ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ຮຽກຮ້ອງເອົາຄວາມ ສາມັກຄີກັນໃນ ຢູໂຣບ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ນັ່ງຢູ່ເບື້ອງຂວາ, ລົມກັບນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron, ທີ່ 2 ຈາກຂວາ, ກ່ອນເລີ່ມກອງປະຊຸມ ສະພາ ແອັດແລນຕິກເໜືອທີ່ສະໜາມກິລາ ແຫ່ງຊາດ PGE ໃນນະຄອນຫຼວງ ວໍຊໍ, ໂປແລນ, 9 ກໍລະກົດ, 2016.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ນັ່ງຢູ່ເບື້ອງຂວາ, ລົມກັບນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron, ທີ່ 2 ຈາກຂວາ, ກ່ອນເລີ່ມກອງປະຊຸມ ສະພາ ແອັດແລນຕິກເໜືອທີ່ສະໜາມກິລາ ແຫ່ງຊາດ PGE ໃນນະຄອນຫຼວງ ວໍຊໍ, ໂປແລນ, 9 ກໍລະກົດ, 2016.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຫ້ຄຳໝັ້ນສັນຍາໄລຍະຍາວ ກ່ຽວກັບ ການສະໜັບ ສະໜູນຂອງ ສະຫະລັດ ສຳລັບ ຢູໂຣບ ແລະ ໄດ້ຮຽກຮ້ອງ ຄວາມສາມັກຄີກັນ ໃນສິ່ງທີ່ ທ່ານກ່າວວ່າ ແມ່ນ “ການເຄື່ອນໄຫວທີ່ ເປັນຈຸດສຳຄັນ” ສຳລັບພັນທະມິດ NATO ແລະ ຢູໂຣບ.

ທ່ານໂອບາມາ ໄດ້ກ່າວໃນພິທີປິດກອງປະຊຸມສຸດຍອດ NATO ທີ່ບັນດາເຈົ້າ ໜ້າທີ່ ສະຫະລັດ ໄດ້ເວົ້າວ່າ ເປັນການເຕົ້າໂຮມກັນຄັ້ງທີ່ມີຄວາມສຳຄັນທີ່ ສຸດຂອງບັນດາ ພັນທະມິດ ນັບຕັ້ງແຕ່ສົງຄາມເຢັນເປັນຕົ້ນມາວ່າ “ນີ້ ແມ່ນເວລາທີ່ມີການທ້າທາຍ, ຂ້າພະເຈົ້າຢາກຂໍຖືໂອກາດນີ້ ກ່າວຢ່າງຈະ ແຈ້ງໃນສິ່ງທີ່ຈະບໍ່ມີວັນປ່ຽນແປງ ແລະ ນັ້ນແມ່ນຄຳໝັ້ນສັນຍາທີ່ເດັດ ດ່ຽວຂອງ ສະຫະລັດ ຕໍ່ຄວາມປອດໄພ ແລະ ການປ້ອງກັນປະເທດຂອງ ຢູໂຣບ, ຕໍ່ສາຍພົວພັນຂ້າມມະຫາສະໝຸດ ແອັດແລນຕິກ ຂອງພວກເຮົາ, ຕໍ່ຄຳໝັ້ນສັນຍາຂອງພວກເຮົາສຳລັບການປ້ອງກັນປະເທດ.”

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ກອງປະຊຸມສຸດຍອດ NATO ໄດ້ສະ ແດງໃຫ້ ເຫັນຈຸດປ່ຽນແປງ ເຊິ່ງອົງການ NATO ແມ່ນກຳລັງປ່ຽນຈຸດເພັ່ງ ເລັງຂອງພວກເຂົາເຈົ້າ ຈາກການຮັບຮອງ ມາເປັນການຍັ ຢັ້ງ. ໃນຕອນ ເລີ່ມຕົ້ນຂອງກອງປະຊຸມສຸດຍອດ ໃນວັນສຸກທີ່ຜ່ານມາ, ທ່ານ ໂອບາມາ ໄດ້ປະກາດວ່າ ສະຫະລັດ ຈະສົ່ງກອງທະຫານ ເກືອບ 1000 ຄົນໄປປະເທດ ໂປແລນ ໃນສ່ວນຂອງສິ່ງທີ່ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ເປັນກອງກຳລັງທີ່ ປານກາງເຊິ່ງມີຈຸດປະ ສົງ ເພື່ອການກີດຂວາງການຮຸກຮານຂອງ ຣັດເຊຍ.

ນອກນັ້ນ ບັນດາປະເທດສະມາຊິກຂອງອົງການ NATO ຍັງໄດ້ເຫັນດີນຳການສົ່ງ ທະຫານເພີ່ມເຕີມ ໄປປະເທດທີ່ຕັ້ງຢູ່ໃນທະເລ ບານຕິກ ເຊັ່ນ Estonia, Latvia ແລະ Lithuania, ເພື່ອສ່ວນໜຶ່ງຂອງສິ່ງທີ່ບັນດາເຈົ້າໜ້າທີ່ NATO ໄດ້ກ່າວວ່າ ເປັນການສົ່ງ ກອງກຳລັງຂອງປະເທດພັນທະມິດທີ່ໃຫຍ່ທີ່ສຸດໄປ ນັບຕັ້ງແຕ່ສົງ ຄາມເຢັນໄດ້ສິ້ນສຸດລົງ.

ການຕັດສິນໃຈທີ່ຈະເສີມກອງກຳລັງຕອບໂຕ້ກະທັນຫັນ ໄດ້ມີຂຶ້ນຫຼັງຈາກການ ກົດດັນ ໂດຍບັນດາຜູ້ນຳຂອງປະເທດ ທະເລບານຕິກ, ເຊິ່ງບັນດານັກວິເຄາະ ກ່າວວ່າ ອ່ອນແອ ເປັນພິເສດ ຕໍ່ການຮຸກຮານຂອງ ຣັດເຊຍ. ນັກວິເຄາະ ການຕ້ານການຮຸກຮານ ກ່າວວ່າ ການສຶກສາເມື່ອບໍ່ດົນມານີ້ ສະແດງໃຫ້ ເຫັນວ່າ ກອງກຳລັງ ຣັດເຊຍ ສາມາດຍຶດເອົາ ນະຄອນຫຼວງໃດກໍໄດ້ຂອງ ປະເທດ ບານຕິກ ພາຍໃນ 60 ຊົ່ວໂມງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Dallas Honors Fallen Officers
please wait

No media source currently available

0:00 0:00:57 0:00

Obama: 'I Firmly Believe America is not as Divided as Some Have Suggested'
please wait

No media source currently available

0:00 0:01:35 0:00

XS
SM
MD
LG