ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ ສປຊ ໜັກແໜ້ນ ກ່ຽວກັບ ເລື່ອງຊີເຣຍ (ວີດີໂອ)


ປະທານາທິບໍດີສະຫະລັດ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ (24 ກັນຍາ 2013)
ປະທານາທິບໍດີສະຫະລັດ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ (24 ກັນຍາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ຮຽກຮ້ອງໃຫ້
ບັນດາຜູ້ນຳຂອງໂລກ ບັງຄັບໃຫ້ມີການປະຕິບັດ ຢ່າງເຂັ້ມງວດຕໍ່
ຜົນຕິດຕາມມາ ສຳລັບຊີເຣຍ ຖ້າປະເທດດັ່ງກ່າວຫາກບໍ່ສາມາດ ເຮັດຕາມຄຳໝັ້ນໝາຍທີ່ຈະມອບໂອນອາວຸດເຄມີທັງໝົດໃຫ້ແກ່
ນາໆຊາດຄວບຄຸມ. ໃນການກ່າວຄຳປາໄສ ຕໍ່ກອງປະຊຸມສະມັດ
ຊາໃຫຍ່ອົງການສະຫະປະຊາຊາດນັ້ນທ່ານໂອບາມມາຍັງໄດ້ແນ
ເປົ້າໝາຍ ໃສ່ອີຣ່ານ. Dan Robinson ຜູ້ສື່ຂ່າວວີໂອເອ ປະຈຳ
ທຳນຽບຂາວ ມີລາຍງານເລື່ອງນີ້ ດັ່ງໄພສານ ຈະນຳເອົາລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊີເຣຍ ແມ່ນຫົວຂໍ້ສຳຄັນອັນທຳອິດ ໃນການກ່າວຄຳປາໄສເປັນ
ເວລາ 45 ນາທີ ທີ່ເວົ້າເຖິງຜົນປະໂຫຍດ ຂອງສະຫະລັດ ແລະອົງການສະຫະປະຊາຊາດ ໃນທົ່ວຂົງເຂດທີ່ກວ້າງໃຫຍ່ຂອງພາກຕາເວັນອອກກາງແລະອາຟຣິກາເໜືອ.

ໂດຍກ່າວວ່າ ຄວາມວຸ້ນວາຍຢ່າງແຮງຢູ່ໃນຂົງເຂດ ໄດ້ພາໃຫ້ເກີດມີການແບ່ງແຍກຢ່າງ ເລິກເຊິ່ງຢູ່ໃນສັງຄົມ ທີ່ທ່ານໂອບາມາເວົ້າວ່າ ການເຄື່ອນໄຫວຂອງມະຫາຊົນເພື່ອໃຫ້ມີ ການປ່ຽນແປງມັກຈະໄດ້ຮັບການສະໜອງຕອບເລື້ອຍໆໂດຍການໃຊ້ຄວາມຮຸນແຮງ ຊຶ່ງ ເຮັດໃຫ້ຄວາມວຸ້ນວາຍທາງສາສະໜາປະກົດໂຕຄືນມາອີກ.

ທ່ານໂອບາມາໄດ້ຊີ້ໃຫ້ເຫັນຫຼັກຖານອັນຖ້ວມລົ້ນ ທີ່ວ່າລັດຖະບານຊີເຣຍເປັນຜູ້ຮັບຜິດ ຊອບ ຕໍ່ການໂຈມຕີ ດ້ວຍອາວຸດເຄມີ ເມື່ອວັນທີ 21 ສິງຫາຜ່ານມາ. ການທີ່ຈະສະເໜີ ແນະໄປໃນທາງອື່ນນັ້ນທ່ານເວົ້າວ່າແມ່ນເປັນການໝິ່ນປະໝາດຕໍ່ເຫດຜົນຂອງມະນຸດ.

ປະທານາທິບໍດີສະຫະລັດເວົ້າວ່າຄວາມໜ້າເຊື່ອຖືຂອງອົງການສະຫະປະຊາຊາດແມ່ນ ໄດ້ຖືກວາງເປັນເດີມພັນ ໃນການທີ່ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ຮັບມືກັບວິກິດການໃນຊີເຣຍແບບໃດ.

ປະທານາທິບໍດີໂອບາມາກ່າວວ່າ “ເວລານີ້ ຕ້ອງໄດ້ມີການອອກມະຕິ ທີ່ເຂັ້ມແຂງ ຂອງສະພາຄວາມໝັ້ນຄົງ ເພື່ອພິສູດວ່າ ອຳນາດການປົກຄອງ Assad ເຮັດ ຕາມຄຳໝັ້ນໝາຍຂອງຕົນ ແລະຈະຕ້ອງມີຜົນທີ່ຕິດຕາມມາ ຖ້າອຳນາດການ ປົກຄອງດັ່ງກ່າວ ຫາກບໍ່ສາມາດປະຕິບັດຕາມ. ຖ້າພວກເຮົາບໍ່ສາມາດຕົກລົງ ກັນໄດ້ ແມ່ນກະທັງກ່ຽວກັບເລື່ອງນີ້ ມັນຈະເປັນການສະແດງໃຫ້ເຫັນວ່າ ອົງ ການສະຫະປະຊາຊາດ ບໍ່ສາມາດບັງຄັບໃຫ້ມີການປະຕິບັດຕາມ ແມ່ນກະທັງ ແຕ່ພື້ນຖານຂອງກົດໝາຍນາໆຊາດ.”

ທ່ານໂອບາມາເວົ້າວ່າ ສະຫະລັດມີຄວາມໝາຍໝັ້ນທີ່ຈະດຳເນີນງານຕາມທິດທາງການ ເມືອງ ເພື່ອຍຸຕິສົງຄາມກາງເມືອງ ຢູ່ໃນຊີເຣຍ. ທ່ານໄດ້ຕຳໜິຕິຕຽນຣັດເຊຍ ແລະອີຣ່ານ ທີ່ຢືນຢັດໃຫ້ປະທານາທິບໍດີ Bashar al-Assad ສືບຕໍ່ການປົກຄອງໃນປະເທດດັ່ງກ່າວ.

ໂດຍໃຫ້ຂໍ້ສັງເກດກ່ຽວກັບການຕຳໜິຕິຕຽນສະຫະລັດ ທ່ານໂອບາມາໄດ້ກ່າວສະຫຼຸບເຖິງ ຈຸດສຳຄັນຂອງນະໂຍບາຍສະຫະລັດ ໃນຊ່ວງເວລາທີ່ຍັງເຫລືອຢູ່ໃນການດຳລົງຕຳແໜ່ງ ປະທານາທິບໍດີຂອງທ່ານ.

ທ່ານເວົ້າວ່າ ສະຫະລັດຈະນຳໃຊ້ທຸກອົງປະກອບຂອງອຳນາດຕົນ ຮວມທັງກຳລັງທະຫານ ເພື່ອປົກປ້ອງຜົນປະໂຫຍດຂອງສະຫະລັດ ປະເຊີນໜ້າກັບການຮຸກຮານ ຕໍ່ບັນດາປະເທດ ພັນທະມິດ ແລະພາຄີ ເພື່ອຄ້ຳປະກັນໃຫ້ມີການຫລັ່ງໄຫລໄປມາຢ່າງເສລີຂອງພະລັງງານ ແລະທັບມ້າງເຄືອຂ່າຍຂອງພວກກໍ່ການຮ້າຍ.

ນອກນັ້ນທ່ານໂອບາມາ ຍັງໄດ້ກ່າວເຖິງຮ່ອງຮອຍຂອງການປະນີປະນອມເມື່ອໄວໆມານີ້ ທີ່ອີຣ່ານຕ້ອງການຢາກດຳເນີນການເພີ້ມຕື່ມ ກ່ຽວກັບຄວາມວິຕົກກັງວົນ ຂອງນາໆຊາດ ໃນໂຄງການນິວເຄລຍຂອງຕົນ.

ເຖິງແມ່ນຍັງມີຄວາມສົງໄສຢ່າງເລິກເຊິ່ງລະຫວ່າງສະຫະລັດແລະອີຣ່ານກໍຈິງທ່ານໂອບາ ມາເວົ້າວ່າຄຳຖະແຫຼງຂອງລັດຖະບານທັງສອງຄວນຈະໃຫ້ຄວາມຫວັງເພື່ອຈະສ້າງຄວາມ ກ້າວໜ້າ. ແຕ່ແນວໃດກໍຕາມທ່ານກ່າວຕື່ມວ່າ ຄຳເວົ້າເຫຼົ່ານີ້ຕ້ອງຫັນປ່ຽນໃຫ້ເປັນການກະ ທຳ.

ປະທານາທິບໍດີໂອບາມາເວົ້າວ່າ “ຄຳຖະແຫຼງຕ່າງໆທີ່ໄດ້ກ່າວໂດຍລັດຖະບານຂອງ ພວກເຮົານັ້ນ ຄວນສະເໜີພື້ນຖານ ກ່ຽວກັບການຕົກລົງ ທີ່ມີຄວາມໝາຍ. ພວກ ເຮົາຄວນສາມາດບັນລຸການແກ້ໄຂທີ່ໃຫ້ການເຄົາລົບຕໍ່ສິດທິຂອງປະຊາຊົນຊາວ
ອີຣ່ານ ໃນຂະນະທີ່ສ້າງຄວາມໝັ້ນໃຈໃຫ້ແກ່ໂລກວ່າໂຄງການຂອງອີຣ່ານເປັນ ໂຄງການທີ່ມີຈຸດປະສົງໃນທາງສັນຕິ. ທ່ານໂອບາມາກ່າວຕື່ມວ່າແຕ່ເພື່ອຈະສຳ ເລັດຜົນໄດ້ນັ້ນ ຄຳເວົ້າທີ່ຢາກສ້າງຄວາມປະນີປະນອມ ຕ້ອງໄດ້ມີການສະແດງ ໃຫ້ເຫັນໂດຍການກະທຳ ທີ່ມີຄວາມໂປ່ງໃສ ແລະກວດພິສູດໄດ້.”


ອີຣ່ານ ຊຶ່ງໄດ້ປະຕິເສດວ່າ ໂຄງການນິວເຄລຍຂອງຕົນ ບໍ່ໄດ້ແນໃສ່ເພື່ອສ້າງອາວຸດນິວ ເຄລຍນັ້ນແມ່ນຈະເຂົ້າຮ່ວມໃນກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ 5 ປະ ເທດມະຫາອຳນາດບວກນຶ່ງ ຢູ່ທີ່ນະຄອນນິວຢອກ ໃນວັນພະຫັດມື້ອື່ນນີ້.

VOA Special Report: Obama at the United Nations General Assembly
please wait

No media source currently available

0:00 1:00:00 0:00

ນອກນັ້ນ ທ່ານໂອບາມາຍັງໄດ້ເວົ້າເຖິງ ອັນທີ່ທ່ານເອີ້ນວ່າ ການສ່ຽງທີ່ສຳຄັນທາງດ້ານ ການເມືອງທີ່ພວກຜູ້ນຳຂອງອິສຣາແອລແລະປາແລສຕາຍນ໌ໄດ້ເອົາ ໃນການເປີດການ ເຈລະຈາກັນໂດຍກົງ ກ່ຽວກັບອັນທີ່ເອີ້ນວ່າ ບັນຫາສະຖານະພາບຂັ້ນສຸດທ້າຍ.

ປະທານາທິບໍດີກ່າວວ່າ ຖ້າຫາກຈະມີສັນຕິພາ ບແລະສະຖຽນລະພາບ ໃນພາກຕາເວັນ ອອກກາງ ບັນດາປະເທດເພື່ອນມິດຂອງທັງອິສຣາແອລແລະປາແລສຕາຍນ໌ ກໍເຕັມໃຈທີ່ ຈະຮັບເອົາຄວາມສ່ຽງດັ່ງກ່າວເຊັ່ນດຽວກັນ.

ປະທານາທິບໍດີໂອບາມາເວົ້າວ່າ “ເພື່ອນມິດຂອງອິສຣາແອລ ຮວມທັງ ສະຫະລັດ ຕ້ອງຮັບຮູ້ວ່າ ຄວາມໝັ້ນຄົງຂອງອິສຣາແອລ ໃນຖານະທີ່ເປັນລັດຂອງຊາວຢິວ ແລະປະຊາທິປະໄຕນັ້ນ ແມ່ນຂຶ້ນຢູ່ກັບ ການເຮັດໃຫ້ ລັດປາແລສຕາຍນ໌ ກາຍ ເປັນຄວາມຈິງຂຶ້ນມາ ແລະພວກເຮົາ ຄວນເວົ້າຢ່າງຈະແຈ້ງ ກ່ຽວກັບເລື່ອງນີ້. ບັນດາປະເທດອາຣັບແລະພວກທີ່ໃຫ້ການສະໜັບສະໜຸນປາແລສຕາຍນ໌ຕ້ອງ
ຮັບຮູ້ວ່າ ສະຖຽນລະພາບຈະມີຂຶ້ນໄດ້ ຕ້ອງແມ່ນໂດຍຜ່ານ ການແກ້ໄຂແບບ ສອງລັດແລະປະເທດອິສຣາແອລທີ່ໝັ້ນຄົງ.”


ພ້ອມນີ້ ທ່ານໂອບາມາຍັງໄດ້ກ່າວເຖິງສະຖານະການໃນອີຈິບ ບ່ອນທີ່ພວກທະຫານໄດ້ ໂຄ່ນລົ້ມລັດຖະບານພັກອິສລາມ ທີ່ໄດ້ຖືກເລືອກຂຶ້ນມາ ຕາມແນວທາງປະຊາທິປະໄຕ ຂອງປະທານາທິບໍດີ Mohamed Morsi.

ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດໄດ້ຖືກຕຳໜິຕິຕຽນຈາກທຸກໆຝ່າຍ ທ່ານເວົ້າວ່າ ວິທີການ ຂອງວໍຊິງຕັນແມ່ນໄດ້ສະທ້ອນໃຫ້ເຫັນຈຸດທີ່ໃຫຍ່ກວ່ານັ້ນ ກ່ຽວກັບການໃຫ້ຄວາມສະໜັບ ສະໜຸນຂອງສະຫະລັດຕໍ່ຫລັກການຂັ້ນພື້ນຖານແລະອຸດົມການຕ່າງໆນັ້ນ.

ປະທານາທິບໍດີເວົ້າວ່າ “ສະຫະລັດ ຈະດຳເນີນການໃນທຸກເວລາ ກັບລັດຖະບານ ຕ່າງໆທີ່ບໍ່ໄດ້ບັນລຸຄວາມຄາດໝາຍສູງສຸດຂອງນາໆຊາດແຕ່ດຳເນີນງານຮ່ວມ ກັບພວກເຮົາເພື່ອຜົນປະໂຫຍດທີ່ສຳຄັນໆ. ແຕ່ແນວໃດກໍຕາມພວກເຮົາ ຈະບໍ່ ຍຸຕິໃນການ ຊຸກຍູ້ຫຼັກການຕ່າງໆ ທີ່ສອດຄ່ອງກັບອຸດົມການຂອງພວກເຮົາເຂົ້າ
ໄປບໍ່ວ່ານັ້ນໝາຍເຖິງການຄັດຄ້ານຕໍ່ການໃຊ້ຄວາມຮຸນແຮງໃນການກົດຂີ່ປາບ ປາມຕໍ່ພວກບໍ່ພໍໃຈຫລືໃຫ້ການສະໜັບສະໜຸນ ຕໍ່ຫລັກການຕ່າງໆທີ່ປະມວນຢູ່
ໃນຄຳປະກາດ ສາກົນວ່າດ້ວຍສິດທິມະນຸດ.”


ທ່ານໂອບາມາເວົ້າວ່າ ເຖິງແມ່ນບັນດາຜູ້ນຳຂອງສະຫະລັດອາດຖືກກ່າວຫາໃນບາງຄັ້ງ ບາງຄາວວ່າ ເປັນຄົນບໍ່ຈິງໃຈແລະແລະຂັດແຍ້ງກັນ ແຕ່ສະຫະລັດມີຄວາມຕັ້ງໃຈ ທີ່ຈະ ທຳການພົວພັນ ເປັນເວລາດົນນານຢູ່ໃນຂົງເຂດ.
XS
SM
MD
LG