ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ໂອບາມາ ຈະກ່າວຕໍ່ ສປຊ ວ່າ ຄວາມຮຸນແຮງ ແມ່ນເປັນທີ່ຮັບບໍ່ໄດ້


ປະທານທິບໍດີສະຫະລັດ ທ່ານ Barack Obama
ປະທານທິບໍດີສະຫະລັດ ທ່ານ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ຈະ​ກ່າວ
​ເຖິງຄວາມ​ຮຸນ​ແຮງ​ທີ່​ຕາ​ເວັນ​ອອກກາງ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​
ການ​ປະ​ເຊີນ​ໜ້າດ້ານ​ນິວ​ເຄລຍ ກັບອີຣ່ານ ​ເວລາ​ທ່ານ​ກ່າວ​
ຄຳ​ປາ​ໄສຢູ່​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງການ​ສະຫະ​ປະ
ຊາ​ຊາດ ​ໃນ​ວັນ​ອັງຄານ​ມື້​ນີ້.

​ຢູ່ໃນ​ຂໍ້ຄວາມ​ຕອນ​ນຶ່ງ​ໃນ​ຄຳ​ປາ​ໄສຂອງ​ທ່ານ ທີ່ນຳ​ອອກ​ເຜີ​ຍ​ແຜ່​ໂດ​ຍທໍາ​ນຽບ ຂາວ ປະທານາທິບໍດີໄດ້​ປະນາ​ມຄວາມ​ຮຸນ​ແຮງ ​ທີ່​ແຜ່​ຂະ​ຫຍາ​ຍ​ ໄປ​ທົ່ວ​ບັນດາປະ​ເທດ​
ມຸສລິ​ມ ຍ້ອນ​ຮູບ​ເງົາ ​ທີ່​ເຍາະ​ເຍີ້ຍພະສາດສະດາ Mohammad. ຄວາມ​ຮຸນ​ແຮງ​ ຮວມ​ທັງ​ການ​ໂຈມ​ຕີກົງ​ສຸນ​ສະຫະລັດທີ່​ເມືອງ Benghazi ທີ່​ນຳໄປ​ສູ່​ການ​ສັງຫານເອກ​ອັກຄະ​ລັດ​ທະ​ທູດສະຫະລັດ ທ່ານ Christopher Stevens ​ແລະບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດສະຫະລັດ​ອີກ​ສາມ​ຄົນ.

ທ່ານ Obama ຈະ​ກ່າວ​ຕໍ່​ບັນດາຜູ້ຕາງໜ້າປະ​ເທດ​ຕ່າງໆ​ທີ່​ໄປ​ຮ່ວມ​ກອງ​ປະຊຸມ ສະຫະ​ປະຊາ​ຊາດວ່າ ການ​ໂຈມ​ຕີສະຖານທູດ​ຂອງສະຫະລັດ ທີ່ລີ​ເບຍ ​ແລະແຫ່ງອື່ນໆ​ນັ້ນ ​ແມ່ນ “ການ​ໂຈມ​ຕີ​ຕໍ່ຫຼັກອຸດົມ​ການຂອງ​ສະຫະປະຊາ​ຊາດທີ່​ໄດ້​ກໍ່​ຕັ້ງ​ຂື້ນມາ.”

ທ່ານ​ໄດ້​ເຕືອນອີຣ່ານວ່າ ​ໃນ​ຂະນະທີ່ “ຍັງ​ມີ​ເວລາ​ແລະໂອກາດ” ເພື່ອ​ເປີດ​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ຕົນ​ນັ້ນ “​ເວລາ​ດັ່ງກ່າວ ບໍ່​ແມ່ນ​ວ່າບໍ່ ຈໍາ​ກັດ.” ທ່ານ​ໄດ້​ເນັ້ນໜັກ​ວ່າ ສະຫະລັດ ຈະ​ທໍາ​ທຸກ​ວິ​ທີ​ທາງ​ເທົ່າ​ທີ່​ຕົນ​ທໍາ​ໄດ້ “​ເພື່ອປ້ອງ​ກັນບໍ່​ໃຫ້ອີ​ຣ່ານ
ສາມາດ​ຜະ​ລິດ​ອາວຸດ​ນິວ​ເຄລຍ​.”
XS
SM
MD
LG