ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ກ່າວຕໍ່ ປະຊາຊົນຄິວບາ ວ່າ ເຖິງເວລາແລ້ວ ທີ່ຈະປະອະດີດ ໄວ້ເປັນຄວາມຫຼັງ


ប្រធានាធិបតី​អាមេរិក លោក ដូណាល់ ត្រាំចាប់​ដៃ​ជាមួយ​មេដឹកនាំ​កូរ៉េ​ខាង​ជើង​ លោក គីម ជុងអ៊ុន ក្នុង​អំឡុង​ពេល​កិច្ច​ប្រជុំ​ដំបូង​របស់​ពួកគេ​នៅ​ឯ​សណ្ឋាគារ​ Capella នៅ​លើ​កោះ​ Sentosa ​ប្រទេស​សិង្ហបុរី កាល​ពី​ថ្ងៃ​ទី​១២​ ខែ​មិថុនា​ ឆ្នាំ​២០១៨។ (រូបថត AP / Evan Vucci)
ប្រធានាធិបតី​អាមេរិក លោក ដូណាល់ ត្រាំចាប់​ដៃ​ជាមួយ​មេដឹកនាំ​កូរ៉េ​ខាង​ជើង​ លោក គីម ជុងអ៊ុន ក្នុង​អំឡុង​ពេល​កិច្ច​ប្រជុំ​ដំបូង​របស់​ពួកគេ​នៅ​ឯ​សណ្ឋាគារ​ Capella នៅ​លើ​កោះ​ Sentosa ​ប្រទេស​សិង្ហបុរី កាល​ពី​ថ្ងៃ​ទី​១២​ ខែ​មិថុនា​ ឆ្នាំ​២០១៨។ (រូបថត AP / Evan Vucci)

ໃນ​ການ​ຮ້ອງ​ຮຽນ​ໂດຍ​ກົງ ​ຕໍ່​ປະຊາຊົນ​ຄິວ​ບາ ​ໃນ​ນະຄອນ​ຫຼວງ
ຮາ​ວາ​ນາ​ ປະທານາທິບໍດີບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ມັນ​ແມ່ນ
​ເທື່ອ​ທຳ​ອິດ​ທີ່​ສະຫະລັດ​ແລະ​ຄິວບາໄດ້​ເຄື່ອນ​ໄຫວ​ເໜືອ​ໄປ​ກວ່າ​
ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ສົງຄາມ​ເຢັນຂອງ​ປະ​ເທດ​ທັງ​ສອງ​ແລະ
​ເລີ້ມການ​ເດີນທາງໃໝ່​ໄປ​ສູ່​ອະນາ​ຄົດ​ທີ່​ຈະ​ເປັນ​ຜົນ​ປະ​ໂຫຍ​ດຕໍ່​
ທັງ​ສອງ​ປະ​ເທດ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ຄຳ​ປາ​ໄສ​ ທາງ​ໂທລະພາບ ບໍ່​
ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ທີ່​ທ່ານ​ຈະ​ອອກ​ເດີນທາງຈາກປະ​ເທດ​ຄິວ
​ບາ​ໃນ​ຕອນ​ບ່າຍ​ຂອງ​ວັນ​ອັງຄານ​ວານ​ນີ້ໂດຍ​ເວົ້າວ່າ ຂ້າພະ​ເຈົ້າ
​ໄດ້​ເດີນທາງ​ມາ​ທີ່​ນີ້ເພື່ອຍື່ນ​ມື​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ
ມາ​ຍັງ​ປະຊາຊົນ​ຊາວ​ຄິວ​ບາ. ມັນ​ເຖິງ​ເວລາ​ແລ້ວ ​ທີ່​ພວກ​ເຮົາ​ຕ້ອງ​ໄດ້ປະ​ອະດີດ​ໄວ້​ເປັນ ຄວາມຫລັງ. ມັນ​ຈະ​ບໍ່​ເປັນ​ເລື່ອງ​ທີ່​ງ່າຍ​ແລະ​ກໍ​ຈະ​ມີ​ການ​ຖອຍຫຼັງ ​ແລະ​ກໍ​ຈະ​ໃຊ້​ເວລາ.

​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ໂຮງ​ລະຄອນ​ El Gran Teatro de Havana ທີ່ຫລູຫຼາສະງ່າ
ງາມ​ ​ໂດຍ​ມີ​ປະທານາທິບໍດີຄິວ​ບາທ່ານ Raul Castro ​ໄດ້​ນັ່ງ​ຢູ່​ຊັ້ນ​ເທິງ ກົງກັນຂ້າມ​ກັບ​
ທ່ານ​ນັ້ນ ປະທານາທິບໍດີໂອ​ບາ​ມາ​ໄດ້​ສະ​ແດງ​ຄວາມ​ຫວັງອອກ​ມາກ່ຽວ​ກັບຄວາມ​ສຳພັນ​ໃນ​ອະນາຄົດ​ ລະຫວ່າງ​ສະຫະລັດ​ແລະ​ຄິວບາຕະ ຫລອດ​ທັງ​ປະຊາຊົນ​ຂອງ​ປະ​ເທດ​ທັງ​
ສອງ.

In Cuba, Obama Says He Will Bury 'Last Remnant' of Cold War
please wait

No media source currently available

0:00 0:00:58 0:00

ທ່ານ​ກ່າວ​ຕື່ມວ່າ ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງລະຫວ່າງ​ອະດີດ​ສັດຕູ​ເກົ່າ​ຈະ​ຕ້ອງ​ເລີ້ມຕົ້ນ​
ໃນ​ລະດັບ​ມະນຸດ ທີ່​ມີ​ຄວາມ​ເຂົ້າ​ໃຈ ​ໃຫ້​ອະ​ໄພ ​ແລະ​ຍອມຮັບ​ຟັງ.

ປະທານາທິບໍດີໂອ​ບາ​ມາ​ກ່າວ​ວ່າ ທ່ານ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດ​ຂອງ​ຄິວ​ບາ ຍ້ອນ​
ທ່ານ​ມີ​ຄວາມ​ເຊື່ອ​ ໃນ​ປະຊາຊົນ​ຊາວ​ຄິວ​ບາ​ ຊຶ່ງຄຳ​ເວົ້າຂອງ​ທ່ານ​ ພາ​ໃຫ້​ມີ​ສຽງ​ຕົບມື​ຂອງ​
ພວກ​ຜູ້​ຟັງດັງ​ຂຶ້ນ ຢ່າງ​ສະໜັ່ນ​ຫວັ່ນ​ໄຫວ. ພວກ​ທີ່​ໄປ​ຮ່ວມ ​ການ​ກ່າວ​ຄຳ​ປາ​ໄສ ​ໃນ​ເທື່ອ​ນີ້
ແມ່ນ​ຮວມພວກທັງ​ເຈົ້າໜ້າ​ທີ່ຄິວ​ບາ ​ແລະ​ບຸກຄົນ​ສຳຄັນ ຕະຫຼອດທັງບັນດາ​ສະມາຊິກ​ຄະ
ນະ​ລັດຖະບານ ​ຂອງ​ທ່ານ​ໂອ​ບາ​ມາ ​ແລະບັນດາ​ສະມາຊິກ​ສະພາ​ ຈາກ​ທັງ​ສອງ​ພັກ​ການ​
ເມືອງ.

ປະທານາທິບໍດີ​ຍັງໄດ້​ກ່າວ​ເຖິງ​ປະຫວັດສາດ​ອັນ​ເຈັບ​ປວດ​ຂອງ​ປະ​ເທດ​ທັງ​ສອງ​ແລະການ​
ແຍກ​ຈາກ​ກັນ​ໃນ​ອັນ​ທີ່​ປະ​ເທດ​ທັງ​ສອງ​ໄດ້​ມີ​ຮ່ວມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຄ້າຍຄື​ກັນ​ແລະ​ຄວາມ​
ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ທີ່​ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ເອົາ​ຊະນະ​ໃນ​ຂະນະ​ທີ່​ສະຫະລັດ​ແລະ​ຄິວ​
ບາ​ກ້າວ​ໄປ​ສູ່​ການ​ສ້າງ​ຕັ້ງຄວາມ​ສຳພັນ​ແບບເປັນ​ປົກກະຕິ​ລະຫວ່າງ​ກັນນັ້ນ.

Obama Meets With Dissidents at US Embassy in Havana
please wait

No media source currently available

0:00 0:01:09 0:00

XS
SM
MD
LG