ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ແຕ່ງຕັ້ງ ນາຍພົນ Joseph Dunford ເປັນປະທານ ເສນາທິການຮ່ວມ


ນາຍພົນ Joseph Dunford ເວລາຍັງເປັນ ຜູ້ບັນຊາການ ນຳພາກຳລັງປະສົມ ໃນອັຟການິສຖານ. ,
ນາຍພົນ Joseph Dunford ເວລາຍັງເປັນ ຜູ້ບັນຊາການ ນຳພາກຳລັງປະສົມ ໃນອັຟການິສຖານ. ,

ເປັນ​ທີ່ຄາດກັນ​ວ່າ ​ປະທານາທິບໍດີສະຫະລັດ ທ່ານ Barack
Obama ຈະ​ແຕ່ງ​ຕັ້ງ​ນາຍພົນ ນາວິກະ​ໂຍທິນ ທ່ານ Joseph
Dunford ​ໃຫ້​ເປັນ ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບ
ສະຫະລັດ ​ໃນ​ວັນ​ອັງຄານ​ມື້​ນີ້ ​ແທນນາຍ​ພົນ Martin
Dempsey ​ໃນ​ຖານະ​ເປັນທີ່​ປຶກສາ​ດ້ານ​ທະຫານ​ສຸງສຸດ​ຂອງ​
ປະ​ເທດ.

ນາຍພົນ Dunford ປັດຈຸ​ບັນ​ນີ້​ ​ເປັນ​ຜູ້​ບັງຄັບ​ບັນຊາກອງທັບ
ນາວິກະ​ໂຍທິນ ຫລື Marines ຊຶ່ງ​ເປັນຕຳ​ແໜ່​ງທີ່​ທ່ານ​ໄດ້​ເຂົ້າ​
ຮັບ​ໃຊ້ໃນ​ທ້າຍປີ​ກາຍ​ນີ້. ກ່ອນ​ໜ້າ​ນັ້ນ ທ່ານ Dunford ອາຍຸ
59 ປີ ​ໄດ້​ເປັນ​ຜູ້​ບັນຊາ​ການທະຫານສະຫະລັດ ​ແລະ​ກຳລັງ
​ປະສົມ​ນາໆ​ຊາດ​ທັງ​ໝົດ ຢູ່​ໃນອັຟກາ​ນິສຖານ ຈາກ​ປີ 2013
ຫາ 2014 ໂດຍ​ໄດ້​ກຳກັບ​ເບິ່ງ​ນຳ ການ​ຖອນ​ກຳລັງທະຫານ
ສະຫະລັດ ອອກ​ ທີ່​ຍັງ​ດຳ​ເນີນ​ມາ​ຢູ່​ນັ້ນ ແລະ​ມອບໂອນການ​ປະຕິບັດ​ງານ​ດ້ານຄວາມ
​ປອດ​ໄພ ​ໄປ​ໃຫ້​ກອງກຳລັງອັຟການິສຖານ. ທ່ານ​ຍັງ​ໄດ້​ນຳພາ ທິມສູ້​ລົບຂອງທະຫານ
​ນາວິ​ກະ​ໂຍ​ທິນ ລະຫວ່າງການ​ບຸກລຸກ ອີຣັກ​ໃນ​ປີ 2003 ທີ່​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຊື່ນ້ອຍ
ວ່າ “Fighting Joe.”

ທ່ານ Dunford ​ເປັນ​ຊາວ​ນະຄອນ Boston ​ໄດ້​ເຂົ້າ​ຮັບ​ໃຊ້​ໃນ​ກອງທັບ​ນາວິກະ​ໂຍທິນ
​ໃນ​ປີ 1977. ທ່ານ​ຈະ​ເປັນ​ນາຍທະຫານ​ນະວິ​ກະໂຍທິນ ຄົນ​ທີ່​ສອງ​ເທົ່າ​ນັ້ນ ທີ່​ໄດ້ເຂົ້າ​ຮັບ
ຕຳ​ແໜ່​ງ ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບ ສະຫະລັດ ຫລັງ​ຈາກ​ການ ນາຍ​ພົນ
Peter Pace ທີ່​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ໄປ​ແລ້ວ ຊຶ່ງ​ທ່ານໄດ້​ກຳ​ຕຳ​ແໜ່​ງນີ້ ຈາກ​ປີ 2005 ຫາ 2007.

ນອກ​ນັ້ນ ທ່ານ Obama ຍັງ​ຈະ​ສະ​ເໜີ​ແຕ່ງ​ຕັ້ງ ນາຍ​ພົນກອງທັບອາກາດ Paul Silva ໃຫ້ເປັນ​ຮອງ ປະທານ​ເສນາ​ທິການ​ຮ່ວມ ​ໃນ​ວັນ​ອັງຄານ​ມື້​ນີ້​ເຊັ່ນ​ກັນ. ທ່ານ Silva ​ນັກ​ບິນທີ່​ຊ່ຽວຊານ ປັດ​ຈຸ​ບັນ​ນີ້ ​ເປັນ​ຫົວໜ້າ ກອງ​ບັນຊາ​ການ​ຂົນ​ສົ່ງ ສະຫະລັດ ທີ່​ຖານ​ທັບ
ອາກາດ Scott ​ໃນລັດ Illinois ​ທາງ​ພາກ​ກາງ​ ​ຂອງສະຫະ​ລັດ.

US Joint Chief Of Staff
please wait

No media source currently available

0:00 0:00:58 0:00

XS
SM
MD
LG