ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ໂອ​ບາ​ມາ ​ສະເໜີ​ ຮ່າງ​ງົບປະມານ ມູນຄ່າ 4 ພັນ​ຕື້​ໂດ​ລ່າ​ ຕໍ່ລັດຖະສະພາ


US Budget CNPK 5.1
please wait
Embed

No media source currently available

0:00 0:01:49 0:00

ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ສົ່ງ​ຮ່າງ
​ງົບປະມານມູນຄ່າ 4 ພັນ​ຕື້​ໂດ​ລ່າ​ໄປໃຫ້ລັດ ຖະສະພາ ທີ່​ຮຽກ
ຮ້ອງ​ໃຫ້​ມີ​ການ​ຂຶ້ນພາສີ​ ຕໍ່​ພວກ​ທີ່​ລ້ຳ​ລວຍ​ໃນ​ປີ 2016 ຍຸດຕິ
ຂໍ້ບັງຄັບໃຫ້​ຕັດ​ການ​ໃຊ້​ຈ່າຍ​ລົງ ​ແລະ​ເພີ້​ມຄວາມ​ຊ່ອຍ​ເຫຼືອຕໍ່
​ພວກຄົນ​ຊັ້ນກາງ​ ທີ່ຕ້ອງການການຊ່ອຍເຫຼືອທາງ ດ້ານການ
ເງິນນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີສັງກັດ​ພັກ​ເດ​ໂມ​ຄຣັດ ​ໄດ້​ຮັບຮູ້ວ່າ ຂໍ້ສະເໜີຂອງທ່ານຈຳນວນ ນຶ່ງ ​ຈະ​ປະ​ເຊີນໜ້າ ກັບ​ການຄັດຄ້ານ
ຢ່າງແຂງຂັນ ຈາກ​ພັກຣິພາ​ບລິ​ກັນ​ໃນ​ລັດຖະສະພາ. ​ແຕ່​ ທ່ານ​ໄດ້
​ກ່າວ​ວ່າ ປະເທດຊາດແມ່ນມີພື້ນຖານໃນການເລືອກທີ່ຈະນຳພາ
ປະເທດໄປໃນທິດທາງທີ່ພວກເຮົາຕ້ອງການທີ່ຈະເປັນ.

Obama to Unveil Proposed Federal Budget
please wait

No media source currently available

0:00 0:02:48 0:00

ປະທານາທິບໍດີໂອບາມາ ໄດ້​ຖາມ​ພວກ​ພະນັກງານກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ
ຂອງ​ສະຫະລັດ ກຸ່ມນຶ່ງວ່າ: “ພວກ​ເຮົາ​ຈະ​ຍອມຮັບເອົາ​ເສດຖະກິດ​ທີ່​ມີ​ພຽງ​ແຕ່ບໍ່ເທົ່າໃດ​ຄົນເທົ່າ​ ນັ້ນຂອງພວກເຮົາ ໄດ້ປະສົບ ຄວາມສຳເລັດທີ່ດີເລີດ, ຫຼື​ວ່າ ພວກ​ເຮົາ​ຄວນ​ທີ່​ຈະພັດທະນາ​ການ​ເສດຖະກິດ ບ່ອນ​ທີ່ທຸກ​ຄົນ​ທີ່​ເຮັດ​ວຽກ​ຢ່າງ​ແຂງ​ຂັນນັ້ນ ຈະ​ໄດ້​ມີ​ໂອກາດ​ກ້າວໜ້າ."

Chart ຂອງການໃຊ້ຈ່າຍຂອງລັດຖະບານ ປີ 2015
Chart ຂອງການໃຊ້ຈ່າຍຂອງລັດຖະບານ ປີ 2015

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “ດ້ວຍ ​ການ​ເສດຖະກິດ​ຂອງ​ສະຫະລັດ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ທີ່​ກຳລັງ​ ສືບ​ຕໍ່​ປັບປຸງ, ທ່ານ​ໂອ​ບາ​ມາ ຮຽກຮ້ອງ​ການ​ຂຶ້ນ​ພາສີ ພຽງ​ຄັ້ງ​ດຽວ​ ຈຳນວນ 14 ສ່ວນ​ຮ້ອຍ​ຂອງ​ຜົນ​ກຳ​ໄລ​ຂອງ​ບັນດາ​ບໍລິ​ສັດທີ່​ປະກອບ​ກິດຈະ​ການ​ໃນ​ຕ່າງປະ​ເທດ.”

ເງິນພາສີໃນ​ຈຳນວນ​ເກືອບ 500 ພັນລ້ານ​ໂດ​ລ່າ ທີ່​ວ່າ​ນີ້ ຈະ​ນຳໄປ​ໃຊ້​ຈ່າຍ​ໃນ​ການ​ປັບປຸງ ຖະໜົນ​ຫົນທາງ​ໃນ​ທົ່ວ​ປະ​ເທດ ຂົ່ວຕ່າງໆ​ທີ່​ຊຸດ​ໂຊມ​ລົງ​ນັ້ນ ​ແລະ​ໂຄງ​ລ່າງ​ພື້ນຖານ​ທີ່​ສຳຄັນ ​ໃນ​ຂະນະ​ທີ່​ເງິນພາສີສ່ວນໃຫຍ່​ຂອງ​ພວກ​ທີ່​ຮ່ັງມີໃນ​ຈຳນວນ 300 ພັນ​ລ້ານ ​ແມ່ນຈະນຳໄປ​ຊ່ອຍ​ສະໜັບສະໜຸນການຫລຸດພາສີ​ໃຫ້ແກ່ພວກທີ່ມີລາຍໄດ້ຕ່ຳແລະ​ ລາຍໄດ້ປານກາງ​.

XS
SM
MD
LG