ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ນຳພາໂລກ ຕ້ານການຮຸກຮານ ຂອງຣັດເຊຍ ໃນ ຢູເຄຣນ


ປະທານາທິບໍດີສະຫະລັດ ທ່ານ Barack Obama ຖະແຫຼງທີ່ ມະຫາວິທະຍາໄລ Queensland ໃນນະຄອນ Brisbane.
ປະທານາທິບໍດີສະຫະລັດ ທ່ານ Barack Obama ຖະແຫຼງທີ່ ມະຫາວິທະຍາໄລ Queensland ໃນນະຄອນ Brisbane.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະ
ຫະລັດແມ່ນກຳລັງນຳພາໂລກ ເພື່ອຕໍ່ຕ້ານການຮຸກຮານຂອງ
ຣັດເຊຍໃນຢູເຄຣນ.

ໃນການຖະແຫຼງ ທີ່ມະຫາວິທະຍາໄລ Queensland ໃນນະ
ຄອນ Brisbane ໃນວັນເສົາມື້ນີ້ ປະທານາທິບໍດີ ໂອບາມາ
ເວົ້າວ່າ ຣັດເຊຍເປັນໄພຂົ່ມຂູ່ຕໍ່ໂລກ ດັ່ງທີ່ພວກເຮົາໄດ້ຮູ້ເຫັນ
ເປັນພະຍານ ກ່ຽວກັບການຍິງ ຖ້ຽວບິນ MH17 ຕົກ ຊຶ່ງໝາຍ
ເຖິງການຍິງຖ້ຽວບິນ ທີ 17 ຂອງເຮືອບິນໂດຍສານມາເລເຊຍ
ຕົກ ເມື່ອເດືອນກໍລະກົດຜ່ານມາ ໃນຂະນະທີ່ເຮືອບິນດັ່ງກ່າວ
ບິນຜ່ານເຂດຄວບຄຸມຂອງພວກກະບົດໃນຢູເຄຣນເພື່ອເດີນ
ທາງແຕ່ນະຄອນອາມສະເຕີດາມ ໄປຍັງກົວລາລຳເປີ.

ປະທານາທິບໍດີໂອບາມາເວົ້າວ່າ “ໃນຖານະທີ່ເປັນມະຫາອຳນາດ ແຕ່ພຽງຜູ້ດຽວໃນໂລກ ສະຫະລັດ ມີຄວາມຮັບຜິດຊອບພິເສດ ທີ່ພວກເຮົາຍິນດີຮັບເອົາ. ພວກເຮົາກຳລັງນຳພາ
ປະຊາຄົມນາໆຊາດ ໃນການຕໍ່ສູ້ເພື່ອທຳລາຍ ກຸ່ມກໍ່ການຮ້າຍລັດອິສລາມ (ISIL) ພວກ
ເຮົາກຳລັງນຳພາໃນການຮັບມືກັບອີີໂບລາໃນເຂດອາຟຣິກາຕາເວັນຕົກ ແລະໃນການຕໍ່
ຕ້ານການຮຸກຮານຂອງຣັດເຊຍ ຢູ່ໃນຢູເຄຣນ ຊຶ່ງເປັນໄພຂົ່ມຂູ່ຕໍ່ໂລກ ດັ່ງທີ່ພວກເຮົາໄດ້
ເຫັນໃນການຍິງຖ້ຽວບິນ MH17 ຕົກ ທີ່ໜ້າຢ້ານກົວ. ໂສກນາດຕະກຳ ທີ່ເອົາຊີວິດຜູ້ບໍ່ມີ ຄວາມຜິດໄປເປັນຈຳນວນຫຼວງຫຼາຍໃນນັ້ນແມ່ນຮວມທັງເພື່ອນຮ່ວມຊາດຂອງພວກທ່ານ ນຳດ້ວຍ.”

ສ່ວນປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ເວົ້າວ່າສະຖານະການໃນພາກ ຕາເວັນອອກຂອງຢູເຄຣນ ຕ້ອງໄດ້ຮັບການແກ້ໄຂ ໂດຍຜ່ານການເຈລະຈາກັບພວກກະ
ບົດແບ່ງແຍກດິນແດນ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍ. ແຕ່ແນວໃດກໍຕາມ ທ່ານ Po-
roshenko ກ່າວໃນມື້ວັນສຸກວານນີ້ວ່າ ກອງທັບຢູເຄຣນ ແມ່ນເຕັມໃຈ ແລະ ມີຄວາມສາ ມາດທີ່ຈະຕີຕ້ານຄືນ ຖ້າການຢຸດຍິງຫາກພັງທະລາຍລົງ ຢ່າງສິ້ນເຊີງ.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວວ່າ ທ່ານຕ້ອງການຢາກບັນລຸການ
ຜ່ອນສັ້ນຜ່ອນຍາວກັບຢູເຄຣນ ແຕ່ວັງເຄຣັມລິນປະຕິເສດວ່າ ຕົນບໍ່ມີກຳລັງທະຫານ ຫຼື ອາວຸດໃດໆ ຢູ່ໃນເຂດ ທີ່ຄວບຄຸມ ໂດຍພວກກະບົດ. ນາຍົກລັດຖະມົນຕີຢູເຄຣນ ທ່ານ
Arseniy Yatsenyuk ກ່າວວ່າການສ້າງກອງທັບໃຫ້ມີຄວາມເຂັ້ມແຂງພໍທີ່ຈະຍຸດຕິການ
ຮຸກຮານຂອງຣັດເຊຍໄດ້ ແມ່ນພາລະກິດໝາຍເລກນຶ່ງຂອງປະເທດຊາດ.

ຄະນະສັງເກດການຂອງອົງການເນໂຕ້ ແລະຢູໂຣບ ລາຍງານວ່າ ໄດ້ເຫັນມີການສົ່ງລົດ
ຖັງ ທະຫານ ແລະອາວຸດຂອງຣັດເຊຍຂ້າມຊາຍແດນເຂົ້າໄປໃນພາກຕາເວັນອອກຂອງ
ຢູເຄຣນໃນຮອບອາທິດຜ່ານມານີ້. ການຢຸດຍິງທີ່ປະກາດເມື່ອເດືອນກັນຍາຜ່ານມາໄດ້
ມີການລ່ວງລະເມີດສະເໝີມາ ເກືອບວ່າຕັ້ງແຕ່ມື້ ທີ່ໄດ້ມີການລົງນາມກັນ.

ມົສກູກ່າວວ່າ ແມ່ນຢູເຄຣນທີ່ໂຮມຊຸມນຸມກຳລັງຢູ່ຕາມເຂດແນວໜ້າຂອງຕົນໂດຍບໍ່ເອົາ
ຫົວຊາຕໍ່ຂໍ້ຕົກລົງ ໃຫ້ຖອນກຳລັງເຫຼົ່ານີ້ ອອກຈາກເຂດແນວໜ້າ.

ທັງທ່ານໂອບາມາແລະທ່ານພູຕິນ ຕ່າງກໍຢູ່ທີ່ນະຄອນ Brisbane ເພື່ອເຂົ້າຮ່ວມກອງປະ
ຊຸມສຸດຍອດຂອງກຸ່ມຈີ 20 ຫຼື 20 ປະເທດມະຫາອຳນາດທາງດ້ານເສດຖະກິດຂອງໂລກ.

UKRAINE CNPK
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG