ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ໂຈມຕີ ໂຮງກັ່ນນ້ຳມັນໃຫຍ່ ໃນ ອີຣັກ (ສະໄລດ໌/ວີດີໂອ )


ຊາວຊີໄອທ໌ອາສາສະມັກເຂົ້າເປັນທະຫານໃນກອງທັບ ເພື່ອສູ້ລົບກັບພວກຫົວຮຸນແຮງຊຸນນີ່ ພ້ອມດ້ວຍອາວຸດ ທີ່ນະຄອນຫຼວງແບັກແດດ (18 ມິຖຸນາ 2014)
ຊາວຊີໄອທ໌ອາສາສະມັກເຂົ້າເປັນທະຫານໃນກອງທັບ ເພື່ອສູ້ລົບກັບພວກຫົວຮຸນແຮງຊຸນນີ່ ພ້ອມດ້ວຍອາວຸດ ທີ່ນະຄອນຫຼວງແບັກແດດ (18 ມິຖຸນາ 2014)
ພວກ​ຫົວຮຸນແຮງອິສລາມ​ນິກາຍ​ຊຸນ​ນີ ​ໄດ້​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ
ມັນ​ໃຫຍ່​ແຫ່ງ​ນຶ່ງ​ຂອງ​ອີຣັກ ​ໂດຍ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​
ໃຫຍ່ ​ໃນ​ການ​ເພີ່ມທະວີ​ ການ​ໂຈມ​ຕີ​ຮອບຫຼ້າ​ສຸດຂອງ​ກຸ່ມ​ດັ່ງ
ກ່າວທີ່​ຮວມທັງ​ການ​ຍຶດ​ເອົາເຂດ​ແດນ ​ໃນ​ທົ່ວ​ພາກ​ເໜືອ​ຂອງ​
ອີຣັກ.

ພວກ​ຫົວ​ຮຸນ​ແຮງ​ ໄດ້​ປະ​ທະ​ກັນ​ກັບ​ກຳລັງ​ຮັກສາ​ຄວາມ​ປອດ​
ໄພ​ຂອງ​ຝ່າຍ​ລັດຖະບານ ​ທີ່​ໂຮງ​ກັ່ນ​ນ້ຳມັນ​ແຫ່ງ​ດັ່ງກ່າວ​ໃນ​
ວັນ​ພຸດ​ມື້​ນີ້​ໃນ​ເມືອງ Baiji ຊຶ່ງ​ຕັ້ງ​ຢູ່ໃນລະຫວ່າງກາງ ນະຄອນ
ຫລວງ​ແບັກ​ແດດ ກັບເມືອງ Mosul.
Iraq CNPK
please wait
Embed

No media source currently available

0:00 0:03:10 0:00

ພວກ​ຫົວ​ຮຸນ​ແຮງ​ໄດ້ເຂົ້າ​ຄວບ​ຄຸມ​ເມືອງ Mosul ​ໃນ​ສັບປະດາ​ແລ້ວ​ນີ້ ​ແລະ​ກະ
ຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ ລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ຄົນ​ງານ​ກໍ່ສ້າງ​ຊາວ
ອິນ​ເດຍ 40 ຄົນ ​ໄດ້​ຖືກ​ລັກພາ​ໂຕ​ໄປ​ຈາກ​ເມືອງ​ດັ່ງ​ກ່າວ.

ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ​ໄດ້ອອກ​ມາ​ຖະ​ແຫລ​ງຕໍ່​ປະຊາ
ຊົນ ​ທາງ​ໂທລະພາບ​ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ທ່ານ
ຈະ​ໂຈມ​ຕີ​ໂຕ້​ຕອບ​ຄືນຕໍ່​ການ​ກໍ່​ການ​ຮ້າຍ.
CN- Kerry: US Open to Cooperation With Iran to Help Iraq
please wait

No media source currently available

0:00 0:02:51 0:00

​ໃນ​ວັນ​ພຸດ​ມື້​ນີ້​ເຊັ່ນ​ກັນ ປະທານາທິບໍດີ Hassan Rouhani ​ແຫ່ງ​ອີຣ່ານ​ໄດ້​ໃຫ້​
ຄຳ​ໝັ້ນ​ສັນຍາ​ວ່າ ປະ​ເທດ​ຂອງ​ທ່ານ​ທີ່​ພົນລະ​ເມືອງ​ສ່ວນ​ໃຫຍ່​ເປັນຊາວ ​ມຸສລິ​ມ
ນິກາຍ Shi’ite ຈະ​ກະທຳ​ທຸກ​ສິ່ງ​ທຸກ​ຢ່າງ ​ທີ່​ຈຳ​ເປັນ ​ເພື່ອ​ປົກປ້ອງ​ສະຖານ​ທີ່​ສັກ
ສິດ​ ທາງ​ສາສະໜາ​ນິກາຍ Shi’ite ​ແຫ່ງ​ຕ່າງໆ​ໃນ​ອີຣັກ ຈາກ​ອັນ​ທີ່​ທ່ານ​ເອີ້ນ​
ວ່າ “ພວກ​ກໍ່​ການ​ຮ້າຍ” ນັ້ນ.
US Lawmakers Speak Out on Iraq Conflict, Offer Few Concrete Ideas
please wait

No media source currently available

0:00 0:03:07 0:00

​ໃນ​ວັນ​ພຸດ​ມື້​ນີ້​ເຊັ່ນ​ກັນ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະ ລັດ​ກຳນົດ
​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ລັດຖະສະພາ ​ເພື່ອ​ປຶກສາ​ຫາລື​ກັນ​ເລື້ອງ​ສະຖານະ​ການ
​ໃນ​ອີຣັກ ​ແລະ​ການ​ຕອບ​ໂຕ​ທີ່​ເປັນ​ໄປ​ໄດ້​ຕໍ່​ການ​ບຸກ​ຄືບ​ໜ້າ​ຂອງ​ພວກ​ຫົວ​ຮຸນ​ແຮງ​
ນັ້ນ.

ການ​ພົບ​ປະກັນ​ທີ່​ທຳນຽບຂາວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ​ກຳລັງ ພິຈາລະ
ນາ​ກ່ຽວກັບຄວາມ​ເປັນ​ໄປ​ໄດ້​ຕ່າງໆ ທີ່​ຮວມທັງ​ການ​ຊ່ອຍ​ເຫຼືອ​ແກ່​ພວກ​ກຳລັງ​
ຮັກສາ​ຄວາມ​ປອດ​ໄພ​ອີຣັກ ​ແລະ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ຂະນະ​ທີ່​ເນັ້ນ​
ເຖິງ​ຄວາມ​ຈຳ​ເປັນສຳ​ຫລັບຄວາມ​ສາມັກຄີ​ກັນທາງ​ດ້ານ​ການເມືອງ.
XS
SM
MD
LG