ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Israeli ໂຈມຕີ ພວກຫົວຮຸນແຮງ ໃນເຂດ Gaza (ວີດີໂອ/ສະໄລດ໌)


Israel Palestines CNPK
please wait

No media source currently available

0:00 0:03:02 0:00

Israel ​ໄດ້​ທຳການໂຈມຕີທາງອາກາດ ຫລາຍສິບຄັ້ງ ​ຕໍ່ແຫຼມ
Gaza ໃນຄືນແລ້ວ​ນີ້ ໃນຄວາມເປັນໄປໄດ້ທີ່ຈະບຸກໂຈມຕີທາງ
ພາກພື້ນດິນນຳ ເພື່ອຍຸດຕິການໂຈມຕີ ດ້ວຍ ລູກ​ຈະຫຼວດ
ຂອງພວກຫົວຮຸນແຮງ ໃສ່ Israel ນັ້ນ.

ກອງ​ກຳລັງ​ຂອງ Israel ​ໄດ້​ກ່າວ​ວວ່າ ມີປະມານ 50 ​ເປົ້າໝ​າຍ
ຊຶ່ງ​ຮວມທັງບ້ານ​ເຮືອນ ​ແລະບ່ອນຍິງລູກ​ສອນ​ໄຟ ໄດ້ຕົກ​ເປັນ
​ເປົ້າ​ໃນ​ອັນ​ທີ່​ເອີ້ນ​ວ່າ ການ​ປະຕິບັດ​ງານ​ໃນ​ຂອບ​ເຂດເພື່ອການ​
ປົກ​ປ້ອງຫຼື ​“Operation Protective Edge.”

ເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ ​ໄດ້​ລາຍ​ງານ​ວ່າ ມີ​ຢ່າງ​ນ້ອຍ 9 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

​ໂຄສົກ​ຂອງ​ກອງທັບ​ Israel ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີທາງ​ອາກາດ​ແລະ​ທາງ​ນ້ຳ ​ໄດ້​ຕຽມ​ພ້ອມ ເພື່ອການບຸກໂຈມຕີ ທີ່ເປັນໄປໄດ້ ທາງພາກພື້ນດິນເຂົ້າໄປໃນເຂດ Gaza ຖ້າ​ມີ​ຄວາມ ຈຳເປັນ ເພື່ອຍຸດຕິການ​ຍິງຈະຫຼວດໂຈມ​ຕີ​ຂອງພວກຫົວຮຸນແຮງ.

​ມີຄົນເຫັນຝູງລົດ​ຖັງ ແລະລົດຫຸ້ມເກາະ ​ຂອງ Israel ​ພວມໂຮມຊຸມນຸມກັນ ຢູ່ໃກ້ໆເຂດ ຊາຍ​ແດນ Gaza ​ໃນ​ວັນ​ອັງຄານມື້ນີ້ ​ແລະໂຄສົກ​ຂອງ​ກອງທັບ ​ໄດ້​ກ່າວ​ວ່າ ທາງ​ກອງທັບ​ໄດ້​ຮຽກ​ຕົວ​ພວກ​ທະຫານ​ກອງໜຸນໄວ້​ແລ້ວ ​ໃຫ້​ຕຽມ​ພ້ອມເພື່ອ​ຄວາມ​ເປັນ​ໄປ​ໄດ້ ໃນ ການທີ່​ຈະ​ບຸກໂຈມຕີ​ທາງ​ພື້ນ​ດິນນັ້ນ.

​Israel ​ໄດ້​ກ່າວ​ວ່າ ​ມີ​ຈະຫຼວດ​ 8 ລູກ ​ໄດ້​ຕົກໃສ່ພາກ​ໃຕ້​ຂອງ ​Israel ​ໃນ​ເຊົ້າວັນ​ອັງຄານ​ມື້​ນີ້​ ​ແລະພວກ​ຫົວຮຸນ​ໄດ້​ຍິງ​ລູກ​ຈະຫຼວດ ຫຼາຍ​ກວ່າ 80 ລູກ ​ໃສ່​ Israel ​ໃນ​ວັນ​ຈັນ​ວານ​ນີ້.

​ໃນ​ຂະນະ​ດຽວ​ກັນ​ນີ້ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ຮຽກຮ້ອງ​ໃຫ້​ Israel ​ແລະປາ​ແລ​ສ​ໄຕ ​“ໃຫ້ເອົາ​ບາດກ້າວ​ຕ່າງໆ​ນາໆດ້ວຍ​ເຫດ​ແລະ​ຜົນ ​ແລະຢັບ ຢັ້ງຊັ່ງ​ໃຈ” ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຊ່ວງເວລາທີ່ພວມເປັນ​ອັນຕະລາຍ ລະຫວ່າງ​ສອງ​ຝ່າຍ.


XS
SM
MD
LG