ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ກ່າວຄໍາປາໄສ ຕໍ່ສະມັດຊາໃຫຍ່ ສປຊ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄໍາປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ທີ່ນະຄອນນິວຢອກ, ວັນທີ 21 ກັນຍາ 2011.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄໍາປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ທີ່ນະຄອນນິວຢອກ, ວັນທີ 21 ກັນຍາ 2011.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວຄໍາປາໃສຕໍ່ສະມັດຊາໃຫຍ່ອົງການສະຫະປະຊາ ຊາດ ຄັ້ງທີ່ 66 ໃນວັນພຸດວານນີ້ ກ່ຽວກັບສິ່ງທີ່ທ່ານເອີ້ນວ່າ ເວລາແຫ່ງການຜັນປ່ຽນ ໂດຍສະເພາະຢູ່ໃນພາກຕາເວັນອອກກາງ ແລະອາຟຣິກາ. ດາຣາມີເລຶ່ອງນີ້ ມາສະເໜີທ່ານ.

ໃນຄໍາປາໄສທີ່ໃຊ້ເວລາປະມານ 35 ນາທີນັ້ນ ປະທານາທິບໍດີ​ໂອ​ບາ​ມາໄດ້ເອີ່ຍເຖິງຫລາຍໆ
​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ ຊຶ່ງທ່ານເວົ້າວ່າ ມີ​ຫລາຍໆປະເທດທີ່​ໄດ້ກ້າວອອກ​ມາເອົາບົດບາດ
ເພື່ອຮັກສາ​ໄວ້​ຊຶ່ງສັນຕິພາບແລະຄວາມໝັ້ນຄົງຂອງນານາຊາດ ແລະມີຫລາຍໆຄົນທີ່​ໄດ້ອ້າງ
ເອົາສິດທິສາກົນຂອງພວກເຂົາເຈົ້າ ເພື່ອດໍາລົງຊີວິດຢູ່ຢ່າງ​ມີ​ອິດ​ສະລະ​ເສລີພາບ ແລະກຽດ ສັກສີ.

ໂດຍເລີ່ມຕົ້ນຈາກຂົງເຂດອາຟຣິກາ ທ່ານໃຫ້ຂໍ້ສັງເກດວ່າ ຊູດານໃຕ້ໄດ້ຮັບເອກະລາດ
ຂອງຕົນແລ້ວ ແລະປະຊາຊົນຂອງປະເທດ Ivory Coast ກໍຜ່ານ​ພົ້ນ​ການລຸກ​ຮື​ຂຶ້ນ​ທາງ
ການເມືອງຂອງຕົນມາ​ໄດ້ ແລະບັດນີ້ ​ແມ່ນ​ຢູ່​ພາຍໃຕ້​ການ​ປົກຄອງຂອງບຸກຄົນທີ່ຖືກເລືອກ
ຕັ້ງ​ໃຫ້ເປັນຜູ້ນໍາຂອງພວກເຂົາເຈົ້າ.

ຈາກ​ນັ້ນ ທ່ານໂອບາມາກໍ​ໄດ້​ກ່າວເຖິງອັນທີ່ເອີ້ນວ່າ Arab Spring ຫລື ລະດູບານໃໝ່ອາ
ຫຣັບ ກໍ​ຄື​ການ​ລຸກ​ຮື​ຂຶ້ນ​ຂອງ​ຊາວ​ອາຫຣັບ ທີ່ເລີ່ມຕົ້ນຂຶ້ນ​ທີ່ປະເທດຕູນີເຊຍ ບ່ອນທີ່ທ່ານ
ເວົ້າວ່າ ປະຊາຊົນໄດ້ເລືອກເອົາກຽດສັກສີຂອງການປະທ້ວງຢ່າງສັນຕິ ຕໍ່ຕ້ານການປົກຄອງ
ແບບຜະເດັດການ. ຕໍ່ມາ ທ່ານໄດ້ເວົ້າ​ເຖິງປະເທດອີຈິບ ຊຶ່ງທ່ານກ່າວວ່າ:

Obama act 1//: “Egyptians from all walks of life... ຊາວອີຈິບທຸກຊັ້ນວັນນະ
ທັງຊາຍແລະແມ່ຍິງ ໜຸ່ມແລະແກ່ ມຸສລິມແລະຄຣີສຕຽນ ​ໄດ້ພາກັນທວງເອົາສິດທິສາກົນ
ຂອງພວກເຂົາເຈົ້າ. ພວກເຮົາໄດ້ເຫັນ ​ໃນພວກປະທ້ວງເຫລົ່ານັ້ນ ພະລັງທີ່ມີສິນລະທໍາ
ຂອງການບໍ່​ໃຊ້ຄວາມຮຸນແຮງ ທີ່ໄດ້ໃຫ້ແສງສະວ່າງແກ່ໂລກ ຈາກຕັ້ງແຕ່ ນີວເດລລີ ປະ
​ເທດອິນ​ເດຍ ໄປຈົນເຖິງວໍຊໍ ປະເທດໂປແລນດ໌ ຈາກ Selma ລັດ​ຈໍ​ເຈຍ ​ໄປເຖິງປະ
​ເທດອາຟຣິກາໃຕ້ ແລະພວກເຮົາກໍໄດ້ຮູ້ວ່າ ການປ່ຽນແປງໄດ້​ມາ​ເຖິງປະເທດອີຈິບແລະ ໂລກອາຫຣັບ​ແລ້ວ.”

ທ່ານໂອບາມາກ່າວຕໍ່ໄປວ່າ ການປົກຄອງແບບຜະເດັດການ ມາເປັນເວລາ 42 ປີ ໃນ
ລີເບຍໄດ້ສິ້ນສຸດລົງໃນເວລາຫົກເດືອນ ​ໂດຍການຊ່ວຍເຫລືອຂອງກຸ່ມເນໂຕ້ ແລະບັນດາ​
ປະ​ເທດ​ຂອງສັນນິບາດຊາດອາຫຣັບ ທີ່ເຂົ້າຮ່ວມກັບກຸ່ມປະສົມນາໆຊາດ. ທ່ານໂອບາມາ
ໄດ້​ເອີ້ນລີເບຍວ່າ ເປັນຕົວຢ່າງຂອງ​ບັນດາ​ປະຊາ​ຊາດ​ທີ່ຢືນຢັດປຸ້ມລຸມກັນເພື່ອສັນຕິພາບ
ແລະຄວາມໝັ້ນຄົງ ແລະຕົວຢ່າງ​ຂອງພວກສ່ວນບຸກຄົນ ທີ່ພາກັນທວງເອົາສິດທິຂອງ
ພວກເຂົາເຈົ້າ.

ໃນ​ການກ່າວເຖິງ “ທິດທາງໃໝ່” ຂອງສະຫະລັດນັ້ນ ທ່ານໂອບາມາໄດ້ ໃຫ້ຂໍ້ສັງເກດເຖິງ
ການຖອນກໍາລັງທະຫານສະຫະລັດອອກ​ຈາກອີຣັກແລະອັຟການີສຖານ ​ແລະວ່າສະຫະ
ລັດຢູ່ໃນທ່າຕຽມພ້ອມທີ່ຈະຍຸຕິສົງຄາມ ທີ່ນາຍ ໂອຊາມາ ບິນລາເດັນ ​ໄດ້ກໍ່ໃຫ້ເກີດຂຶ້ນ
ນັ້ນ​ແລ້ວ ແລະກໍໄດ້ໂຜ່ໂຕຂຶ້ນມາ ເຂັ້ມແຂງກວ່າເກົ່າ.

Obama act 2 //: “Ten years ago, there was an open wound...ເມື່ອສິບປີ
ກ່ອນ​ນີ້ ​ໄດ້ມີແຜ​ເປັນທີ່ເຈັບປວດ ທີ່​ສະທ້ອນ​ໃຫ້​ເຫັນຈາກທ່ອນເຫລັກທີ່ບິດບ້ຽວ ຫົວອົກ
ທີ່​ແຕກ​ສະຫລາຍໃນໃຈກາງນະຄອນນີວຢ໊ອກ. ປັດຈຸບັນນີ້ ຕຶກສູງຫລັງໃໝ່ກໍາລັງ​ໂຜ່ຂຶ້ນ
ມາ ຢູ່ທີ່ Ground Zero ອັນເປັນສັນຍະລັກຂອງການຟື້ນ​ຟູນີວຢ໊ອກຄືນໃໝ່. ເວລານີ້
ກຸ່ມກໍ່ການຮ້າຍ ອາລຄາອີດາ ກໍກໍາລັງຖືກກົດດັນຫລາຍຂຶ້ນກວ່າເກົ່າ ຄະນະ​ນໍາພາ
ຂອງພວກເຂົາ​ໄດ້ຖືກທັບມ້າງ ແລະນາຍໂອຊາມາ ບິນລາເດັນ ຜູ້ຊາຍທີ່ຄາດຕະກໍາປະ
ຊາຊົນຫລາຍພັນຄົນ ຈາກຫລາຍສິບປະເທດນັ້ນ ຈະບໍ່ມີວັນ​ສ້າງອັນຕະລາຍແກ່ສັນຕິ
ພາບຂອງໂລກໄດ້ ອີກແລ້ວ.”

ທ່ານໂອບາມາ ກ່າວ​ຄໍາຮຽກຮ້ອງຂອງທ່ານຊໍ້າຄືນອີກ ໃຫ້ຊາວປາເເລສໄຕນ໌ກັບຄືນ​ໄປ
ເຈລະຈາໂດຍກົງກັບອີສຣາແອລ ແທນທີ່ຈະຊຸກຍູ້​ຄວາມພະຍາຍາມ​ຂອງ​ຕົນເພື່ອ​ໃຫ້​ໄດ້
ເປັນປະເທດນັ້ນ ຢູ່ທີ່ອົງການສະຫະປະຊາຊາດ ບໍ່ວ່າຈະຢູ່ໃນສະພາຄວາມໝັ້ນຄົງ ຫລື ສະມັດຊາໃຫຍ່ກໍຕາມ.

ໃນການຮັບຮູ້ຄວາມທໍ້ແທ້ໃຈໃນສ່ວນຕົວຂອງທ່ານ​ເອງ ຫລັງຈາກທີ່​ໄດ້ມີການດໍາ​ເນີນ
ຄວາມພະຍາຍາມທາງການທູດຢ່າງຍືດເຍື້ອມາໄດ້ນຶ່ງປີນັ້ນ ທ່ານກ່າວວ່າ ມັນບໍ່ມີຫົນ
ທາງລັດໄປສູ່ສັນຕິພາບ.

Obama act 3//: “Peace will not come through statements...ສັນຕິພາບ
ບໍ່ແມ່ນຈະມາຈາກຄໍາຖະແຫລງແລະມະຕິຕ່າງໆ ຢູ່ທີ່ອົງການສະຫະປະຊາຊາດ. ຖ້າ
ຫາກມັນງ່າຍຂະໜາດນັ້ນແລ້ວ ພວກ​ເຮົາ​ກໍບັນລຸ​ສັນຕິພາບແລ້ວ ​ໃນ​ມື້ີນີ້.”

ກ່ຽວ​ກັບ​ອິຣ່ານນັ້ນ ທ່ານໂອບາມາກ່າວວ່າ ລັດຖະບານອີຣ່ານຍັງສືບຕໍ່ປະຕິເສດທີ່ຈະ
ຮັບຮູ້ສິດທິຂອງປະຊາຊົນຂອງຕົນນັ້ນຢູ່ ແລະກໍບໍ່ໄດ້ສະແດງໃຫ້ໂລກເຫັນວ່າ ໂຄງການ
ນີວເຄລຍຂອງຕົນນັ້ນ ແມ່ນ​ເປັນໂຄງການ​ໃນ​ທາງສັນຕິ.

ກ່ຽວ​ກັບຊີເຣຍ ທ່ານໂອບາມາ​ເວົ້າວ່າ ມັນເຖິງເວລາແລ້ວສໍາລັບສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ທີ່​ຈະລົງໂທດຕໍ່ລັດຖະບານທ່ານ Assad ແລະເວົ້າອອກ
​ມາເປັນສຽງດຽວກັນ ກ່ຽວກັບການທໍລະມານ ກັກຂັງ ແລະການຄາດຕະກໍາປະຊາຊົນ
ຢູ່​ໃນ​ຊີ​ເຣຍນັ້ນ.

ທ່ານໂອບາມາ ກ່າວຕໍ່​ໄປວ່າ ສ່ວນເກົາຫລີເໜືອນັ້ນ ກໍຍັງບໍ່ໄດ້ເອົາບາດກ້າວຢ່າງ​ເປັນ
​ຮູບ​ປະ​ທໍາ​ໃດໆ ເພື່ອປະຖີ້ມອາວຸດຍຸດໂທປະກອນຂອງຕົນ ແລະວ່າ ທັງເກົາຫລີເໜືອ
ແລະອີຣ່ານ ຈະຕ້ອງປະເຊີນກັບຄວາມກົດດັນ ແລະຖືກໂດດດ່ຽວຢ່າງໃຫຍ່ກວ່າເກົ່າ ຖ້າຫາກພວກເຂົາຍັງສືບຕໍ່ກ້າວໄປນອກ ເສັ້ນທາງຂອງກົດໝາຍສາກົນ.

ປະທານາທິບໍດີໂອບາມາກ່າວໃນທີ່ສຸດວ່າ ວິກິດການການເງິນໂລກ​ໄດ້ສະແດງໃຫ້ເຫັນ
ວ່າ ປະເທດຕ່າງໆໄດ້ມີ​ການກ່ຽວພັນກັນຫລາຍ​ຂຶ້ນ​ສໍ່າໃດ ແລະພວກເຂົາເຈົ້າຈະຮຸ່ງ
​ເຮືອງຂຶ້ນຫລືຕົກອັບລົງພ້ອມໆກັນ ​ແລະ​ທ່ານ​ກ່າວ​ວ່າ ສະຫະລັດນັ້ນຈະຢືນຢັດຢູ່ກັບ
ບັນດາ​ປະຊາຊາດຢຸໂຣບ ໃນການຫາ​ທາງ​ແຫ້​ໄຂບັນຫາ​ທ້າ​ທາຍ​ທາງ​ດ້ານງົບປະມານ
ຂອງພວກເຂົາເຈົ້ານັ້ນ ແລະ ຈະປະຕິບັດງານກັບພວກເສດຖະກິດທີ່ກໍາລັງໂຜ່ໂຕຂຶ້ນ​ມາ
ເພື່ອຊຸກຍູ້ສົ່ງເສີມ​ໃຫ້​ມີການຂະຫຍາຍ​ໂຕ ຂຶ້ນ​ໄປເລື້ອຍໆ.

XS
SM
MD
LG