ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ຮຽກຮ້ອງ​ ໃຫ້​ມຽນມາ​ ເລັ່ງລັດ ການ​ປະຕິ​ຮູບ​ ປະຊາທິປະໄຕ


ປະທານາທິບໍດີ ບາຣັກ ໂອບາມາ ຖະແຫຼງຕໍ່ກອງປະຊຸມສຸດຍອດ ອາຊ່ຽນ-ສະຫະລັດ ຄັ້ງທີ 2 ທີ່ນະຄອນຫຼວງເນປີດໍ (13 ພະຈິກ 2014)
ປະທານາທິບໍດີ ບາຣັກ ໂອບາມາ ຖະແຫຼງຕໍ່ກອງປະຊຸມສຸດຍອດ ອາຊ່ຽນ-ສະຫະລັດ ຄັ້ງທີ 2 ທີ່ນະຄອນຫຼວງເນປີດໍ (13 ພະຈິກ 2014)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເຂົ້າ​ຮ່ວ​ມກອງ
​ປະຊຸມ​ສຸດ​ຍອດ​ຂອງ​ຂົງ​ເຂດ ​ໃນ​ມຽນມາ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ສະຫະ
ລັດ ກ່າວ​ວ່າ ທ່ານ​ຈະ​ໄດ້​ນຳ​ເອົາ​ເລື້ອງທີ່ຫຼໍ່​ແຫຼມກ່ຽວ​ກັບ​ສິດທິ​ມະ
ນຸດ ແລະຂັ້ນ​ຕອນ​ການດຳ​ເນີນ​ງານໄປສູ່ປະຊາທິປະ​ໄຕ​ຂອງ​ປະ​
ເທດດັ່ງກ່າວ ທີ່ມີການຊັກຊ້ານັ້ນ ຂຶ້ນມາຫາລືກັນ.

ກ່ອນ​ໜ້າ​ກອງ​ປະຊຸມ​ສຸດຍອດ ໃນ​ວັນ​ພະຫັດ​ມື້​ນີ້ ຮອງ​ທີ່​ປຶກສາ​ດ້ານ​ຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານ Ben Rhodes ​ໄດ້​ກ່າວ​ວ່າ ປະທານາທິບໍດີ “ມີຄວາມ​ເປັນ​ຫວ່ງໜັກ” ກ່ຽວ​ກັບ​ຈັງຫວະຂອງການ​ປະຕິ​ຮູບ​ໃນ​ມຽນມາ.

​ລັດຖະບານພົນລະ​ເຮືອນ ແຕ່ພຽງໃນນາມ ໄດ້​ຂຶ້ນ​ກຳ​ອຳນາດ​ໃນ​ປີ 2011 ທີ່​ເຮັດໃຫ້ການ​ປົກ​ ຄອງ​ແບບ​ຜະ​ເດັດ​ການຂອງພວກທາງທະຫານ​ ທີ່​ດຳ​ເນີນ​ມາ​ນານ​ກວ່າ 5 ທົດ​ສະ​ວັດ​ນັ້ນ ​ສິ້ນ​ສຸດ​ລົງ ແຕ່ກໍຍັງປະເຊີນກັບບັນຫາຕ່າງໆທີ່ຝັງຮາກເລິກ ຮວມທັງການປະຕິບັດຕໍ່
ພວກຊົນກຸ່ມນ້ອຍຂອງປະເທດນັ້ນ.

ໃນລະຫວ່າງການພົບປະກັບປະທານາທິບໍດີ ທ່ານ Thein Sein ໃນວັນພະຫັດມື້ນີ້ ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ຈະ​ນຳ​ເອົາ​ບັນຫາ​ຂອງ​ຊາວມຸສລິມ​ໂຣຮິງ​ຢາ ​ທີ່ໄດ້
ຖືກປະ ຕິ​ເສດບໍ່​ໃຫ້​ໄດ້ຮັບສັນຊາດ ​ແລະ​ປະ​ເຊີນ​ກັບ​ຂໍ້ຈຳກັດຮັດແຄບ​ຫຼາຍ​ໆຢ່າງ​ນັ້ນ ຂຶ້ນມາຫາລື.

ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ທ່ານ ​ໂອ​ບາ​ມາ​ ຈະ​ເດີນທາງ​ໄປ​ຍັງ​ນະ​ຄອນ​ຢ້າງ​ກຸ້ງ ບ່ອນທີ່​ທ່ານຈະ​ພົບ​ປະ​ກັບ​ຜູ້ນຳ​ຝ່າຍ​ຄ້າ​ນ ​ແລະ​ທ່ານ​ນາງ Aung San Suu Kyi ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິ
ປະ​ໄຕ ມາເປັນເວລາດົນນານແລ້ວນັ້ນ.

ການ​ຢ້ຽມຢາມ​ດັ່ງກ່າວ​ນີ້ ແມ່ນ​ມີ​ຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຂອງສະມາຄົມ
ບັນດາປະ ຊາຊາດໃນເຂດ​ເອ​ເຊຍ​ອາຄະ​ເນ ຫຼື ASEAN. ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ມຽນມາ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດຍອດປະຈຳ​ປີ​ດັ່ງກ່າວ.

XS
SM
MD
LG