ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Obama ເດີນທາງ ໄປຢ້ຽມຢາມ ເຄັນຢາ ແລະ ເອທີໂອ​ເປຍ


Obama to Highlight Counterterrorism on Africa Visit
please wait

No media source currently available

0:00 0:02:48 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ອອກ​ເດີນ
ທາງ​ໃນ​ວັນ​ພະຫັດມື້​ນີ້ ​ໄປ​ຍັງ​ປະ​ເທດເອທິ​ໂອ​ເປຍ ​ແລະ​ເຄນ​ຢາ
ບ້ານ​ເກີີດ​ບິດາ​ຂອງ​ທ່ານ ​ໃນ​ຂະນະ​ທີ່​ທ່ານເນັ້ນຢ້ຳເຖິງ​ການ
​ເຕີບ​ໂຕ ໃນການພົວພັນ​ດ້ານເສດຖະກິດຂອງສະຫະລັດ
ທີ່​ເຊື່ອ​ມ​ໂຍງກັບ​ເຂດໃຕ້ທະເລຊາຍ Sahara ໃນ Africa.

ທ່ານຈະ​ເດີນ​ທາງ​ໄປ​ເຖິງ ປະ​ເທດ​ເຄນ​ຢາ​ໃນ​ວັນ​ສຸກ​ມື້ອຶ່ນນີ້
ບ່ອນ​ທີ​ທ່ານ​ຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ຜູ້​ບໍລິຫານ
​ທຸລະ​ກິດ​ໂລກ​ ທີ່​ນະຄອນ​ໄນ​ໂຣບີ. ຫລັງ​ຈາກ​ນັ້ນ ​ຕໍ່​ຈາກນັ້ນ
ທ່ານ​ຈະເປັນປະທານາທິບໍດີອາ​ເມຣິກັນຄົນ​ທຳ​ອິດໄປຢ້ຽມ
ຢາມ​ປະ​ເ​ທດ​ເອທີໂອ​ເປຍ.


ບັນດາ​ກຸ່ມ​ປົກປ້ອງສິດທິ​ມະນຸດ​ໄດ້​ຕິຕຽນການ​ເດີນທາງ​ຂອງປະ​ທາ​ນາ​ທິບໍດີ Obama ​
ໄປ​ປະ​ເທດເອທິ​ໂອ​ເປຍ ​ເພາະວ່າປະ​ເທດ​ດັ່ງກ່າວຕໍ່ການຮັບມືກັບ ພວກຄັດຄ້ານທາງ
ການເມືອງ.

ໃນ​ຕອນແລງວັນ​ພຸດວານນີ້ ທ່ານ Obama ​ໄດ້​ກ່າວ​ກຽ່ວກັບ​ການ​ຄ້າກັບອາ​ຟຣິກາ ​ຢູ່ພິທີ​ຕ້ອນຮັບທີ່ທຳນຽບຂາວເພື່ອເປັນ​ຂີດ​ໝາຍສຳຄັນໃນການ​ລົງ​ນາມກ່ຽວ ກັບການ​ເຕີບ​ໂຕ​ແລະໂອກາດຂອງອາຟຣິກາ. ທ່ານ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ອາ​ຟຣິກາແມ່ນມີ​ການ​ທ້າ​ທາຍ ແຕ່ອາ​ຟຣິກາ ກໍ​ເປັນ​ບ່ອນ​ສຳຄັນ​ທີ່​ມີ​ຕະຫລາດ​ເຕີບ​ໂຕໄວ​ທີ່​ສຸດແຫ່ງນຶ່ງຢູ່​ໃນ​ໂລກ. ທ່ານກ່າວ​ວ່າ ທະວີບດັ່ງກ່າວ​ໄດ້​ມີ​ໂອກາດ​ທີ່​ຈະ​ເປັນສູນ​ກາງ​ເສດຖະກິດຂອງໂລກໃນຂັ້ນ​ຕໍ່​ໄປ​.

ທ່ານກ່າວ​ວ່າ ກົດໝາຍ​ການ​ຄ້າ​ດັ່ງກ່າວ ຈະ​ສືບ​ຕໍ່ຊຸກຍູ້ໃຫ້ມີ​ການ​ປົຄອງ​ທີ່​ດີ ມີສິດທິດ້ານ​ແຮງ​ງານ ​ແລະ​ສິດທິ​ມະນຸດ ຢູ່​ໃນ​ອາ​ຟຣິກາ.

​ໃນ​ເດືອນ​ແລ້ວ​ນີ້ ທ່ານ Obama ​ໄດ້​ເຊັນ​ຕໍ່ອາຍຸ​ 10 ປີ ໃຫ້ແກ່ອຳນາດການ​ຄ້າ​ທີ່​ສຳຄັນ​ຂອງປະ​ເທດ ກັບອາ​ຟຣິກາ ຊຶ່ງເປັນການດຳເນີນຄວາ​ມ​ພະຍາບາມ​ເປັນ​ເວລາ 15 ປີ​ ເພື່ອຊຸກຍູ້​ກາ​ນຄ້າຂອງສະຫະລັດ ​ແລະ​ອາ​ຟຣິກາ ​ທີ່ມີມູນຄ່າ 73 ພັນ​ລ້ານ​ໂດ​ລາ​ ໃນ​ປີ​ແລ້ວ​ນີ້ ກັບບັນຊີ​ການ​ສົ່ງ​ສິນຄ້າອອກ​ຂອງ ສະຫະລັດ ທີ່​ປະກອບເປັນຫຼາຍກວ່າເຄິ່ງນຶ່ງຂອງ
ຈຳນວນດັ່ງກ່າວ.

ຫລາຍກວ່າ 40 ປະເທດໃນເຂດໃຕ້ທະເລຊາຍ Sahara ສາມາດໄດ້ຮັບຜົນ ປະໂຫຍດ
ທາງດ້ານການຄ້າພາຍໃຕ້ກົດໝາຍດັ່ງກ່າວ ຊຶ່ງສ່ວນໃຫຍ່ຂອງສິນຄ້າ ນຳເຂົ້າຈາກອາຟຣິກາ ມາຍັງສະຫະລັດແມ່ນບໍ່ເສຍພາສີ. ສອງປະເທດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດແມ່ນ
ປະເທດສົ່ງອອກນ້ຳມັນອັງໂກລາ ແລະໄນຈີເຣຍ.

XS
SM
MD
LG