ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ຈະຕ້ອນຮັບ ອົງດາໄລ ລາມະ ທີ່ ທໍານຽບຂາວ (ວີ​ດີ​ໂອ)


ອົງດາໄລ ລາມະ ຜູ້ນໍາທາງດ້ານຈິດໃຈ ຊາວທິເບດ
ອົງດາໄລ ລາມະ ຜູ້ນໍາທາງດ້ານຈິດໃຈ ຊາວທິເບດ
ປະທານາທິບໍດີສະຫະລັດ ທ່ານ Barack Obama ຈະຕ້ອນຮັບ
ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ທາງ​ດ້ານ​ຈິດ​ໃຈຂອງຊາວທິເບດ ​ຢູ່ທີ່ທໍາ
ນຽບຂາວ ໃນ​ວັນ​ສຸກ​ມື້​ນີ້ ທັງໆທີ່ໄດ້ມີການເຕືອນຢ່າງແຮງ ຈາກ
ຈີນ.

ທໍານຽບຂາວ ກ່າວໃນ​ຕອນ​ແລງ​ ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ
Obama ຈະ​ພົບ​ປະກັບອົງ​ດາ​ໄລ ລາ​ມະ “ໃນຖານະທີ່ເປັນຜູ້
ນຳທາງ​ສາສະໜາ ​ແລະ​ຜູ້​ນໍາ​ທາງ ດ້ານ​ວັດທະນາ​ທໍາ ທີ່ນັບ
ໜ້າຖືຕາ.”

ຖະ​ແຫລ​ງການສະບັບນຶ່ງ ກ່າວ​ວ່າ ສະຫະລັດໃຫ້ການ​ສະໜັບ
ສະໜູນ ຕໍ່ອັນທີ່ເອີ້ນວ່າ ແນວທາງສາຍກາງ ຂອງອົງ​ດາ​ໄລ ລາ​ມະຄື ຈະບໍ່ປັບຕົວເຂົ້າຫລື
​ແຍກອອກເປັນເອກ​ກະລາດ​ສຳລັບ​ຊາວ​ທິ​ເບ​ດ ​ໃນຈີນ.

ກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ຮຽກຮ້ອງໃນທັນທີ ໃຫ້ສະຫະລັດຍົກເລີກ​ການ​ພົບ​ປະດັ່ງ
ກ່າວ. ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chun-ying ເຕືອນວ່າ ຈະມີ
ຜົນກະທົບຢ່າງຮ້າຍແຮງທີ່ຕິດຕາມມາທາງດ້ານການທູດ ໂດຍກ່າວວ່າ “ອົງດາໄລ ລາມະ ແມ່ນຜູ້ລີ້ໄພການເມືອງ ຜູ້ຊຶ່ງດົນນານມາແລ້ວໄດ້ໃຊ້ສິ່ງປົກຄຸມທາງສາສະໜາບັງໜ້າທີ່ພົວ
ພັນໃນການຕໍ່ຕ້ານຈີນ ກິດຈະການ ແບ່ງແຍກດິນແດນ.

ການຈັດແຈງຂອງສະຫະລັດເພື່ອໃຫ້ຜູ້ນຳຂອງຕົນໄດ້ພົບ ປະກັບອົງດາໄລ ລາມະຈະເປັນ
ການແຊກແຊງຢ່າງຈະແຈ້ງ ເຂົ້າໃນກິດຈະການ ພາຍໃນຂອງຈີນ ແລະເປັນການລະເມີດ
ຢ່າງຮ້າຍແຮງຕໍ່ ຫລັກການກ່ຽວກັບກິດ ຈະການນາໆຊາດ.

ນອກນັ້ນຍັງຈະສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຄວາມ ສຳພັນລະຫວ່າງ ຈີນກັບສະຫະ
ລັດນຳດ້ວຍ.” ຈີນໄດ້ທຳການຂົ່ມຂູ່ແບບດຽວກັນນີ້ຕໍ່ສະຫະລັດ ລຸນຫລັງທີ່ໄດ້ມີການພົບປະ
ລະ ຫວ່າງ ປະທານາທິບໍດີໂອບາມາ ແລະອົງດາໄລ ລາມະ ໃນປີ 2010 ແລະ 2011.

Obama Dalai Lama 2-21
please wait
Embed

No media source currently available

0:00 0:01:01 0:00
XS
SM
MD
LG