ເຊົ້າວັນ​ພຸດ​
ມື້ນີ້ຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງ​ເປັນບ່ອນ​ຢຸດ​ແວ່​ແຫ່ງ​ຕໍ່​ໄປ​ຫລັງ​ຈາກ​
ການ​ຢ້ຽມຢາມ​ຄິວ​ບາຄັ້ງປະຫວັດສາດ.​ ສະຕີ​ໝາຍ​ເລກ​ນຶ່ງທ່ານ​
ນາງມີ​ແຊ​ລ ​ໂອ​ບາ​ມາ ​ກໍ​ຮ່ວມ​ເດີນທາງໄປ​ກັບ​ປະທານາທິບໍດີ ພ້ອມ​ດ້ວຍ​ລູກ​ສາວ​ສອງ​ຄົນ
ແລະ​ແມ່​ເຖົ້າຂອງ​ທ່ານ.

ປະທານາທິບໍດີ​ໂອ​ບາ​ມາ ມີ​ກຳນົດ​ທີ່​ຈະ​ພົບ​ປະ ໃນ​ວັນ​ພຸດ​ມື້ນີ້ ກັບ​ປະທານາທິບໍດີຄົນ​ໃໝ່​
ຂອງ​ອາ​ເຈັນ​ຕິ​ນາ ທ່ານ Mauricio Macri ທີ່​ໄດ້​ໃຫ້​ສັນຍານ​ວ່າ​ທ່ານຕ້ອງການ​ຄວາມ​ສຳ
ພັນ​ທາງ​ດ້ານ​ເສດຖະກິດ ​ທີ່​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ​ ກັບວໍ​ຊິງ​ຕັນ ​ແລະ​ປະ​ເທດ​ເສດຖະກິດ​
ເສລີ​ອື່ນໆ. ​ເປັນ​ທີ່​ຄາດ​ກັນ​ວ່າ ​ໃນ​ຕອນ​ແລງ ຂອງ​ວັນ​ພຸດ​ມື້ນີ້ ພວກ​ຜູ້ນຳ​ທັງ​ສອງ ​ຈະ​ຂຶ້ນ
ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານ​ລ້ຽງ​ຮັບຮອງຢ່າງ​ເປັນ​ທາງ​ການ.

​ແຕ່​ການ​ຢ້ຽມຢາມ​ຂອງ​ທ່ານ​ໂອບ​າມາ ​ແມ່ນ​ຍັງ​ເອີນ​ມີ​ຂຶ້ນພ້ອມໆ​ກັນ ​ກັບ​ວັນ​ຄົບຮອບ 40
ປີ ​ໃນ​ການ​ເລີ້ມຕົ້ນການ​ປົກຄອງ​ແບບ​ຜະ​ເດັດ​ການ​ທີ່​ໂຫດຮ້າຍ​ຂອງ ພວກ​ທະຫານ​ຢູ່​ໃນ​
ປະ​ເທດ​ອາ​ເຈັນຕິ​ນາ​ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ​ຫາຍ​ສາບ​ສູນ ​ປະມານ 30,000 ຄົນ.
​ໃນ​ວັນ​ພະຫັດ​ມື້ອື່ນ​ນີ້ ທ່ານ​ໂອ​ບາ​ມາ​ມີ​ແຜນການທີ່​ຈະ​ໄປ​ຢ້ຽມ​ສວນສາທາລະນະ​ແຫ່ງ​ນຶ່ງ
ທີ່​ສ້າງ​ຂຶ້ນ​ເພື່ອ​ໄວ້ອາ​ໄລ​ໃຫ້​ແກ່​ພວກ ​ເຄາະ​ຮ້າຍ.

​ເອກ​ກະສາ​ນທີ່​ຫາ​ກໍ​ມີ​ການເປີດ​ເຜີຍ​ຂອງ​ສະຫະລັດ​ສະ​ແດງ​ໃຫ້​ເຫັນ​ວ່າສະຫະລັດ​ສະໜັບ
ສະໜຸນ​ອຳນາດ​ການ​ປົກຄອງ​ທະຫານ​ທັງ​ໆ​ທີ່​ໄດ້​ມີ​ການ​ລ່ວງ​ລະ​ເມີດສິດທິ​ມະນຸດ. ສະຫະ
ລັດ ​ໄດ້​ປະກາດ ​ໃນ​ອາທິດ​ແລ້ວນີ້ວ່າ ອີງ​ຕາມ​ການ​ຂໍ​ຮ້ອງ ຂອງ​ລັດຖະບານ​ ອາ​ເຈັນ​ຕິ​ນາ​
ແລ້ວ ຕົນ​ຈະ​ເປີດ​ເຜີຍ​ເອກ​ກະສາ​ນຕ່າງໆ​ຫຼາຍຂຶ້ນ ກ່ຽວ​ກັບ​ພວກ​ທະຫານ ​ແລະ​ໜ່ວຍ​ສືບ​
ລັບທີ່​ພົວພັນ​ກັບ​ຍຸກ​ສະ​ໄໝ​ດັ່ງກ່າວ​ ທີ່​ຮູ້​ກັນ​ໃນອາ​ເຈັນ​ຕິ​ນາວ່າ ສົງຄາມ​ສົກກະປົກ ​ແຕ່​ປີ 1976​ ຫາ 1983.

Obama Argentina
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG