ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ເດີນທາງ ໄປຢ້ຽມຢາມ ປະເທດອິນເດຍ


OBAMA INDIA VO
please wait
Embed

No media source currently available

0:00 0:00:31 0:00

ປະນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ອອກເດີນທາງ
ໄປຍັງອິນເດຍໃນມື້ວັນເສົາມື້ນີ້ເພື່ອເຈລະຈາຫາລືກັບນາຍົກລັດ
ຖະມົນຕີ Narendra Modi ກ່ຽວກັບ ການປ່ຽນແປງຂອງດິນຟ້າ
ອາກາດ ແລະຄວາມສຳພັນທາງດ້ານເສດຖະກິດ.

ທ່ານໂອບາມາ ເປັນປະທານາທິບໍດີຄົນທຳອິດຂອງສະຫະລັດ ທີ່
ໄດ້ໄປຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດຂອງອິນເດຍ
ໃນວັນທີ 26 ມັງກອນຊຶ່ງເປັນຂີດໝາຍທີ່ລັດຖະທຳມະນູນຂອງປະ
ເທດໃນເຂດເອເຊຍໃຕ້ດັ່ງກ່າວເລີ້ມມີຜົນບັງຄັບໃຊ້ໃນປີ 1950.

ພວກຜູ້ນຳທັງສອງໄດ້ສ້າງຄວາມເປັນມິດຕໍ່ກັນ ເວລາທ່ານ Modi ເດີນທາງມາຢ້ຽມຢາມ ນະຄອນຫຼວງວໍຊິງຕັນໃນປີກາຍນີ້. ຜູ້ນຳອິນເດຍໄດ້ເຊື້ອເຊີນປະທານາທິບໍດີ ແລະສະຕີ ໝາຍເລກນຶ່ງ ເປັນແຂກຂອງທ່ານ ໄປຮ່ວມໃນພິທີດັ່ງກ່າວນີ້.

ການເດີນທາງໄປຢ້ຽມຢາມປະເທດອິນເດຍ ຂອງປະທານາທິບໍດີ ແມ່ນຮວມທັງການພົບ
ປະສຸດຍອດສອງຝ່າຍ ແລະການເຈລະຈາດ້ານເສດຖະກິດ ລະຫວ່າງບັນດາຜູ້ນຳທຸລະ ກິດຂອງສະຫະລັດແລະອິນເດຍ.

ປະທານາທິບໍດີຍັງມີແຜນການ ທີ່ຈະໄປໄປຢ້ຽມຢາມປາສາດ Taj Mahal ທີ່ມີຊື່ສຽງໂດ່ງ ດັງໃນມື້ວັນອັງຄານແຕ່ໄດ້ຍົກເລີກແຜນການເຫຼົ່ານັ້ນເພື່ອເດີນທາງໄປຊາອຸດີອາຣາເບຍ ຫຼັງຈາກກະສັດ ຂອງປະເທດດັງກ່າວສິ້ນພະຊົນ. ທຳນຽບຂາວກ່າວໃນຖະແຫລງການສະ ບັບນຶ່ງໃນວັນເສົາມື້ນີ້ວ່າ ປະທານາທິບໍດີ ຈະເດີນທາງອອກຈາກອິນເດຍ ຫລັງຈາກກ່າວ ຄຳປາໄສແລ້ວໆ ໃນມື້ວັນອັງຄານ. ຮອງປະທານາທິບໍດີ Joe Biden ຊຶ່ງມີກຳນົດ ຈະນຳ ພາຄະນະຜູ້ແທນສະຫະລັດໄປຍັງນະຄອນຫຼວງຣິຢາດນັ້ນຈະຢູ່ທີ່ນະຄອນຫຼວງວໍຊິງຕັນ.

ທ່ານ C. Raja Mohan ນັກວິເຄາະຄົນສຳຄັນຂອງມູນນິທິສັງເກດການຄົ້ນຄວ້າຊຶ່ງເປັນ ອົງການວິໄຈຂອງອິນເດຍ ກ່າວວ່າ:

“ມັນບໍ່ແມ່ນເລື້ອຍໆ ທີ່ປະທານາທິບໍດີຂອງສະຫະລັດ ມາຢ້ຽມຢາມປະເທດອິນເດຍເພື່ອ
ເຂົ້າຮ່ວມໃນພິທີສະເຫລີມສະຫລອງວັນສາທາລະນະລັດ. ດ້ວຍເຫດນີ້ສັນຍາລັກຈຶ່ງຢູ່ທີ່
ນັ້ນ ມັນຈະມີໂອກາດໃນການຖ່າຍຮູບກັນຢ່າງຫຼວງຫຼາຍ ແຕ່ໃນຂະນະດຽວກັນເລື່ອງນິວ ເຄລຍ ເລື່ອງປ້ອງກັນປະເທດ ເລື່ອງການປ່ຽນແປງຂອງດິນຟ້າອາກາດ ມັນຈະມີຄວາມ ພະຍາຍາມຢ່າງສຳຄັນ ເພື່ອໃຫ້ບັນລຸການເຂົ້າໃຈກັນໃໝ່.”

ອິນເດຍໄດ້ສົ່ງເຈົ້າໜ້າທີ່ຮັກສາຄວາມສະຫງົບປະມານ 50,000 ຄົນ ອອກປະຕິບັດງານ ຢູ່ທົ່ວນະຄອນຫລວງນິວເດລີ ແລະໄດ້ສັ່ງໃຫ້ຕັ້ງເຂດຫ້າມບິນຂຶ້ນ ໃນລະຫວ່າງການເດີນ ສວນສະໜາມ ໃນມື້ວັນຈັນຈະມານີ້.

XS
SM
MD
LG