ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ເປີດເຜີຍ ງົບປະມານ ປີ 2014


ທ່ານ Barack Obama ​ເປີ​ດ​ເຜີຍ​ໃຫ້​ຊາບກ່ຽວ​ກັບ​ຮ່າງ​ງົບປະມານ ທີ່​ທ່ານ​ໄດ້​ສະ​ເໜີ​ສຳລັບ​ປີ2014
ທ່ານ Barack Obama ​ເປີ​ດ​ເຜີຍ​ໃຫ້​ຊາບກ່ຽວ​ກັບ​ຮ່າງ​ງົບປະມານ ທີ່​ທ່ານ​ໄດ້​ສະ​ເໜີ​ສຳລັບ​ປີ2014
ປະທານາ​ທິບໍດີສະຫະລັດ ທ່ານ Barack Obama ​ເປີ​ດ​ເຜີຍ​
ໃຫ້​ຊາບ ກ່ຽວ​ກັບ​ຮ່າງ​ງົບປະມານ ທີ່​ທ່ານ​ໄດ້​ສະ​ເໜີ​ ສຳລັບ​ປີ
2014 ຊຶ່ງ​ເປັນ​ແຜນ​ການ​ທີ່​ໄດ້​ສ້າງ​ຄວາມ​ບໍ່ພໍໃຈ​ໃຫ້ແກ່​ສະມາ
ຊິກ​ລັດຖະສະພາຫລາຍ​ໆ​ທ່ານ ຈາກທັງ​ສອງ​ພັກການ​ເມືອງ.

ຮ່າງງົບປະມານ​ຂອງປະທານາທິບໍດີແມ່ນຮວມ​ທັງ​ການ​ຕັດ
ການ​ໃຊ້​ຈ່າຍ ​ໃນໂຄງການ​ຕ່າງໆ ​ທີ່ບັນດາ​ຜູ້​ເຖົ້າ​ພາກັນ​ກາງ​
ຕໍ່​ອາໄສ ລວມມີ​ເງິນ​ສັງຄົມ​ສົງ​ເຄາະ ​ແລະ​ໂຄງການ​ປະກັນ​
ສຸຂະພາບ​ຂອງ​ລັດຖະ ບານ​ຫຼື​ເມ​ດີ​ແຄ. ຮ່າງ​ງົບປະມານ​ດັ່ງ
ກ່າວ ແມ່ນ​ຈະຮວມ​ທັງ​ການ​ ຂຶ້ນ​ພາສີ​ພວກ​ຄົນ​ຮັ່ງມີ ຊຶ່ງທັງ​
ໝົດ​ນີ້​ມີ​ຈຸດປະສົງເພື່ອ​ຈະ​ຕັດການ ​ໃຊ້​ຈ່າ​ຍລົງ ​ແລະ​ເພີ້ມ
ລາ​ຍ​ໄດ້​ໃຫ້​ແກ່​ລັດຖະບານ​.

ທ່ານ Obama ກ່າວ​ວ່າ ຂໍ້​ສະ​ເໜີ​ງົບປະມານຂອງ​ທ່ານ ບໍ່​ແມ່ນ​ແຜນທີ່ຈະ​ຕັດ​ການ​ຂາດ​ດຸນ​ລົງ ​ຕາມ​ທີ່​ທ່ານ​ຄິດ​ໄວ້ ແຕ່​ທ່ານ​ຮ້ອງວ່າ ​ເປັນການ​ປະ​ນີປະນອມ ​ເພື່ອເຄື່ອນ​ໄຫວ​ໄປ​ໜ້າ​ ກາຍອັນ​ທີ່​ທ່ານ​ຮ້ອງວ່າ ວົງ​ຈອນ​ໄລຍະ​ສັ້ນ ຊຶ່ງ​ເປັນການ​ຕັດສິນ​ໃຈ​ທີ່​ໄດ້​ຮັບ​ການ​ຂັບ​ດັນ​ຈາກ​ວິ​ກິດ​ການ.

ສະມາຊິກ​ພັກ​ເດ​ໂມ​ແຄ​ຣັທ ​ຫົວເສ​ຣີຈໍານວນ​ນຶ່ງ ​ພາກັນ​ຄັດຄ້ານ​ຕໍ່​ການ​ຕັດ​ເງິນ​ສັງຄົມ​ສົງ​ເຄາະ ​ໃນ​ຂະນະ​ທີ່ສະມາຊິກ​ພັກ ​ຣີພັບ​ບລິ​ກັນ ຫລາຍ​ຄົນ ຕ້ອງການ​ຢາກ​ໃຫ້​ຕັດ​ການ​ໃຊ້​ຈ່າຍ​ລົງຕື່ມ​ອີກ ​ແລະ​ບໍ່ໃຫ້​ຂຶ້ນພາສີ​.

ທ່ານ Obama ກ່າວ​ວ່າ ຮ່າງ​ງົບປະມານຂອງ​ທ່ານ ​ແມ່ນ​ແນ​ໃສ່​ການ​ຕັດ​ການ​ຂາດ​ດຸນ​ລົງເກືອ​ບ 2 ພັນຕື້​ໂດ​ລາ ພາຍໃນ​ໄລຍະ 10 ຕໍ່ໜ້າ. ປະທານາທິບໍດີກ່າວ​ວ່າ ບູລິ​ມະ​ສິດ​ທີ່ສໍາຄັນ​ສຸດ​ຂອງ​ທ່ານ ກໍ​ຄື ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ພວກຊົນ​ຊັ້ນ​ກາງ. ທ່ານໄດ້​ເຕືອນ​ວ່າ ການ​ຕັດ​ງົບປະມານ ​ລົງ​ຢ່າງ​ຫຼວງ ຫຼາຍ​ທີ່ກຳລັງ​ມີຜົນ​ບັງຄັບ​ໃຊ້​ຢູ່​ໃນ​ປັດຈຸບັນ​ນີ້ ຈະ​ສ້າງ​ຄວາມ​ເສຍ ຫາຍ​ຕໍ່ເສດຖະກິດ ໂດຍ​ຈະ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ວຽກເຮັດ​ງານ ທຳຫລາຍ​ພັນ​ວຽກ​ ​ໃນ​ແຕ່​ປີ.
XS
SM
MD
LG