ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ​ໂອ​ບາ​ມາ ຈະປະຕິຮູບ ເລື່ອງ​ຄົນ​ເຂົ້າ​ເມືອງ ໂດຍບໍ່ຜ່ານ ສະພາ


President Obama Announces Address on Immigration Plan
please wait

No media source currently available

0:00 0:00:59 0:00

ປະທານາທີ​ບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ວາງ​ແຜນ​ທີ່
​ຈະບໍ່​ຜ່ານ​ລັດຖະສະພາ ​ແລະ​ປະກາດ​ການ​ເອົາມາດຕະການ
ຂອງຝ່າຍບໍລິຫານ ​ກ່ຽວກັບເລື່ອງ​ຄົນ​ເຂົ້າ​ເມືອງ.

ທຳນຽບຂາວ​ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ
ຊາດ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນອັນທີ່ທຳນຽບຂາວກ່າວວ່າ ເປັນລາຍ
​ລະອຽດ​ຕ່າງໆຂອງ​ແຜນການ​ຂອງ​ທ່ານ ​ເພື່ອ​ແກ້​ໄຂ​ລະບົບ​ທີ່​ຫັກ
​ພັງ​ແລ້ວນັ້ນ.

ເປັນທີ່ຄາດກັນວ່າ ແຜນການດັ່ງກ່າວ​ຈະ​ຮວມ​ທັງການຄຸ້ມ​ຄອງ
ບໍ່ໃຫ້ມີການ​ເນລະ​ເທດພວກທີ່​ເຂົ້າ​ເມືອງ​ຜິດ​ກົດໝາຍຫລາຍເຖິງ
5 ລ້ານ​ຄົນຊຶ່ງພວກກ່ຽວຍັງຈະໄດ້ຮັບໃບ​ອະນຸຍາດ​ໃຫ້ປະກອບ​ອາຊີບ​ໄດ້ນັ້ນ.

ນີ້​ແມ່ນ​ຮວມທັງ​ພວກ​ພໍ່​ແມ່ ​ແລະ​ຄູ່​ຄອງ​ຂອງ​ພວກທີ່​ຖື​ສັນຊາດ​ອາ​ເມຣິກັນ​ນຳ.

ເບິ່ງລາຍງານຈາກນັກຂ່າວຂອງ VOA-Carolyn Presutti:

Obama to Make Immigration Announcement Thursday
please wait

No media source currently available

0:00 0:02:35 0:00

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ວ່າ ການເອົາບາດກ້າວຂອງປະທານາ
ທິບໍດີນີ້ຈະເສີມຂະຫຍາຍການຮັກສາຄວາມປອດໄພຂອງສະຫະລັດໃນເຂດຊາຍແດນ ເສີມຂະຫຍາຍເສດຖະກິດໃຫ້ເຂັ້ມແຂງຂຶ້ນ ແລະຈະອຳນວຍໃຫ້ຜູ້ຄົນຈຳນວນຫຼາຍລ້ານ
ຄົນ ອອກມາຈາກບ່ອນທີ່ລີ້ຊ່ອນ ແລະປະຕິບັດຕາມກົດໝາຍ.

ສະມາຊິກຂອງພັກຣິພະບລິກັນໃນລັດຖະສະພາ ໄດ້ກ່າວຫາປະທານາທິບໍດີວ່າ ໄດ້ເອົາ ບາດກ້າວເກີນອຳນາດຂອງທ່ານ.

ໂຄສົກ ​ທຳນຽບຂາວ ກ່າວວວ່າ ເກືອບວ່າປະທານາທິບໍດີທຸກໆທ່ານຈາກທັງສອງພັກ
ຖ້ານັບຢ້ອນຄືນຫລັງໄປແລ້ວ ກໍ​ແມ່ນແຕ່ Dwight Eisenhower ມາ ແມ່ນ​ໄດ້​ເອົາບາດ
ກ້າວ ​ຂອງຝ່າຍບໍລິຫານເພື່ອ​ແກ້​ໄຂ​ບັນຫາ​ເລື້ອງ​ຄົນ​ເຂົ້າ​ເມືອງ​ນີ້.

​ ສະພາສູງ​ທີ່​ພັກ Democratic ຄວບຄຸມນັ້ນ ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍປະຕິຮູບເລື່ອງ​ຄົນ​ເຂົ້າ​ເມືອງ ທີ່ໄດ້ຮັບການສະໜັບສະໜຸນຈາກ​ທັງ​ສອງ​ພັກ ​ແຕ່ວ່າ ທ່ານ Earnest ວ່າ
ປະ​ເທດ​ຊາດ ​ແມ່ນ​ໄດ້​ລໍຄອຍ​ຖ້າ ມາ​ຫຼາຍ​ກວ່າ​ປີ​ນຶ່ງ​ແລ້ວ ເພື່ອໃຫ້ ຮ່າງກົດໝາຍດັ່ງກ່າວ
ໄດ້ຮັບການລົງຄະແນນສຽງ ຢູ່ໃນສະພາ ຕ່ຳທີ່ຄວບຄຸມໂດຍພັກ Republican.

ສະມາຊິກ Republican ຫລາຍໆຄົນກ່າວ​ວ່າ ທ່ານ ​ໂອ​ບາ​ມາ ​ແລະ​ພັກ Democratic ຕ້ອງການ​ຢາກ​ຈະ​ໃຫ້​ອະໄພຍະໂທດ ຕໍ່​ພວກ​ທີ່​ເຮັດ​ຜິ​ດກົດໝາຍ ​ແລະ​ເອີ້ນ​ການ​ເອົາ​ບາດ
ກ້າວ​ນີ້​ວ່າ ບໍ່​ຍຸຕິ​ທຳ​ຕໍ່​ພວກ​ທີ່​ພະຍາຍາມ​ເຂົ້າມາສະ​ຫະລັດຢ່າງ​ຖືກຕ້ອງ​ຕາມ​ກົດໝາຍນັ້ນ.

ນອກນັ້ນ ພວກ​ເຂົາ​ເຈົ້າ​ຍັງຕ້ອງການ​ທີ່​ຈະ​ໃຫ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພຕາມ​ຊາຍ​ແດນ​ ສະຫະລັດ ​ຕິດກັບ Mexico ​ເຂັ້ມ​ງວດ​ຂຶ້ນ.


ເບິ່ງລາຍງານທີ່ກ່ຽວຂ້ອງຈາກນັກຂ່າວຂອງ VOA- Carolyn Presutti

Constitutional Showdown Looms Over Obama Immigration Order
please wait

No media source currently available

0:00 0:02:44 0:00

XS
SM
MD
LG