ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ໃຫ້ເຫດຜົນ ກ່ຽວກັບ ການສ້າງຄວາມກ້ຳເກິ່ງ ໄປສູ່ເຂດ ເອເຊຍ ປາຊີຟິກ


Obama Laos
please wait
Embed

No media source currently available

0:00 0:01:02 0:00

ປະທານາທິບໍດີ​ສະຫະລັດ ທ່ານ ​ບາຣັກ ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສະຫະ ລັດ ​ແມ່ນ​ໄດ້​ພົວພັນ​ເພີ້​ມຂຶ້ນ​ໃນ​ຂົງ​ເຂດ​ເອ​ເຊຍປາຊິ​ຟິກ ຫຼາຍ​ກວ່າ​ເທົ່າ​ທີ່​ເຄີຍໄດ້​ກະທຳ​ໃນ​ຮອບຫຼາຍ​ທົດ​ສະ​ວັດ ​ແລະ​ວ່າ​ຂົງ​ເຂດ​ດັ່ງກ່າວ ຈະ​ຍິ່ງສຳຄັນ​ຢ່າງ​ຍິ່ງ​ໃນ​ອານາ​ຄົດ.

“ຜົນ​ປະ​ໂຫຍ​ດຂອງສະຫະລັດ ໃນຂົງ​ເຂດ​ເອ​ເຊຍ ປາຊິ​ຟິກນີ້ ບໍ່​ແມ່ນ​ສິ່ງ​ແປກ​ໃໝ່,”
ທ່ານ​ໂອ​ບາ​ມາ ​ໄດ້​ກ່າວໃນ​ການ​ຢ້ຽມຢາມ​ ສປປ ລາວ ຊຶ່ງ​ທ່ານ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ “​ມັນ​ບໍ່​ແມ່ນ​ເລື້ອງ​ທີ່​ຜ່ານ​ໄປ ​ແຕ່​ເປັນ​ການ​ສະທ້ອນ​ເຖິງ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ປະ​ເທດ.”

ຄຳ​ຖະ​ແຫຼ​ງ​ແມ່ນ​ສະທ້ອນ​ໃຫ້​ເຫັນ​ເຖິງ ຄວາມ​ພະຍາຍາມ​ຂອງລັດຖະບານ​ຂອງ​ທ່ານ ທີ່ຈະ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​ໃໝ່​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ທີ່​ເພັ່ງ​ເລັງ​ໃສ່​ຂົງ​ເຂດ.

ທ່ານ ​ໂອ​ບາ​ມາ ​ໄດ້​ວາງ​ຫຼັກການ​ພື້ນຖານຈຳນວນ​ນຶ່ງ ທີ່​ເນັ້ນ​ຢ້ຳ​ຍຸດ​ທະ​ສາດ​ນັ້ນ ທີ່​ຮວມທັງ​ຄວາມ​ຈຳ​ເປັນ​ໃນ​ການ​ເຄົາລົບ​ນັບຖືເລື້ອງ​ສິດທິ​ມະນຸດ ​ແລະ​ການ​ມີ​ອະທິປະ​ໄຕ​ຂອງ​ທຸກໆ​ປະ​ເທດ​ຊາດ. ທ່ານ​ໄດ້​ກ່າວ​ວ່າ ທຸກໆ​ປະ​ເທດ ບໍ່​ວ່າ​ຂະໜາດ​ໃດ ຄວນ​ຈະ​ປະຕິບັດ​ຕາມ​ຕົວ​ບົດ​ກົດໝາຍ ​ແລະ​ລັດຖະບານ ຈຳ​ເປັນ​ທີ່ຈະ​ປະຕິບັດ​ການ​ຮ່ວມ​ກັນ ​ເພື່ອ​ຈະແກ້​ໄຂ​ບັນຫາ​ໃຫຍ່ໆ ຕົວຢ່າງ​ເຊັ່ນ ການ​ຄ້າມະນຸດ ​ແລະ​ສະພາບ​ອາກາດ​ທີ່​ປ່ຽນ​ແປງ.

ປະທານ ສປປ ລາວ ທ່ານ ບຸນຍັງ ວໍຣະຈິດ ແລະປ. ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຜ່ານທາງນາຍພາສາ ໃນການຮັບປະທານອາຫານຄ່ຳ ຢ່າງເປັນທາງການ ທີ່ຫໍຄຳ, ນະຄອນຫຼວງວຽງຈັນມ ສປປ ລາວ, 6 ກັນຍາ, 2016.
ປະທານ ສປປ ລາວ ທ່ານ ບຸນຍັງ ວໍຣະຈິດ ແລະປ. ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຜ່ານທາງນາຍພາສາ ໃນການຮັບປະທານອາຫານຄ່ຳ ຢ່າງເປັນທາງການ ທີ່ຫໍຄຳ, ນະຄອນຫຼວງວຽງຈັນມ ສປປ ລາວ, 6 ກັນຍາ, 2016.

ທ່ານ ​ໂອ​ບາ​ມາ ໄດ້​ປະຕິຍານ​ວ່າ ທ່ານ​ຈະ​ຊຸກຍູ້​ສົນທິສັນຍາ​ພາຄີການ​ຄ້າ​ຂ້າມ​ມະຫາ​ສະມຸດ​ປາຊິ​ຟິກ ຫຼື TTP ຊຶ່ງ​ທ່ານ​ເອີ້ນ​ວ່າ ​ເປັນ “ຂໍ້ເສົ້າຄ້ຳທີ່ສຳຄັນ” ຂອງ​ການສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​ໃໝ່​ໄປ​ຍັງ​ເຂດ​ເອ​ເຊຍ ປາຊິ​ຟິກ ແລະ​ໄດ້​ກ່າວ​ວ່າ ການ​ທີ່​ບໍ່​ສາມາດ​ຄັບ​ເຄື່ອນ​ໄປ​ທາງ​ໜ້າ ຂອງ​ຂໍ້​ຕົກລົງການ​ຄ້າ​ຂ້າມມາ​ຫາ​ສະມຸດ​ປາ​ຊິຟິກນີ້ ທີ່​ຈະມີ​ຜົນທີ່​ຕິດຕາມ​ມາ​ທາງ​ເສດຖະກິດ ​ແລະ​ເຮັດ​ໃຫ້ການ​ນຳພາ​ຂອງ​ສະຫະລັດ ​ເກີດ​ເປັນຄຳ​ຖາມ. ພວກ​ນັກ​ວິ​ໄຈ ຕຳນິຕິ​ຕຽນ​ວ່າ ຂໍ້​ຕົກລົງ​ນີ້ຈະເຮັດ​ໃຫ້​ສະຫະລັດສູນເສຍວຽກ​ການ​ຈຳນວນ​ນຶ່ງ.

ທ່ານ ​ໂອ​ບາ​ມາ ໄດ້ພົບ​ປະ​ກັບທ່ານ​ບຸນ​ຍັງ ວໍຣະຈິດ ປະທານ​ປະ​ເທດ​ລາວ ​ໃນ​ເຊົ້າວັນ​ອັງຄານ​ມື້​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ​ແລະ​ໄ​ດ້ປະກາດ​ໃຫ້​ເງິນ​ຊ່ອຍ​ເຫຼືອ ຈຳນວນ 90 ລ້ານ​ໂດ​ລາ ​ໃນ​ໄລຍະ 3 ປີ ​ເພື່ອ​ສົມທົບ​ເຂົ້າ​ໃນ​ໂຄງການ​ທີ່ ​ສປປ ລາວ ​ໄດ້​ທຳ​ການ​ສຳ​ຫຼວດ ​ແລະ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ຢູ່​ໃນ​ລາວ ທີ່​ຖິ້ມ​ລົງ​ໂດຍ​ສະຫະລັດ ​ໃນ​ຊຸມປີ 1960 ​ແລະ​ຊຸມ​ປີ 1970.

ປ. ໂອບາມາມ ຊ້າຍ, ແລະປ. ເກົາຫຼີໃຕ້ ທ່ານນາງ Park Geun-hye, ຂວາ, ເບິ່ງຜົນສະຫຼຸບ ຂອງການປະຊຸມທຸກຝ່າຍໃນນະຄອນຫຼວງວຽງຈັນ, 6 ກັນຍາ, 2016.
ປ. ໂອບາມາມ ຊ້າຍ, ແລະປ. ເກົາຫຼີໃຕ້ ທ່ານນາງ Park Geun-hye, ຂວາ, ເບິ່ງຜົນສະຫຼຸບ ຂອງການປະຊຸມທຸກຝ່າຍໃນນະຄອນຫຼວງວຽງຈັນ, 6 ກັນຍາ, 2016.

ມີ​ປະມານ 1 ສ່ວນ 3 ຂອງລະ​ເບີດ 2 ລ້ານ 2 ​ແສນລູກ ທີ່​ໄດ້ຖີ້ມ​ໃສ່ ສປປ ລາວ ຍັງ​ບໍ່​ທັນແຕກເທື່ອ ​ແລະກໍສືບ​ຕໍ່​ເປັນ​ໄພ​ຂົ່ມຂູ່ ​ແລະ​ເຮັດ​ໃຫ້​ການ​ພັດທະນາ​ໃນ​ປະ​ເທດມີ​ກາ​ນຊັກ​ຊ້າ.

“ການ​ທີ່​ມີ​ປະ​ຫັວດສາດ​ໃນ​ທີ່​ນີ້ ຂ້າພະ​ເຈົ້າ​ຄິດ​ວ່າ ສະຫະລັດ ​ແມ່ນພັນທະ​ທາງ​ດ້ານ​ສິນ​ທຳ ທີ່​ຈະ​ຊ່ອຍ​ເຫຼືອ​ສປປ ລາວ ຮຳ​ບາດ​ແຜ​ສົງຄາມ​ນີ້,” ຊຶ່ງ​ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ເຊັ່ນໄວ້ ​ແລະ​ທ່ານ​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງ ​ໄດ້​ໄປ​ຢ້ຽມ​ຢາມ ສປປ ​ລາວ.

ທຳນຽບຂາວ ​ໄດ້​ກ່າວ​ວ່າ ທັງ​ສອງ​ປະ​ເທດໄດ້​ເປີດ​ສາກ​ໃນ​ວາລະ​ໃໝ່​ຂອງສາຍ​ພົວພັນ ​ ບົນ​ພື້ນຖານ​ຂອງ​ການ​ນັບຖື​ແລະ​ໃຫ້​ກຽດ ຊຶ່ງ​ກັນ​ແລະ​ກັນ ພ້​ອ​ມທັງ “ຄວາມ​ປາດ​ຖະໜາ ຮ່ວມ​ກັນ​ທີ່​ຈະ​ຮຳບາດ​ແຜ​ໃນ​ອະດີດ.” ພ້ອມ​ທັງ ການ​ເປັນ​ພາຄີໃນການ​ແຫ້​ໄຂ​ບັນຫາເສດ ຖະກິດ ​ເທັກ​ໂນ​ໂລ​ຈີ ການ​ສຶກສາ ດ້ານ​ຄວາມ​ປອດ​ໄພ ​ສະພາບ​ແວດ​ລ້ອມ​ແລະ ​ເລື້ອງ​ສິດທິ​ມະນຸດ. ​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG