ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ເທີກີ ແລະ ຣັດເຊຍ ເພັ່ງເລັງໃສ່ ສັດຕູດຽວກັນ


ປະທານາທິບໍດີ Barack Obama, ຊ້າຍ, ສຳພັດມືກັບ ປະທານາທິບໍດີ ເທິກີ ທ່ານ Recep Tayyip Erdogan ຫລັງຈາກ ການສົນທະນາສອງຝ່າຍ ທີ່ນະຄອນປາຣີ ວັນອັງຄານ ທີ 1 ທັນວາ 2015.
ປະທານາທິບໍດີ Barack Obama, ຊ້າຍ, ສຳພັດມືກັບ ປະທານາທິບໍດີ ເທິກີ ທ່ານ Recep Tayyip Erdogan ຫລັງຈາກ ການສົນທະນາສອງຝ່າຍ ທີ່ນະຄອນປາຣີ ວັນອັງຄານ ທີ 1 ທັນວາ 2015.

ໜຶ່ງ​ອາທິດ​ຫລັງ​ຈາກ​ເທີ​ກີ​ໄດ້​ຍິງ​ເຮືອບິນ​ລົບຣັດ​ເຊຍ​ຕົກ ທີ່​ໄດ້​ກໍ່​
ໃຫ້​ເກີດ ຄວາມ​ເຄັ່ງ​ຕືງນັ້ນ ປະທານາທິບໍດີ ສະຫະລັດ ທ່ານ
Barack Obama ​ໄດ້​ຮຽກຮ້ອງ​ໃຫ້​ຫລຸດຜ່ອນຄວາມ​ເຄັ່ງ​ຕຶງ​ລົງ
ລະຫວ່າງ​ປະ​ເທດ​ທັງສອງ​ ​ແລະ​ມີ​ຄວາມ​ປຸ້ມລຸມ​ສາມັກຄີ​ກັນ​ກ່ຽວ​
ກັບ​ບັນຫາ​ຂັດ​ແຍ້​ງ​ໃນຊີ​ເຣຍ.

ທ່ານ Obama ກ່າວ​ວ່າ “ພວກ​ເຮົາ​ທັງ​ໝົດມີ​ສັດຕູ​ອັນ​ດຽວ​ກັນ
ແລະ​ນັ້ນ​ແມ່ນກຸ່ມ​ລັດ​ອິສລາມ​ຫຼື ISIL ແລະ ​ຂ້າພະ​ເຈົ້າ​ຢາກ​ໃຫ້
​ເປັນ​ທີ່​ແນນ​ອນວ່າ ພວກ​ເຮົາ​ຍັງ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່​ໄພ​ຂົ່ມຂູ່​ດັ່ງ
ກ່າວ. ​ແລະ​ຂ້າພະ​ເຈົ້າ​ຢາກ​ໃຫ້​ເປັນ​ທີ່​ແນ່ນ​ອນວ່າ ພວກ​ເຮົາ
ຍັງ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່ຄວາມ​ຕ້ອງ ການ ທີ່​ຈະໃຫ້​ມີການ​ແກ້​ໄຂທາງ​ດ້ານ​ການ​ເມືອງບາງ​ຢ່າງ ຢູ່ໃນຊີເຣຍ.

ປ​ະທາ​ນາທິບໍດີ ສະຫະລັດ ກ່າວໃນ​ວັນ​ອັງຄານ ຫລັງ​ຈາ​ກ​ໄດ້​ໂອ້​ລົມ​ກັບຄູ່​ຕຳ​ແໜ່ງຝ່າຍ
​ເທີ​ກີ ທ່ານ Recep Tayyip Erdogan ຢູ່​ນອກ​ກອງ​ປະຊຸມ ກ່ຽວ​ກັບ​ດິນ​ຟ້າ​ອາກາດ
ສະຫະ​ປະຊາ​ຊາດ. ການ​ພົບ​ປະ​ໄດ້ມີ​ຂື້ນ​ໜຶ່ງ​ອາທິດ​ຫລັງ​ຈາກ​ເທິ​ກີ ​ໄດ້​ຍິງ​ເຮືອບິນ​ລົບ
ອາຍ​ພົ່ນ SU-24 ຂອງ ຣັດ​ເຊຍ​ຕົກ ທີ່​ໄດ້​ບິນ​ລ່ວງລໍ້າ​ເຂດ​ນ່ານຟ້າ​ຂອງ​ຕົນ.

ຮູບພາບຈາກເຣດາ ສະແດງໃຫ້ເຫັນບ່ອນເຮືອບິນ ຣັດເຊຍຖືກຍິງຕົກ
ຮູບພາບຈາກເຣດາ ສະແດງໃຫ້ເຫັນບ່ອນເຮືອບິນ ຣັດເຊຍຖືກຍິງຕົກ

ຣັດ​ເຊຍ ​ໄດ້​ເນັ້ນ​ໜັກ​ວ່າ ​ເຮືອບິນ​ບໍ່​ໄດ້​ຂ້າມ​ເຂົ້າ​ໄປ​ໃນ​ເຂດຊາຍ​ແດນ​ເທິ​ກີ ​ແລະ​ໄດ້​ຕອບ
​ໂຕ້​ ໂດຍ​ການ​ລົງ​ໂທດທາງ​ດ້ານ​ເສດຖະກິດ ​ຕໍ່ Ankara.

ທ່ານ Obama ​ໄດ້​ກ່າ​ວຢ້ຳຊໍ້າ​ແລ້ວ​ຊໍ້າ​ອີກ ຢູ່​ທີ່​ນະຄອນ​ປາຣີ ​ເຖິງ​ການ​ໃຫ້ຄວາມ​ສະ​ໜັບ
ສະ​ໜູນ​ແກ່ ພັນທະ​ມິດສະຫະລັດ.

ຜູ້ນຳ ​ສະຫະລັດ ກ່າວ​ວ່າ “ສະຫະລັດ ​ໃຫ້ການ​ສະໜັບສະໜູນຕໍ່ສິດທິໃນ​ການປ້ອງ​ກັນ
ໂຕເອງ ​ເຂດນ່ານຟ້າ​ ​ແລະ​ເຂດ​ນໍ້າ​ແດນ​ດິນຂອງ​ເທີ​ກີ. ​ແລະ​ພວກ​ເຮົາໝັ້ນ​ໝາຍ​ທີ່​ສຸດ​
ຕໍ່ຄວາ​ມໝັ້ນຄົງ​ແລະອະທິປະ​ໄຕ​ຂອງ ​ເທິ​ກີ.”

​ ໃນ​ພາກສ່ວນ​ຂອງ​ທ່ານນັ້ນ ປະທານາທິບໍດີ​ເທິ​ກີ ທ່ານ Erdogan ​ໄດ້​ຮຽກຮ້ອງ​ໃຫ້​ມີ​ນຳ
​ໃຊ້​ພາສາການ​ທູດ ​ເພື່ອ​ແກ້​ໄຂ​ໃນ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ບັນຫາ​ຢູ່ໃນ​ຂົງ​ເຂດ.

US Turkey Russia
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG