ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງ ຊາວອະເມຣິກັນ ໃຫ້ພາກັນ ອວຍພອນ ແກ່ທະຫານ ສຫລ


ທ່ານໂອບາມາ ພ້ອມຄອບຄົວ ເດີນທາງໄປເຖິງໂຮໂນລູລູ ເພື່ອສະຫຼອງ ວັນຄຣີສມາສ
ທ່ານໂອບາມາ ພ້ອມຄອບຄົວ ເດີນທາງໄປເຖິງໂຮໂນລູລູ ເພື່ອສະຫຼອງ ວັນຄຣີສມາສ
ວັນເສົາ​ວານ​ນີ້ ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ທ່ານ​ນາງ Michelle ​ໄດ້​ສົ່ງ​ຄໍາ​ອວຍ​ພັນ​ວັນ​ຄຣີສມາສ ​ໄປ​ຍັງຊາວ​ອະ​ເມຣິກັນທຸກ​ຖ້ວນ​ໜ້າ ​ແລະ​ຂອບ​ອົກ​ຂອບ​ໃຈ​ບັນດາ​ທະຫານ​ສະຫະລັດແລະ​ຄອບຄົວ ສໍາລັບ​ການ​ຮັບ​ໃຊ້​ຊາດ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ຄໍາ​ປາ​ໄສຕໍ່​ປະ​ເທດ​ຊາດ​ປະ​ຈໍາ​ອາທິດ​ນັ້ນ ປະທານາ​ທິບໍດີ​ໂອ​ບາ​ມາ ພ້ອມດ້ວຍ​ສະ​ຕຣີ ໝາຍ​ເລກ​ນຶ່ງຂອງ​ສະຫະລັດ ໄດ້​ຂໍ​ຮ້ອງ​ໃຫ້​ຊາວ​ອະ​ເມລິ​ກັນ​ທັງຫຼາຍ ສວດ​ມົນ​ພາວະນາ​ໃຫ້​ແກ່​ທະຫານ​ຂອງ​ພວກ​ເຮົາ​ທັງ​ໝົດ.

ຄອບຄົວ​ໝາຍ​ເລກ​ນຶ່ງ ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ໂຮ​ໂນ​ລູລູ​ ​ເມືອງ​ເອກ​ຂອງລັດ​ຮາ​ວາຍ ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້.

ຄອບຄົວ​ໂອ​ບາ​ມາ​ ໄປ​ສະຫຼອງວັນ​ຄຣີສມາສ ຢູ່​ໃນ​ລັດ​ຮາ​ວາຍ ບ່ອນ​ທີ່​ທ່ານ​ໂອ​ບາ​ມາ​ເກີດ ​ແລະ​ເຕີບ​ໃຫຍ່ຢູ່​ທີ່​ນັ້ນ ຕາມ​ທີ່​ໄດ້​ປະຕິບັດ​ມາທຸກໆ​ປີ​.

ທໍານຽບຂາວ​ເວົ້າ​ວ່າ ຈະ​ບໍ່​ມີ​ພິທີການ​ທາງ​ສາທາລະນະ​ໃດໆຢູ່ໃນລາຍການ ຢ້ຽມຢາມ​ລັດ​ຮາ​ວາຍ​ຂອງ​ທ່ານ​ໃນ​ຄັ້ງ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າ​ວ່າ ທ່ານ​ຈະ​ກັບ​ຄືນ​ໄປ​ວໍ​ຊິງ​ຕັນຫຼັງຈາກ​ວັນ ຄຣີສມາສ ​ເພື່ອ​ພະຍາຍາມ​ຫາ​ທາງ​ໃຫ້ບັນລຸຂໍ້​ຕົກລົງ​ກັນ ທີ່​ຈະ​ປ້ອງ​ກັນ​ ບໍ່​ໃຫ້​ມີ​ການຂຶ້ນພາສີ ​ແລະການ​ໝົດ​ອາຍຸ​ຂອງ​ເງິນ​ຫວ່າງ​ງານ​ໄລຍະ​ຍາວ.

​ໃນ​ຄໍາຖະ​ແຫຼງຕອບປະ​ຈໍາ​ອາທິດ​ຂອງ​ຝ່າ​ຍຣີພັບ​ບລິ​ກັນນັ້ນ ທ່ານ​ຈອນ ​ເບ​ນ​ເນີ ປະທານ​ສະພາ​ຕໍ່າ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ພັກ​ເດ​ໂມ​ແຄຣທ ຈົ່ງ​ປະຕິບັດ​ງານ​ຮ່ວມ​ກັບ​ພັກຣີພັບ​ບລິ​ກັນ​ໃນ​ສະພາ​ຄອງ​ແກຣສ ກ່ຽວ​ກັບ​ການ​ຕັດ​ຄ່າໃຊ້​ຈ່າຍ​ຂອງ​ລັດຖະບານລົງ ​ແລະ​ການ​ປະຕິ​ຮູບ​ພາສີ.
XS
SM
MD
LG