ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ສ້າງຕັ້ງ ຍຸດທະສາດ ຕ້ານກະບົດ ລັດອິສລາມ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນການຖະແຫລງຂ່າວ ຮ່ວມກັບຄູ່ຕຳແໜ່ງຈາກ ແອັສທົວເນຍ ທ່ານ Toomas Hendrik Ilves ຢູ່ນະຄອນຫລວງ Tallinn (ວັນທີ 3 ກັນຍາ 2014).
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນການຖະແຫລງຂ່າວ ຮ່ວມກັບຄູ່ຕຳແໜ່ງຈາກ ແອັສທົວເນຍ ທ່ານ Toomas Hendrik Ilves ຢູ່ນະຄອນຫລວງ Tallinn (ວັນທີ 3 ກັນຍາ 2014).

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວວ່າ ການໂຈມຕີທາງອາ
ກາດຂອງສະຫະລັດ ໄດ້ທຳລາຍ ການບຸກຄືບໜ້າຂອງພວກ
ຫົວຮຸນແຮງລັດອິສລາມ ໃນອີຣັກ ແລະເວລານີ້ ຈຳເປັນຕ້ອງ
ໄດ້ມີຍຸດທະສາດເພື່ອທຳການໂຈມຕີແລະທຳລາຍກຸ່ມດັ່ງກ່າວ
ນີ້.

ທ່ານໂອບາມາ ກ່າວຕໍ່ພວກນັກຂ່າວ ໃນວັນພຸດມື້ນີ້ ທີ່ແອັສທົວ
ເນຍວ່າ ສະຫະລັດ ຈະສືບຕໍ່ເປັນຜູ້ນຳພາ ການດຳເນີນຄວາມ
ພະຍາຍາມໃນຂອບເຂດທີ່ກວ້າງຂວາງເພື່ອຕ້ານໃນອັນທີ່ທ່ານ
ເອີ້ນວ່າ ພວກປ່າເຖື່ອນແລະມີວິໄສທັດທີ່ຫວ່າງເປົ່າໃນທີ່ສຸດທີ່
ກຸ່ມລັດອິສລາມນຳສະເໜີນັ້ນ.

ທ່ານໂອບາມາເວົ້າວ່າ "ພວກເຮົາຮູ້ດີວ່າຖ້າປະຊາຄົມນາໆຊາດມາຮ່ວມ ສົມທົບກັບ
ພວກເຮົາ ພວກເຮົາກໍຈະສືບຕໍ່ທຳລາຍອິດທິພົນຂອງກຸ່ມ ISIL, ຄວາມມີປະສິດ
ທິພາບ ການເງິນ ຄວາມສາມາດທາງທະຫານລົງສູ່ຈຸດ ທີ່ກາຍເປັນບັນຫາ. ແລະ ຄຳຖາມກໍມີຢູ່ວ່າ ພວກເຮົາຕ້ອງໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາມີຍຸດທະສາດ ທີ່ ຖືກຕ້ອງ ແຕ່ຂະນະດຽວກັນກໍໃຫ້ເປັນ ທີ່ແນ່ນອນວ່າ ພວກເຮົາໄດ້ຮັບຄວາມເຫັນ
ພ້ອມາຂອງນາໆຊາດເພື່ອ ດຳເນີນການດັ່ງກ່າວນີ້."

ທ່ານໄດ້ກ່າວຢ່າງລະມັດລະວັງວ່າ ການດຳເນີນຄວາມພະຍາຍາມນີ້ຈະ ໃຊ້ເວລາ ແຕ່ກໍໄດ້ ສະແດງຄວາມເຊື່ອໝັ້ນວ່າ ມັນຈະປະສົບຜົນສຳເລັດ.

ສະຖານະການໃນອີຣັກ ຈະເປັນນຶ່ງຂອງບັນດາຫົວຂໍ້ການສົນທະນາຫາ ລື ໃນຂະນະທີ່ ທ່ານໂອບາມາ ແລະພວກຜູ້ນຳເນໂຕ້ ເຂົ້າຮ່ວມກອງປະ ຊຸມສຸດຍອດ ທີ່ Wales.

ໃນວັນອັງຄານວານນີ້ ທ່ານໄດ້ມີ​ຄຳ​ສັ່ງ​ໃຫ້ທະຫານສະຫະລັດອີກ 350 ​ຄົນເດີນທາງໄປຍັງ ​ອີຣັກ​ ເພື່ອ​ປົກ​ປ້ອງບັນດານັກ​ການ​ທູດອາ​ເມຣິກັນ ​ແລະສະຖານ​ທີ່​ຕ່າງໆ​ໃນ​ນະຄອນຫລວງ Baghdad.

ກຳລັງທີ່ສົ່ງໄປເພີ້ມຕື່ມ ຊຶ່ງຮ້ອງຂໍໂດຍກະຊວງການຕ່າງປະເທດສະ ຫະລັດນີ້ ຈະບໍ່ມີ
ບົດບາດໃນການສູ້ລົບ ແຕ່ຈະເປັນພາກສ່ວນນຶ່ງໃນ ການໃຫ້ຄຳໝັ້ນໝາຍຂອງປະທາ
ນາທິບໍດີ ໂອບາມາ ເພື່ອຈະສະໜອງ ການຮັກສາຄວາມປອດໄພທີ່ຈຳເປັນ ສຳລັບ
ເຈົ້າໜ້າທີ່ສະຫະລັດ.

IRAQ VOSOT
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG