ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຜູ້​ພິພາກສາສູງສຸດ​ ທີ່ທ່ານ ໂອບາມາ ເລືອກຈະພົບປະກັບ ສະມາຊິກ ສະພາສູງພັກ Democrat


ຈາກຊ້າຍ: ທ່ານ Joe Biden ກຳລັງຮັບຟັງປະທານາທິບໍດີ ປະກາດຮັບເອົາທ່ານ Merrick Garland ເປັນຜູ້ພິພາກ ສາສານສູງສຸດ ຄົນຕໍ່ໄປ ທີ່ ສວນກຸຫຼາບ ທຳນຽບຂາວ ນະຄອນຫຼວງວໍຊີງຕັນ 16 ທີນາ, 2016.
ຈາກຊ້າຍ: ທ່ານ Joe Biden ກຳລັງຮັບຟັງປະທານາທິບໍດີ ປະກາດຮັບເອົາທ່ານ Merrick Garland ເປັນຜູ້ພິພາກ ສາສານສູງສຸດ ຄົນຕໍ່ໄປ ທີ່ ສວນກຸຫຼາບ ທຳນຽບຂາວ ນະຄອນຫຼວງວໍຊີງຕັນ 16 ທີນາ, 2016.

ຜູ້ທີ່​ຖືກ​ເລືອກ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ຜູ້​ພິພາກສາ​ສານ​ສູງ​ສຸດ
ທີ່​ຫວ່າງ​ເປົ່າຢູ່ ຂອງປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​
ໂອ​ບາ​ມາ ຈະ​ພົບ​ປະກັນ​ໃນ​ວັນ​ພະຫັດ​ມື້ ກັບ​ບັນດາ​ສະມາຊິກ​
ສະພາ​ສູງສັງກັດ​ພັກ Democrat​ ໃນ​ຂະນະທີ່​ພັກ Republi-
can
ຊຶ່ງ​ຄວບ​ຄຸມສະພາ​ສູງ​ຢູ່​ໃນ​ປະຈຸ​ບັນ​ນີ້ ຢືນຢັນ​ວ່າ ພວກ​ເຂົາ
ເຈົ້າ​ຈະ​ບໍ່​ເອົາ​ບາດກ້າວ​ໃດ​ໆທັງ​ນັ້ນ ກ່ຽວ​ກັບ​ການ​ສະ​ເໜີ​ຊື່ແຕ່ງ​ຕັ້ງດັ່ງກ່າວ​ນີ້.

​ຜູ້​ພິພາກສາ​ ທ່ານ Merrick Garland ຂອງສານ​ອຸທອນ​ລັດຖະບານ​ກາງ ຜູ້​ຊຶ່ງ​ຖືກ​ມອງ​ເຫັນໂດຍ​ສ່ວນ​ໃຫຍ່ວ່າ ເປັນ​ນັກ​ກົດໝາຍ​ທີ່​ມີ​ແນວທາງ​ເປັນ​ກາງນັ້ນ ​ໄດ້​ມີ​ໝາຍ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ​ທ່ານ Patrick Leahy ສະມາຊິກ​ສະພາ​ສູງ​ອະ​ວຸ​ໂສ​ຂອງພັກ Democrat ​ໃນ​ຄະນະ​ກຳມາ​ທິການ​ຍຸຕິ​ທຳຂອງ​ສະພາ​ສູງ ແລະ​ຜູ້ນຳ​ສຽງ​ສ່ວນ​ນ້ອຍຂອງ​ສະພາ​ສູງ ທ່ານ Harry Reid.

ທ່ານໂອ​ບາ​ມາ ຊຶ່ງ​ສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ມັງກອນປີ 2017 ຈະ​ມາ​ນີ້ ​ແມ່ນ​ໄດ້​ໃຊ້​ສິດຂອງ​ທ່ານ ​ໃນ​ການແຕ່ງຕັ້ງ​ເຂົ້າ​ແທນ​ຕຳ​ແໜ່​ງ​ທີ່​ຫວ່າງ​ເປົ່າ
ລົງຢ່າງ​ກະທັນຫັນ​ໃນ​ເດືອນ​ແລ້ວ​ນີ້ ຍ້ອນ​ການ​ເສຍ​ຊີວິດຂອງ​ມື້ລາງຜູ້​ພິພາກສາສານ​ສູງ​ສຸດ
ນິຍົມ​ແນວທາງ​ເດີມ ທ່ານ Antonin Scalia ​ແລະ​ກ່າວ​ວ່າ ບັນດາ​ສະມາຊິກ​ລັດຖະສະພາ​ແມ່ນ​ມີໜ້າ​ທີ່ ທີ່​ຈະ​ຈັດ​ໃຫ້​ມີ​ການ​ຮັບ​ຟັງຄຳ​ໃຫ້ການ​ຕ່າງໆ​.

ເຊີນຊົມ: ວີດີໂອຈາກນັກຂ່າວ Michael Bowman ຂອງ VOA ກ່ຽວກັບຢູ້ຖືກເລືອກຕັ້ງ

Partisan Battle Greets Obama's Supreme Court Pick
please wait

No media source currently available

0:00 0:02:37 0:00

ສະພາສູງ ພັກ Republican ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ຄວນ​ຈະ​ໃຫ້​ຜູ້​ທີ່​ຈະໄດ້ຮັບໄຊຊະ​ນະ ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ເດືອນ​ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້ ​ເປັນ​ຜູ້​ເລືອກ​ເອົາ​ຜູ້​ພິພາກສາສານ​ສູງ​ສຸດ ຄົນ​ຕໍ່​ໄປ.

ກາ​ນປະ​ເຊີນ​ໜ້າ​ກ່ຽວ​ກັບ​ຕຳ​ແໜ່​ງທີ່ຫວ່າງລົງ​ຂອງຜູ້​ພິພາກສາ​ສານ​ສູງ​ສະຫະລັດ ​ແມ່ນ​ວ່າເປັນ​ການ​ຖົກ​ຖຽງ​ທີ່ສຳຄັນ​ເປັນ​ພິ​ເສດ ​ເພາະວ່າ ຜູ້​ພິພາກສາ​ຄົນ​ໃໝ່​ອາດ​ຈະ​ສ້າງ​ຄວາມ​ບໍ່​ກ້ຳ​ເກິ່ງ​ທາງ​ດ້ານ​ອຸດົມ​ການ​ຂຶ້ນຢູ່​ໃນ​ສານ​ສູງ​ສຸດ ທີ່​ອາດ​ອຽງ​ໄປ​ທາງ​ດ້ານ​ໃດ​ດ້ານ​ນຶ່ງ ຊຶ່ງ​ຮວມທັງ ​ດ້ານ​ເສລີ ຫຼື​ນິຍົມ​ແນວທາງ​ເດີມ. ການ​ເສຍ​ຊີວິດ​ຂອງ​ທ່ານ Scalia ​ເຮັດ​ໃຫ້​ສານ ສູງ​ສຸດ​ມີ​ຜູ້​ພິພາກສາ​ເຫລືອ 8 ທ່ານເທົ່າ​ນັ້ນ. ​

ທ່ານ ​ໂອ​ບາ​ມາ ​ໄດ້​ປະກາດ​ໃຫ້​ທ່ານ Garland ​ໄວ 63 ປີ ຜູ້​ຊຶ່ງ​ເປັນ​ຫົວ​ໜ້າ​ສານອຸທອນ
ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ເປັນ​ທາງ​ເລືອກຂອງ​ທ່ານ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ທ່ານໄດ້ກ່າວ
ວ່າ “ຂ້າພະ​ເຈົ້າ​ ​ພຽງ​ແຕ່ຂໍຮຽກຮ້ອງ ​ໃຫ້​ພັກສະມາຊິກ Republican ​ໃນ​ສະພາ​ສູງ ​ຮັບ​ຟັງ​ຄຳ​ໃຫ້ການ​ກ່ຽວ​ກັບ​ການ​ແຕ່ງຕັ້ງ​ທ່ານ​ຢ່າງ​ເປັນ​ທຳ.”

ເຊີນຊົມ: ທ່ານ Merrick Garland ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາສາສານສູງສຸດ
ສະຫະລັດ

Obama Selects Garland as Supreme Court Nominee
please wait

No media source currently available

0:00 0:01:02 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG