ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສຫລ ແລະອອສເຕຣຍເລຍ ຈະປຶກສາຫາລືກັນ ທີ່ ທຳນຽບຂາວ


ນາສຍົກລັດຖະມົນຕີ ອອສເຕຣຍເລຍ ທ່ານ Malcolm Turnbull.
ນາສຍົກລັດຖະມົນຕີ ອອສເຕຣຍເລຍ ທ່ານ Malcolm Turnbull.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕ້ອນຮັບ
ນາຍົກລັດຖະ ມົນຕີອອສ​ເຕຣ​ເລຍ ທ່ານ Malcolm Turnbull
ທີ່​ທຳນຽບຂາວ​ໃນ​ການພົບປະ ​ໃນ​ວັນ​ອັງຄານ​ມື​ນີ້ ​ເພື່ອ​ສົນທະ
ນາ​ຫາລືກ່ຽວກັບຂໍ້​ຕົກລົງການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​
ຟິກ ​ແລະ​ການ​ຕໍ່​ສູ້​ຕ້ານກຸ່ມ​ລັດ​ອິສລາມ.

ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ມີ​ກຳໜົດ​ທີ່​
ຈະ​ເຂົ້າ​ຮວມປະ ຊຸມ ​ແລະ​ຮັບ​ປະທານ​ອາຫານ​ທ່ຽງ​ ກັບ​ບັນດາ​
ຜູ້ນຳ​ທັງ​ສອງດ້ວຍ.

ອອສ​ເຕຣ​ເລຍ ​ໄດ້​ທຳ​ການໂຈມ​ຕີ​ທາງ​ອາກາດ ທັງ​ຢູ່​ໃນອີຣັກ ​
ແລະ​ຊີ​ເຣຍ ອັນເປັນ​ພາກສ່ວນນຶ່ງ ຂອງ​ກຳລັງ​ແນວ​ໂຮມ​ ພາຍ​ໃຕ້​ການ​ນຳພາສະຫະ​ລັດ
​ເພື່ອ ຖີ້ມລະ​ເບີດ​ໃສ່​ເປົ້າ​ໝາຍ ຂອງ​ກຸ່ມ​ລັດ​ອິສລາມ ນັບ​ແຕ່​ທ້າ​ຍປີ 2014 ​ເປັນ​ຕົ້ນມາ.

ທຳນຽບຫ້າ​ແຈ​ກ່າວ​ວ່າ ທ່ານ Turnbull ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ
ທ່ານ Ash Carter ​ໄດ້​ສົນທະນາຫາລື​ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ ​ຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍ
ລະຫວ່າງ​ການ​ພົບ​ປະຂອງ​ພວກ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ທ່ານ Carter ​ໄດ້​ສ​ະ​ແດງ
​ຄວາມ​ປິ​ຕິ​ຍິນ​ດີ​ຕໍ່ການ​ປະກອບສ່ວນ​ຂອງ ອອສ​ເຕຣຍ​ເລຍ.

XS
SM
MD
LG