ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ປ້ອງກັນ ການປະຕິຮູບ ເລື່ອງຄົນເຂົ້າເມືອງ ຂອງທ່ານ


ປະທານາທິບໍດີ Barack Obama ຖະແຫລງກ່ຽວກັບ ການປະຕິຮູບ ກົດລະບຽບຄົນເຂົ້າເມືອງ.
ປະທານາທິບໍດີ Barack Obama ຖະແຫລງກ່ຽວກັບ ການປະຕິຮູບ ກົດລະບຽບຄົນເຂົ້າເມືອງ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການເອົາບາດກ້າວຝ່າຍ​ບໍລິ​ຫານຂອງ​ທ່ານກ່ຽວ​ກັບເລື່ອງຄົນ
​ເຂົ້າເມືອງ​ ແມ່ນຈະຫັນຊັບພະ​ຍາກອນ​ຕ່າງໆ​ໃນດ້ານການປະ
ຕິບັດກົດໝາຍ ໄປ​ໃສ່ “ຜູ້​ກະທຳ​ຜິດ ບໍ່​ແມ່ນ ​ບັນດາ​ຄອບຄົວ
ອາຊະຍາກອນ ບໍ່​ແມ່ນ​ພວກ​ລູກ​ເຕົ້າ.”

ປະທານາທິບໍດີ ກ່າວ​ໃນຄຳປາໄສປະຈຳ​ສັບປະດາຂອງທ່ານ
ໃນ​ວັນ​ເສົາ​ມື້​ນີ້​ວ່າ ແຜນການ​ຄົນ​ເຂົ້າ​ເມືອງຂອງທ່ານ ຈະ “ນຳ
​ເອົາ​ບັນດາ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນນັ້ນ ອອກ​ມາ​ຈາ​ກ
​ເງົາ​ມືດ ​ເພື່ອ​ໃຫ້​ເຂົ້າ​ເຈົ້າ​ສາມາດ ປະຕິບັດ​ຕາມ​ຕົວ​ບົດ​ກົດ
ໝາຍ ຈ່າຍ​ພາສີ​ເຕັມໃນ​ພາກສ່ວນ​ຂອງເຂົາ​ເຈົ້າ ຜ່ານ​ການກວດ​ປະຫວັດ ຄວາມ​ຜິດ​ເບຶ້ອງ
ຫລັງ ​ແລະ​ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ.”

US Immigration Relief Imminent for Mixed-Status Families
please wait

No media source currently available

0:00 0:01:45 0:00

ປະທານາທິບໍດີ Obama ກ່າ​ວຕໍ່​ຝຸງ​ຊົນ ທີ່​ເຕົ້າ​ໂຮມ​ຢູ່​ນະຄອນ Las Vegas ​ໃນ​ວັນ​ສຸກ
​ວານ​ນີ້​ວ່າ ທ່ານ​ໄດ້​ຖືກ​ບັງ​ຄັບ​ໃຫ້​ເອົາ​ບາດ​ກ້າວນີ້ ​ເພາະວ່າ ບັນດາ​ຜູ້​ແທນ​ສະພາ​ຕໍ່າ ບໍ່
ຍອມລົງຄະແນນສຽງກ່ຽວກັບ​ຮ່າງ​ກົດໝາຍທີ່ສະພາ​ສູງໄດ້ຮັບ ຜ່ານໄປ​ແລ້ວນັ້ນ.

ທ່ານ Obama ກ່າວ​ວ່າ “ສິ່ງດຽວ​ທີ່​ຍັງ​ກີ​ດກັ້ນ​ທາງ​ ລະຫວ່າງ ຮ່າງ​ກົດໝາຍ ຂອງທັງສອງ
ພັກ ​ແລະ​ໂຕະ​ຂອງຂ້າພະ​ເຈົ້າ ​ເພື່ອ​ໃຫ້​ຂ້າພະ​ເຈົ້າ ​ໄດ້​ເຊັນ​ຮ່າງ​ກົດໝາຍນັ້ນ ສິ່ງ​ດຽວ​ທີ່ໄດ້
ກີດ​ກັ້ນຂວາງ​ທາງ ກໍມີ​ແຕ່​ພຽງ​ວ່າ ລົງຄະແນນສຽງ “​ເຫັນພ້ອມ” ຫລື “ບໍ່​” ​ຢູ່​ໃນ​ສະພາ​ຕ່ຳ ພຽງ​ແຕ່​ການ​ລົງ​ຄະ​ແນນ​ສຽງເຫັນພ້ອມ ຫລືບໍ່ເທົ່ານັ້ນ.

ຖ້າຫາກເຂົາເຈົ້າອະນຸຍາດໃຫ້ມີການລົງຄະແນນສຽງ ຕໍ່ຮ່າງກົດ ໝາຍດັ່ງກ່າວມັນອາດຈະ
ຜ່ານ. ຂ້າພະເຈົ້າກໍຈະໄດ້ເຊັນມັນໄປແລ້ວ. ມັນອາດ ກາຍເປັນກົດໝາຍໄປແລ້ວໃນປັດ
ຈຸບັນນີ້.”

ປະທານາທິບໍດີ Obama ໄດ້ເຊັນດຳລັດຝ່າຍບໍລິຫານສອງສະບັບ ໃນວັນສຸກ ວານນີ້ ທີ່ຈະເລີ້ມຂັ້ນຕອນການອອກໃບອະນຸຍາດໃຫ້ເຮັດວຽກຊົ່ວຄາວ ແລະ ຍົກເລີກການ
ຂົ່ມຂູ່ທີ່ຈະເນລະເທດ ພວກຄົນເຂົ້າເມືອງເກືອບຫ້າລ້ານຄົນ ທີ່ບໍ່ ມີເອກກະສານ.

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ກ່າວໃນຕອນເຊົ້າວັນສຸກວານນີ້ວ່າ ປະທານາທິບໍດີ Obama “ກຳລັງທຳລາຍ ການເປັນປະທານາທິບໍດີ ຂອງທ່ານ” ໂດຍ
ການເອົາບາດກ້າວ ຝ່າຍບໍລິຫານ ກ່ຽວກັບເລື່ອງຄົນເຂົ້າເມືອງ ທີ່ບໍ່ຜ່ານສະພາ. ທ່ານ Boehner ໄດ້ໃຫ້ຄຳໝັ້ນສັນຍາວ່າ ສະມາຊິກສະພາຕ່ຳ ພັກຣີພັບບລິກັນ ຈະ “ບໍ່ຢືນເ
ບິ່ງເສີຍໆ” ແລະຈະຕໍ່ສູ້ການເອົາບາດກ້າວຕາມລຳ ພັ່ງດັ່ງກ່າວ.

US IMMIGRATION VOSOT
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG