ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ແລະ ທ່ານນາງ ຄລິນຕັນ ຫາສຽງ ຄັ້ງສຸດທ້າຍ ໃນລັດຕ່າງໆ ທີ່ຍັງລັງເລໃຈຢູ່


US Campaign
please wait
Embed

No media source currently available

0:00 0:00:48 0:00

ການໂຄສະນາຫາສຽງ ໄລຍະປີເຄິ່ງຜ່ານມາ ໄດ້ກ້າວເຂົ້າສູ່ມື້ສຸດທ້າຍ ໃນວັນຈັນມື້ນີ້ ຂະນະທີ່ ທ່ານ Donald Trump ແລະ ທ່ານນາງ Hillary Clinton ໄດ້ພາກັນຫາສຽງ ເປັນຄັ້ງສຸດທ້າຍ ກັບຊາວອາເມຣິກັນ ຜູ້ມີສິດປ່ອນບັດອອກສຽງ ກ່ອນທີ່ພວກເຂົາເຈົ້າ ຈະເລືອກເອົາ ປະທານາທິບໍດີ ຄົນຕໍ່ໄປຂອງເຂົາເຈົ້າ.

ຜູ້ສະໝັກແຕ່ລະຄົນ ກຳລັງສຸມໃສ່ລັດຕ່າງໆ ທີ່ຍັງລັ່ງເລໃຈ ທີ່ຈະມີບົດບາດອັນໃຫຍ່ ຊຶ່ງຈະເຮັດໃຫ້ພວກເພິ່ນ ໄດ້ຖືກເລືອກ ເປັນປະທານາທິບໍດີ.

Trump Talks about 'Crisis' of Clinton Win
please wait

No media source currently available

0:00 0:00:37 0:00

ທ່ານນາງ Clinton ໄດ້ມີແຜນທີ່ຈະຢຸດແວ່ໃນລັດ Michigan, North Carolina ແລະ Pennsylvania ຊຶ່ງຈະປິດທ້າຍລົງ ໃນຄ່ຳຄືນການຊຸມນຸມ ຢູ່ໃນນະຄອນ Philadelphia ພ້ອມດ້ວຍສາມີຂອງທ່ານນາງ ຄືອະດີດປະທານາທິບໍດີ ທ່ານ Bill Clinton ພ້ອມກັນກັບ ທ່ານປະທານາທິບໍດີ ບາຣັກ ໂອບາມາ ແລະ ສະຕີໝາຍເລກໜຶ່ງ ທ່ານນາງ ມິແຊລ ໂອບາມາ.

ສ່ວນທ່ານ Trump ໄດ້ວາງແຜນທີ່ຈະຢຸດແວ່ ລັດ Florida, North Carolina, Pennsylvania ແລະ New Hampshire. ທ່ານບໍ່ມີເວລາຫວ່າງເລີຍ ໃນມື້ວັນອາທິດ ວານນີ້ ເຊັ່ນດຽວກັນ ໂດຍທີ່ງານສຸດທ້າຍຂອງມື້ ແທ້ຈິງແລ້ວ ຈະບໍ່ເລີ້ມຕົ້ນຂຶ້ນຈົນກວ່າ ເວລາຕອນເຊົ້າຂອງວັນຈັນມື້ນີ້ ຢູ່ໃນລັດ Virginia.

ທ່ານ Trump ບອກຝຸງຊົນຢູ່ໃນເມືອງ Leesburg ຢູ່ບໍ່ໄກຈາກນະຄອນຫຼວງວໍຊິງຕັນ ວ່າ ການເລືອກຕັ້ງໃນວັນອັງຄານ ຈະເປັນ “Brexit ຄູນ 50” ຊຶ່ງໝາຍເຖິງຜົນການລົງປະຊາ ມະຕິຂອງອັງກິດ ທີ່ບໍ່ໜ້າເຊື່ອເລີຍ ເມື່ອຕົ້ນປີນີ້ ເພື່ອອອກຈາກສະຫະພາບຢູໂຣບນັ້ນ. ທ່ານ Trump ໄດ້ກ່າວຢູ່ໃນລັດ Pennsylvania ກ່ອນໜ້າຈະເຂົ້າໄປຍັງລັດ Virginia ໂດຍບອກພວກສະໜັບສະໜູນຢູ່ທີ່ນັ້ນ ວ່າ ທ່ານນາງ Clinton ເປັນ “ຜູ້ທີ່ຂີ້ສໍ້ທີ່ສຸດ” ທີ່ລົງສະໝັກແຂ່ງຂັນເປັນປະທານາທິບໍດີ ໃນສະຫະລັດ.

“ການສືບສວນສອບສວນທັງຫຼາຍ ໃນການກໍ່ອາຊະຍາກຳຂອງທ່ານນາງ ຈະມີຢູ່ ຕໍ່ໄປເລື້ອຍໆ ເປັນເວລາຍາວນານ” ນັ້ນແມ່ນຄຳເວົ້າຂອງທ່ານ Trump ແລະ ທ່ານເວົ້າຕື່ມວ່າ ບັນດາຜູ້ມີສິດປ່ອນບັດ ຈະ “ຕັດສິນຄວາມຍຸຕິທຳ” ດ້ວຍຄະແນນສຽງ ຂອງພວກເຂົາເຈົ້າ.

Obama Urges North Carolina to Vote
please wait

No media source currently available

0:00 0:01:06 0:00

XS
SM
MD
LG