ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ສະຫະລັດ ພົບ​ປະ​ກັບ ​ປ. Tunisia ທີ່​ທຳນຽບຂາວ ​


US Tunisia
please wait
Embed

No media source currently available

0:00 0:00:42 0:00

ປະທານາ​ທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ພົບ​ປະ​ກັບ
ທ່ານ Beji Caid Essebsi ​ປະທານາທິບໍດີ Tunisia ທີ່​ທຳນຽບ
ຂາວ ​ເພື່ອ​ຊ່ອຍ​ເນັ້ນ​ໃຫ້ເຫັນເຖິງການ​ສະໜັບສະໜຸນຂອງ
​ວໍ​ຊີງ​ຕັນ ຕໍ່​ການປ່ຽນ​ແປງ​ແບບປະຊາທິປະ​ໄຕ​ຂອງ​ປະ​ເທດ​ດັ່ງກ່າວ.

ປະທານາທິບໍດີ Essebsi ​ໄດ້​ຂຶ້ນ​ກຳ​ອຳນາດ ຫຼັງ​ຈາກ​ທີ່​ທ່ານ​
ໄດ້​ຮັບໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ຢ່າງ​ເປັນ​ປະຫວັດ​ການ​
​ໃນ​ເດືອນ​ທັນວາ​ຜ່ານ​ມາ​ນີ້.

​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ປະທານາທິບໍດີ​ ຈະ​ໂອ້​ລົມ​ສົນທະນາ
​ກັນກ່ຽວ​ກັບ​ການ​ເພີ້​ມການຊ່ອຍເຫລືອທາງດ້ານທະຫານສະຫະລັດ ​ແລ​ະ ດ້ານ​ເສດ​ຖະ​ກິດ ​ຕໍ່ Tunisia ຊຶ່ງ​ພວມ ຮັບມືກັບ ການ​ບໍ່ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ພວກ​ເຍົາວະ​ຊົນເປັນຈຳນວນ​ຫຼວງ​ຫຼາຍ​ ພ້ອມ​ທັງ​ການ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ​ຂອງ​ຂົງ​ເຂດ​ນຳ.

ປະທານາທິບໍດີ​ທີ່ປົກ​ຄອງ​ປະ​ເທດ​ມາເປັນເວລາດົນນານ​ທ່ານ Zine El-Abidine Ben Ali ໄດ້​ຖືກ​ໂຄ່ນ​ລົ້ມ​ໂດຍພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ໃນ​ປີ 2011 ທີ່​ໄດ້​ສົ່ງ​ແຮງດົນໃຈ ກໍ​ໃຫ້​ເກີດມີ​ການ​ລຸກ​ຮື​ຂຶ້ນຂອງຊາວ​ອາຣັບໃນລະດູບານໃໝ່ ຫລື Arab Spring ​ໃນ​ທົ່ວ​ອາ​ຟຣິກາ​ເໜືອ​ແລະ​ຕາ​ເວັນ​ອອກ​ກາງ.

ນັບ​ແຕ່​ນັ້ນ​ມາ ປະ​ເທດ​ດັ່ງກ່າວ ​ໄດ້​ຮັບ​ຜົນສຳ​ເລັດ​ໃນການ​ເລືອກ​ຕັ້ງຫຼາຍຮອບ ​ເຖິງ​ແມ້ນ​ວ່າ ​ໄດ້​ເກີດ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ແດ່​ກໍຕາມ ບັນດາພັກການເມືອງຕ່າງໆທັງທີ່ຍຸ່ງກ່ຽວແລະ ບໍ່ຍຸ່ງກ່ຽວກັບສາສະໜາອິສລາມ ສ່ວນໃຫຍ່ແລ້ວແມ່ນ​ໄດ້​ພາກັນ​ຫຼີກ​ເວັ້ນຈາກຄວາມ​ຮຸນ​ແຮງ ຊຶ່ງ​ມັນ​ໄດ້​ແຜ່​ລາມ​ໄປ​ທົ່ວ​ບັນດາ​ປະ​ເທດອາຣັບທີ່ມີການລຸກຮືຂຶ້ນອື່ນ​ໆ.​

XS
SM
MD
LG