ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ຈະຮັກສາ ກຳລັງທະຫານ 9,800 ຄົນ ໄວ້ຢູ່ ອັຟການິສຖານ ພາຍໃນ ທ້າຍປີນີ້ (ວີ​ດີ​ໂອ)


US Troops Afghanistan CNPK
please wait

No media source currently available

0:00 0:02:33 0:00
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ຄາດວ່າ
ຈະໃຫ້ຄວາມ​ກະຈ່າງແຈ້ງເພີ້ມຕື່ມກ່ຽວກັບຈຸດປະສົງໃນນະໂຍ
ບາຍການຕ່າງປະເທດຂອງທ່ານ ໃນລະຫວ່າງການ ກ່າວຄຳ
ປາໄສມອບປະລິນຍາບັດໃຫ້ແກ່ເຫຼົ່ານັກສຶກສາໂຮງຮຽນນາຍ
ຮ້ອຍທະຫານສະ ຫະລັດ ທີ່ WestPoint ໃນລັດ New York.

ຄຳປາໄສດັ່ງກ່າວ​ ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ທີ່​ທ່ານ​ໄດ້ກ່າວເຖິງແຜນ
ການຂອງທ່ານສຳຫຼັບອັຟການີສຖານ ​ເວລາການປະຕິບັດງານ
ສູ້ລົບຂອງສະຫະລັດໃນປະເທດດັ່ງກ່າວສິ້ນສຸດລົງໃນ ທ້າຍປີນີ້.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ທຳນຽບຂາວ ທ່ານ ໂອບາມາ
ໄດ້​ກ່າວ​ວ່າ ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຈະເປີດ​ປະວັດ​ສາດ​ໜ້າ​ໃໝ່ ຂອງທົດສະວັດ​ທີ່ ​
ຜ່ານ​ມາ ໃນເວລາທີ່ນະ ໂຍບາຍການຕ່າງປະ​ເທດ ສ່ວນໃຫຍ່​ຂອງສະຫະລັດ ໄດ້ເປັນຈຸດເພັ່ງເລັງ ຍ້ອນ​ສົງຄາມ​ຢູ່ ໃນອັຟກາ​ນີສຖານ ແລະ​ອີຣັກນັ້ນ.

ທ່ານກ່າວ​ວ່າ ທະຫານ​ຈຳນວນ 9,800 ຄົນ ຍັງ​ຈະ​ສືບ​ຕໍ່​ປະຈຳການຢູ່​ທີ່ອັຟກາ​ນີສຖານ ຈົນ​ຮອດ​ປີ 2015 ​ແລະຈະຍັງ​ເຫຼືອ​ຢູ່ບໍ່ຮອດ 1,000 ຄົນ​ໃນ​ເວລາ​ທີ່​ທ່ານລົງ​ຈາກ​ຕຳແໜ່​ງ​ ໃນ​ 2017.

ນັກວິ​ເຄາະຂອງ​ບໍລິສັດ​ RAND ໃນເຂດເອເຊຍໃຕ້ ທ່ານ Arturo Munoz ກ່າວ​ວ່າ ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ ທີ່​ວ່າ ການ​ທີ່​ຖອນ​ກຳລັງ​ອອກ​ຈາກອັຟກາ​ນີສຖານຢ່າງ​ໄວວາ​ນັ້ນ ຈະ​ປ່ອຍ​ໃຫ້ອັຟກາ​ນີສຖານ​ຕົກຢູ່ໃນຄວາມຫຼໍ່ແຫຼມໄດ້.

ທ່ານ Munoz ກ່າວ​ວ່າ: “ສິ່ງ​ທີ່​ຜູ້​ຄົນ​ຖົກຖຽງ​ກັນ​ນັ້ນ​ກໍຄືການປະຕິບັດງານເພື່ອໃຫ້ຄຳ​ແນະນຳ, ການ​ຝຶກ​ແອບ​ຕ່າງໆ ແລະ​ການ​ປະຕິບັດ​ງານ​ພິ​ເສດ ​ຂອງໜ່ວຍກ້າຕາຍ ເພື່ອ ບຸກໂຈມຕີ ທ່ານ​ກໍ​ຄົງຊາບ​ດີ​ວ່າ ນັ້ນກໍຄືກຳລັງ​ພິ​ເສດ, ​ແຕ່​ບໍ່​ແມ່ນ​ການ​ຖອນ​ອອກແບບ​ໄວວາ ຢ່າງ​ກະທັນຫັນ​.​”

​ໃນ​ການ​ໃຫ້​ສຳ​ພາດ​ກັບ VOA ພະ​ແນ​ກພາສາ​ອັງກິດ ທ່ານ Munoz ​ໄດ້​ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ອາດຈະເລືອກເອົາ ການວາງ​ແຜນ​ຍຸດ​ທະ​ສາດ​ ​ໄວ້​ລ່ວງ​ໜ້າ ​ເພື່ອ​ໃຫ້ທາງລັດຖະບານ​ອັຟກາ​ນີສຖານ ມີ​ເວລາ​ພຽງພໍ ທີ່​ຈະ​ວາງແຜນຮັບມືກັບສະຖາ
ນະການໄດ້.

ທ່ານ Munoz ກ່າວ​ເພີ່ມ​ຕື່ມ​ວ່າ: “ຂ້າພະ​ເຈົ້າ​ ຄິດ​ວ່າ ສິ່ງ​ທີ່​ທ່ານ ​ໂອ​ບາ​ມາ ​ກຳລັງ​ກະ ທຳ​ຢູ່​ນີ້ ແມ່ນກຳນົດຂີດໝາຍ​ກ່ຽວກັບການມີໜ້າຢູ່ຕໍ່ໄປທີ່ພວກເຮົາຈະມີຢູ່ໃນປະ ເທດດັ່ງກ່າວ ແລະ​ທ່ານ​ໄດ້​ບອກ​ກັບ​ລັດຖະບານ​ອັຟກາ​ນີສຖານລ່ວງ​ໜ້າວ່າ ສະຫະລັດຈະ​ບໍ່ມີໜ້າ ຢູ່ທີ່ນັ້ນ​ອີກ 10 ປີ.”

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ອັຟກາ​ນີສຖານຈະ​ຮັບ​ຄວາມຮັບຜິດຊອບເພີ້ມ
ຂຶ້ນ ໃນການ​ຮັກສາຄວາມ​ປອດ​ໄພ​ຂອງ​ຕົນ​ ​ໂດຍ​ທີ່​ມີ​ສະຫະລັດ​ເປັນ​ຜູ້ໃຫ້ຄຳ​ປຶກສາ​ຢູ່​ເບື້ອງຫຼັງ ​ໃນ​ອີກ 2 ປີ​ຕໍ່ໜ້າ​ນີ້.

​ໃນ​ວັນ​ພຸດ​ມື້​ນີ້ ມີ​ຫະຫານ​ອາ​ເມຣິກັນ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ ເວລາ​ມື​ປືນ​ທີ່​ບໍ່ຮູ້​ວ່າ ແມ່ນ​ໃຜ​ ໄດ້​ໂຈມ​ຕີ​ຍານພາຫະນະຂອງ​ກົງ​ສຸນ​ສະຫະລັດ.

​ສະຖານເອກ​ອັກຄະ​ລັດຖະທູດ​ສະຫະລັດ​ໃນນະຄອນຫຼວງ​ກາ​ບູນ ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່ລົດ​ຄັນ​ດັ່ງ​ກ່າວ ​ກຳລັງ​ເດີນທາງໃນ​ຖະໜົນ​ສາຍ​ນຶ່ງໃນແຂວງ Herat ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່ອັຟກາ​ນີສຖານ ກ່າວ​ວ່າ ພວກ​ທີ່​ໂຈມ​ຕີ​ຈຸນີ້ ​ໄດ້​ຍິງຈະ​ຫຼວດ RPG ​ໃສ່ລົດຄັນ​ດັ່ງ ກ່າວ.
Obama Announces Afghanistan Withdrawal Plan
please wait

No media source currently available

0:00 0:01:59 0:00
XS
SM
MD
LG