ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຜູ້ນໍາສະພາ ຕັ້ງກໍານົດ ເສ້ນຕາຍ ໃສ່ບ່າຍວັນອາທິດນີ້ ເພື່ອໃຫ້ບັນລຸຂໍ້ຕົກລົງກັນ


ປະທານາທິບໍດີໂອບາມາ ຖະແຫຼງຕໍ່ນັກຂ່າວ ກ່ຽວກັບບັນຫາ ງົບປະມານ ຫລັງຈາກພົບປະກັບພວກຜູ້ນໍາສະພາ ເມື່ອວັນທີ 28 ທັນວາ 2012.
ປະທານາທິບໍດີໂອບາມາ ຖະແຫຼງຕໍ່ນັກຂ່າວ ກ່ຽວກັບບັນຫາ ງົບປະມານ ຫລັງຈາກພົບປະກັບພວກຜູ້ນໍາສະພາ ເມື່ອວັນທີ 28 ທັນວາ 2012.
ບັນດາ​ຜູ້​ນໍາ​ສະພາ​ຄອງ​ແກ​ຣສ ​ໄດ້​ກໍານົດ​ວັນ​ເສັ້ນ​ຕາຍ​ຂອງ​ພວກ​ເຂົາ​ເຈົ້າເອງ ຄື​ບໍ່ໃຫ້ ກາຍຕອນ​ບ່າຍ​ວັນ​ອາທິດ​ມື້​ນີ້ ຫລື​ເຊົ້າວັນ​ຈັນຕາມ​ເວລາ​ໃນ​ປະ​ເທດ​ລາວ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃຫ້​ໄດ້ ທີ່​ອາດ​ນໍາ​ໄປ​ສູ່​ການຫຼີກລ່ຽງ​ບໍ່​ໃຫ້ກ້າວ​ໄປ​ສູ່​ອັນ​ທີ່​ເອີ້ນ​ວ່າ​ ໜ້າຜາເຫວ ງົບ​ປະມານ​ ທີ່​ອາດ​ສາມາດເຮັດ​ໃຫ້​ປະ​ເທດ​ຊາດ​ຕົກສູ່​ສະພາວະ​ຖອຍຫຼັງອີກ​ຄັ້ງ​ນຶ່ງນັ້ນ.

​ເຖິງ​ແມ່ນ​ວ່າ​ສະພາ​ສູງ​ທີ່​ພັກ​ເດ​ໂມ​ແຄ​ຣທກໍາ​ສຽງ​ສ່ວນຫຼາຍນັ້ນ ຈະລົງ​ມະຕິ​ເຫັນ​ດີ​ໃນເລຶ່ອງນີ້​ກໍ​ຕາມ ​ແຕ່ສະພາ​ຕໍ່າ​ທີ່​ພັກຣີພັບ​ບລິ​ກັນກໍາ​ສຽງ​ສ່ວນຫຼາຍນັ້ນ ​ກໍ​ຕ້ອງ​ໄດ້​ອະ​ນຸມັດ​ມາດ​ຕະການ​ດັ່ງ​ກ່າວ​ກ່ອນ​ແລງ​ວັນ​ຈັນ ຊຶ່ງ​ກໍ​ຍັງ​ບໍ່​ແນ່ນອນ​ເທື່ອ​ວ່າ ສະພາ​ຕໍ່າ​ຈະ​ຮັບຜ່ານ​ຂໍ້​ຕົກລົງ​ດັ່ງກ່າວ​.

​ແຕ່​ແນວ​ໃດ​ກໍ​ດີ ຖ້າ​ຫາກ​ສະພາ​ຄອງ​ແກຣສສາມາດ​ເຫັນພ້ອມ​ກັບ​ຮ່າງ​ກົດໝາຍນັ້ນໄດ້ ປະທາ
ນາທິບໍດີ​ກໍ​ຈະ​ເຊັນ​ລົງ​ນາມໃຫ້​ເປັນ​ກົດໝາຍ​ໃນວັນ​ຈັນ ທີ່​ອາດ​ພາໃຫ້ຫຼີກລ່ຽງການຂຶ້ນພາສີ
​ເພີ່ມ​ໂດຍ​ອັດຕະ​ໂນ​ມັດ ສໍາລັບ​ຊາວ​ອາ​ເມຣິກັນເກືອບ​ໝົດ​ທຸກ​ຄົນ ທີ່​ມີກໍານົດຈະ​ເລີ່​ມຂຶ້ນ​ໃນ
​ວັນ​ອັງຄານນັ້ນ ພ້ອມ​ດ້ວຍ​ການ​ຕັດ​ງົບປະມານ​ລົງ​ຢ່າງຫຼວງຫຼາຍ ​ແລະ​ການ​ສູນ​ເສຍ​ເງິນຫວ່າງ​
ງານ​ສໍາລັບ​ຊາວ​ອະ​ເມ​ຣິກັນຫຼາຍລ້ານ​ຄົນ​ນັ້ນ​ນໍາ.

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ບໍ່​ຍອມ​ໃຫ້​ຮ່ອງຮອຍຢ່າງເປີດ​ເຜີຍ​ວ່າ​ ​ຈະ​ສາມາດ​ບັນລຸຂໍ້​ຕົກລົງກັນນີ້ ​
ໄດ້​ໃນ​ບໍ່​ດົນ​ນີ້.

ປະທານາທິບໍດີ ຈະ​ປາກົດ​ຕົວ​ຢູ່ລາຍການ​ທີ​ວີ​ທີ່​ມີ​ຊື່​ສຽງ​ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ຄື​ລາຍ
ການ​ພົບ​ກັບ​ສື່​ມວນ​ຊົນ ຂອງ​ NBC ​ເພື່ອ​ທໍາ​ການ​ກົດ​ດັນ ສະພາ​ຄ​ອງ​ແກ​ຣສໄປ​ເລື້ອຍໆ. ທ່ານ​
ໂອ​ບາ​ມາ​ໄດ້​ສະ​ເໜີ​ໃຫ້​ຕັດ​ການ​ຂາດດຸນງົບປະມານ​ຂອງ​ລັດຖະບານ​ກາງ​ລົງ ​ແລະຂຶ້ນ
ອັດຕາພາສີ​ແກ່​ຊາວ​ອະ​ເມຣິກັນ​ທີ່​ມີ​ລາຍ​ໄດ້ຫຼາຍກວ່າ 250,000 ​ໂດ​ລ່າຕໍ່​ປີ ຊຶ່ງ​ຝ່າຍພັກ
ຣີພັບ​ບລິ​ກັນ​ຢາກ​ໃຫ້ຂຶ້ນ​ພາສີ​ພວກ​ທີ່​ມີ​ລາຍ​ໄດ້ 1 ລ້ານໂດ​ລາ ຂຶ້ນ​ໄປ.

ຝ່າຍຣີພັບ​ບລິ​ກັນ ຍັງ​ໄດ້​ໂຄສະ​ນາ​ຫາ​ສຽງເພື່ອ​ໃຫ້​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຢ່າງຫຼວງຫຼາຍ​ໃນໂຄງ
ການ​ສັງຄົມ​ສົງ​ເຄາະ​ຕ່າງໆ​ຂອງ​ລັດຖະບານ ຊຶ່ງ​ເປັນ​ສິ່ງ​ທີ່​ຝ່າຍ​ເດ​ໂມ​ແຄ​ຣທຄັດຄ້ານ​ຢ່າງ
ແ​ຂງຂັນ. ຝ່າຍ​ເດ​ໂມ​ແຄຣທກໍຢາກ​ໃຫ້​ຕັດ​ງົບປະມານ​ປ້ອງ​ກັນ​ປະ​ເທດ​ລົງຄື​ກັນ ​ແຕ່ຝ່າຍຣີ
ພັບ​ບລິ​ກັນ​ຄັດຄ້ານ​.
XS
SM
MD
LG