ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້​ທ່ານ Abdel Fattah al-Sisi ເຄົາລົບສິດທິ ຂອງຊາວອີຈິບ


ຜູ້ສະມັກເປັນປະທານາທິບໍດີ ແລະອະດີດຜູ້ບັນຊາການທະຫານ ທ່ານ Abdel Fattah el-Sissi ໄປເຖິງສະຖານີປ່ອນບັດອອກສຽງ ໃນນະຄອນຫລວງໄຄໂຣ ພ້ອມກັນກັບໜ່ວຍ ປ້ອງກັນໂຕຂອງທ່ານ ເມື່ອວັນທີ 26 ພຶດສະພາ 2014.
ຜູ້ສະມັກເປັນປະທານາທິບໍດີ ແລະອະດີດຜູ້ບັນຊາການທະຫານ ທ່ານ Abdel Fattah el-Sissi ໄປເຖິງສະຖານີປ່ອນບັດອອກສຽງ ໃນນະຄອນຫລວງໄຄໂຣ ພ້ອມກັນກັບໜ່ວຍ ປ້ອງກັນໂຕຂອງທ່ານ ເມື່ອວັນທີ 26 ພຶດສະພາ 2014.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ
ໃຫ້​ຄູ່​ຕຳ​ແໜ່​ງຝ່າຍ​ອີ​ຈິບ ຄື​ ທ່ານ Abdel Fattah al-Sisi ​ ຈົ່ງ
ສະໜອງຕອບຕໍ່ຄວາມໄຝ່ຝັນທາງດ້ານກາ​ນ​ເມືອງ ​ເສດຖະກິດ
​ແລະ ​ສັງຄົມ ຂອງ​ປະຊາຊົນ​ຊາວ​ອີ​ຈິບ.

​ໃນ​ການ​ໂອ້​ລົມ​ສົນທະນາກັນ​ທາງ​ໂທລະສັບ​ ເມື່ອ​ວັນ​ພະຫັດ​
ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ກັງວົນ​
ຂອງສະຫະລັດ ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ຮວມໝູ່ ຂະໜາດໃຫຍ່
ການ​ກັກຂັງບັນ​ດາ​ນັກຂ່າວ ແລະ ບັນດາ​ນັກ​ເຄື່ອນ​ໄຫວ​ທີ່ສັນຕິ
ທີ່ຍັງ​ມີ​ຢ່າງ​ຕໍ່​ເນື່ອງ ​ແລະ​ສະຖານະ​ພາບ​ຂອງ​ບັນດາ​ອົງການ ​ທີ່​ບໍ່
​ຂຶ້ນກັບ​ລັດຖະບານ.

ບັນດາ​ສະມາຊິກ​ຂອງ​ຝ່າຍ​ຄ້ານ ຫຼາຍຮ້ອຍ​ຄົນ ​ໃນ​ອີ​ຈິບ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ປະຫານ
​ຊີວິດ ​ໃນ​ການ​ດຳ​ເນີນ​ຄະດີ ທີ່​ວ່ອງ​ໄວ ​ແລະ ບັນດາ​ນັກ​ຂ່າວຫຼາຍໆ​ຄົນ ກໍ​ກຳລັງ​ຮັບ​ໃຊ້​ໂທດ ຈຳ​ຄຸກໄລຍະ​ຍາວ​ນານ.

ທ່ານ​ໂອ​ບາ​ມາ ຍັງໄດ້ສະ​ແດງຄວາມ​ເສຍ​ອົກ​ເສຍ​ໃຈ​ຕໍ່​ຊາວ​ອີ​ຈິບ ຜູ້​ທີ່​ໄດ້​ປະສົບກັບ​ການ​
ໂຈມ​ຕີຫຼາຍໆ​ບັ້ນ ຂອງ​ພວກ​ກໍ່​ການ​ຮ້າຍ. ທ່ານໄດ້​ໃຫ້​ການ​ຢືນຢັນ​ວ່າ ຈະ​ສືບ​ຕໍ່ໃນ​ຄວາມ​
ໝາຍ​ໝັ້ນຂອງ​ສະຫະລັດ ທີ່​ເປັນ​ພາຄີ​ກັບ​ອີ​ຈິບ ​ໃນ​ການ​ສູ້​ລົບ​ກັບ​ພວກກໍ່​ການ​ຮ້າຍ ​ແລະ
ເສີມຂະຫຍາຍ​ຄວາມ​ໝັ້ນຄົງ​ ໃນ​ຂົງ​ເຂດນັ້ນ.

XS
SM
MD
LG